ທຸລະກິດ ຍານພາຫະນະທາງບົກ ໃນ ສປປ ລາວ ຈະຖືກຄຸ້ມຄອງໃຫ້ຮັດກຸມຂຶ້ນ

267

ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ ໃນການຕິດຕາມ ກວດກາ ການດໍາເນີນທຸລະກິດຍານພາຫະນະທາງບົກ ຢູ່ ສປປ ລາວ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ, ລົງວັນທີ 27 ທັນວາ 2019 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວ ແລະ ດໍາເນີນກິດຈະກໍາຕ່າງໆ ທີ່ຕິດພັນກັບ ຍານພາຫະນະທາງບົກ ຢູ່ ສປປ ລາວ ໃຫ້ເປັນລະບົບ ສາມາດຄວບຄຸມໄດ້ ໂດຍກໍານົດບັນດາຫຼັກການ ແລະ ມາດຕະການ ທີ່ຮັບປະກັບຜົນປະໂຫຍດ ຂອງພາກທຸລະກິດ, ພາກລັດ ແລະ ຜູ້ຊົມໃຊ້.

ການແຈ້ງຂື້ນທະບຽນວິສາຫະກິດຂອງທຸລະກິດການນໍາເຂົ້າ, ສົ່ງອອກ, ຜະລິດ, ແລະ ປະກອບພາຫະນະທາງບົກ ແມ່ນສໍາລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດໍາເນີນທຸລະກິດດັ່ງກ່າວ ຕ້ອງແຈ້ງຂື້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ປະເພດທຸລະກິດຍານພາຫະນະທາງບົກ ແມ່ນມີ 3 ປະເພດ ຄື:

1 ທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແມ່ນການດໍາເນີນທຸລະກິດກ່ຽວກັບການນໍາເຂົ້າຍານພາຫະນະທາງບົກ ເພື່ອຂາຍຍົກໃຫ້ຜູ້ດໍາເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ, ສົ່ງອອກຕໍ່, ເປັນຕົວແທນ ຫລື ຊື້ຍານພາຫະນະທາງບົກຈາກຜູ້ຜະລິດ, ປະກອບຍານພາຫະນະທາງບົກ ຢູ່ ສປປ ລາວ ເພື່ອຈໍາໜ່າຍ ຢູ່ ພາຍໃນ ຫລື ສົ່ງອອກໄປຕ່າງປະເທດ.

2 ທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບ ການຂາຍຍົກ, ຂາຍຍ່ອຍຍານພາຫະນະທາງບົກໃໝ່ ແລະ/ຫລື ຍານພາຫະນະທາງບົກທີ່ໃຊ້ແລ້ວ ທີ່ສາມາດຂາຍ ຫລື ເປັນຕົວແທນຈໍາໜ່າຍຍານພາຫະນະທາງບົກ ຍີ່ຫໍ້ໃດໜຶ່ງ ຫລື ຫລາຍຍີ່ຫໍ້ ຊຶ່ງບໍ່ສາມາດນໍາເຂົ້າ ແລະ ສົ່ງອອກໄດ້.

3 ທຸລະກິດການຜະລິດ ແລະ ການປະກອບຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການຜະລິດ ຫລື ປະກອບ ຫລື ທັງຜະລິດ ແລະ ປະກອບຍານພາຫະນະທາງບົກ ໂດຍຜະລິດ, ນໍາເຂົ້າ ຫລື ຊື້ຊີ້ນສ່ວນ ຈາກຜູ້ຜະລິດຢູ່ພາຍໃນ ຈໍານວນຫນຶ່ງ ຫລື ທັງໝົດ ເພື່ອປະກອບເປັນຍານພາຫະນະທາງບົກສົມບູນ ແລ້ວຈໍາໜ່າຍຢູ່ພາຍໃນ ຫລື ສົ່ງອອກຕ່າງປະເທດ.

ຂໍ້ມູນຈາກ: ຂໍ້ມູນຂ່າວສານທາງດ້ານການຄ້າແຫ່ງ ສປປ ລາວ