Monthly Archives: January, 2020

ແຕ່ງຕັ້ງທ່ານ ທອງສຸກ ເປັນຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາຜູ້ໃໝ່

ພິທີມອບ - ຮັບໜ້າທີ່ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນທ້າຍເດືອນ ທັນວາ 2019 ຜ່ານມາ, ຢູ່ທີ່ຫ້ອງການດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານແນວຄິດ ແລະ ວຽກງານພັກ - ພະນັກງານຂອງເມືອງ,...

ຊົມເຊີຍ! ສານປະຊາຊົນສູງສຸດ ສາມາດແກ້ໄຂຄະດີ 7 ພັນກວ່າເລື່ອງ

ແຕ່ເດືອນກໍລະກົດ 2013 ຈົນຮອດເດືອນພະຈິກ 2019 ມີຄະດີເຂົ້າມາສານປະຊາຊົນສູງສຸດ 7.952 ມາຮອດປັດຈຸບັນແກ້ໄຂໄດ້ແລ້ວ 7.353 ເລື່ອງ. ວັນທີ 31 ທັນວາ 2019 ສານປະຊາຊົນສູງສຸດ ( ສປສສ ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນສູງສຸດຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ...

ເກີດເຫດໄຟໄໝ້ສວນສັດ ໃນປະເທດເຢຍລະມັນ ເນື່ອງຈາກຈູດໂຄມສະຫຼອງປີໃໝ່

ໄຟໄໝ້ສວນສັດ ໃນເມືອງທາງພາກຕາເວັນຕົກຂອງເຢຍລະມັນ ໄລຍະທ່ຽງຄືນ ພຽງບໍ່ເທົ່າໃດນາທີຫຼັງກ້າວເຂົ້າສູ່ປີໃໝ່ ເຮັດໃຫ້ສັດທີ່ຂັງໃນຄອກຖືກໄຟໄໝ້ຈົນຕາຍຢ່າງທາລຸນກວ່າ 30 ໂຕ ລວມທັງລີງນ້ອຍໃຫຍ່ ເຈົ້າໜ້າທີ່ຕຳຫຼວດເປີດເຜີຍ ສາເຫດຂອງໄຟໄໝ້ອາດຈະເກີດຈາກໂຄມໄຟທີ່ປະຊາຊົນຈູດສະຫຼອງປີໃໝ່ ຕົກລົງໃນສວນສັດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນທີ 1 ມັງກອນ  ວ່າ ປະຊາຊົນທີ່ເຫັນເຫດການໄດ້ເປີດເຜີຍກັບເຈົ້າໜ້າທີ່ວ່າ ມີໂຄມໄຟເຈ້ຍທີ່ມີໄຟຢູ່ພາຍໃນ ເຊິ່ງປະຊາຊົນປ່ອຍຂຶ້ນສູ່ທ້ອງຟ້າ ເພື່ອສະຫຼອງຕ້ອນຮັບວັນປີໃໝ່ ເມື່ອເວລາປະມານທ່ຽງຄືນຂອງວັນທີ 31 ທັນວາ ໃນເມືອງເຄຣເຟລ...

ເອົາຈິງ! ກະຊວງການເງິນ ຈະລົງວິໄນພະນັກງານ ຫາກພົບເຫັນລະເມີດລະບຽບກົດໝາຍ

ລັດຖະບານພະຍາຍາມແກ້ໄຂບັນຫາການສໍ້ລາດບັງຫຼວງ ຫຼື ການລະເມີດລະບຽບກົດໝາຍຂອງເຈົ້າໜ້າທີ່ພະນັກງານໃນກົງຈັກລັດໃຫ້ປະຕິບັດໜ້າທີ່ຢ່າງໂປ່ງໃສ, ຊອບທຳ ແລະ ກວດສອບໄດ້; ຫາກພົບເຫັນການກະທຳຝ່າຝືນຕໍ່ລະບຽບກົດໝາຍຈະຖືກລົງໂທດ ໂດຍສະເພາະແມ່ນພະນັກງານໃນຂະແໜງການເງິນທີ່ເປັນຜູ້ເຮັດວຽກໂດຍກົງ ຕໍ່ການເກັບລາຍຮັບເຂົ້າງົບປະມານທັງຢູ່ສູນກາງ ແລະ ທ້ອງຖິ່ນ; ດ້ານຮອງນາຍົກຊີ້ຜ່ານມາມີພະນັກງານບາງຄົນຖືກເອີ້ນມາກ່າວເຕືອນ ແລະ ປະຕິບັດວິໄນຕາມລະບຽບລັດຖະກອນແລ້ວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປະຈໍາປີ 2019 ຜ່ານມາວ່າ:...

ທີມບານເຕະຊາຍ ຊຽງຂວາງ ເນັ້ນໃຊ້ນັກເຕະແຂວງ ລຸຍງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11

ເປັນອີກເຫດການທີ່ໜ້າຈັບຕາສໍາລັບ ການແຂ່ງຂັນບານເຕະຊາຍ ເຊິ່ງເປັນກີລາເອກ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 30 ທີ່ແຂວງຊຽງຂວາງ ທີ່ຈະຈັດຂຶ້ນລະຫວ່າງວັນທີ 22 ມີນາ - 1 ເມສາ 2020 ໂດຍຄວາມເຄື່ອນໄຫວຫຼ້າສຸດຂອງ ທີມແຂວງຊຽງຂວາງ ເຈົ້າພາບ ພ້ອມສົ່ງທີມເຂົ້າຮ່ວມແນ່ນອນ ໂດຍເນັ້ນໃຊ້ນັກເຕະຊາວແຂວງຊຽງຂວາງ ລຸຍຄວາມທ້າທາຍດັ່ງກ່າວ. ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ່ຜ່ານມາກໍຄືຄັ້ງທີ 10 ທີ່ແຂວງອຸດົມໄຊ ເມື່ອປີ...

9 ວິທີ ໃຫ້ຊ່ວງເມົາຄ້າງ

ສໍາລັບສາຍມັນທັງຫຼາຍຄົງຈະມີການສັງສັນ ກິນດື່ມ ສະຫຼອງວັນສິ້ນປີ ແລະ ວັນປີໃໝ່ກັນຢ່າງເມົາມັນ ກໍຄົງມີການດື່ມກິນກັນຢ່າງມີຄວາມສຸກ ແຕ່ຫຼັງຈາກນັ້ນທີ່ມັກພົບພໍ້ເປັນປະຈໍາກໍຄົງເປັນອາການເມົາຄ້າງ, ເມື່ອຍລ້າຈາກການດື່ມໜັກ ແຕ່ບໍ່ເປັນຫຍັງມື້ນີ້ແອັດມິນຈະມາແນະນໍາ 9 ວິທີເຮັດໃຫ້ຊ່ວງເມົາ ກຽມພ້ອມປະຕິບັດໜ້າທີ່ໃນມື້ທັດໄປໄດ້ຢ່າງສົດຊື່ນເປັນແົກກະຕິມາຝາກກັນດັ່ງນີ້: 1 ຫາເຄື່ອງດື່ມທີ່ມີວິຕາມິນບີ ແລະ ຊີ ນໍ້າສົ້ມ ນໍ້າໝາກນາວ ຈະຊ່ວຍຫຼຸດອາການເມົາຄ້າງໄດ້ ແລະ ຫຼຸດອາການເຈັບ ມຶນຫົວໄດ້ ແລະ ກໍຄວນດື່ມນໍ້າລ້າໆຄວບຄູ່ກັນໄປພ້ອມ ເພາະຫຼັງຈາກທີ່ເຮົາກິນດື່ມໄປຮ່າງກາຍຂອງເຮົາເສຍນໍ້າຫຼາຍ. 2...

ປະມວນພາບ ສະຫຼອງສົ່ງທ້າຍປີ2019 ຕ້ອນຮັບປີ 2020 ທົ່ວທຸກມູມໂລກ

ປະມວນພາບ ການສະຫຼອງສົ່ງທ້າຍປີ 2019 ຕ້ອນຮັບປີ2020 ຈາກປະເທດຕ່າງໆທົ່ວທຸກມູມໂລກ ປະເທດຣັດເຊຍ ປະເທດເຢຍລະມັນ ປະເທດຕວັກກີ ປະເທດຝຣັ່ງ ປະເທດລິໂທເນຍ ປະເທດອົດສະຕາລີ ປະເທດຈີນ ປະເທດໄທ ປະເທດເກຣັກ ປະເທດສ.ເກົາຫຼີ ປະເທດຍີ່ປຸ່ນ ປະເທດອິນໂດເນເຊຍ ປະເທດສປປລາວ
- Advertisment -
Slide
Slide

Most Read

error: Content is protected !!