ເຕັກນິກການປູກໝາກລຳໄຍ

167

ໝາກລຳໄຍມີຕົ້ນກໍາເນີດມາຈາກເຂດຮ້ອນ ເຂດພາກໃຕ້ຂອງປະເທດຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້. ຈາກການໃຫ້ຂໍ້ມູນຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງຊີ້ໃຫ້ເຫັນວ່າພື້ນທີ່ທີ່ເໝາະສົມແກ່ການປູກ ທັງໄດ້ຮັບປະສິດທິພາບສູງ ສໍາລັບໝາກໄມ້ຊະນິດນີ້ແມ່ນໃນອາຊີອາຄະເນເຮົານີ້ເອງ ເວົ້າລວມ, ເວົ້າສະເພາະໃນປະເທດລາວໝາກລຳໄຍກໍເປັນໝາກໄມ້ທີ່ຄົນລາວນິຍົມບໍລິໂພກ ແລະ ພົບເຫັນການປູກແຜ່ຫຼາຍເຊັ່ນດຽວກັນ ແຕ່ເຊື່ອວ່າຫຼາຍເຂດກໍຈະເປັນການປູກແບບທໍາມະຊາດບໍ່ໄດ້ອີງໃສ່ຫຼັກການໃດໆ.

ແຕ່ມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາຂໍ້ມູນເຕັກນິກການປູກທີ່ເປັນວິຊາການ ໂດຍສະເພາະມາໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງໃຊ້ນໍາກັນ ເພື່ອຜົນໄດ້ຮັບທີ່ດີ ແລະ ໄດ້ໝາກໄມ້ທີ່ມີຄຸນນະພາບ.

ດິນຟ້າອາກາດທີ່ເໝາະສົມ: ຕົ້ນລຳໄຍມັກດິນທີ່ອຸດົມສົມບູນ ຄ່າ Ph 5,5 – 6,5 ປະລິມານນໍ້າຝົນ 1.200 ຫາ 1.444 ມິນລີແມັດ/ປີ, ອຸນຫະພູມສະເລ່ຍປະມານ 20 – 25 ອົງສາເຊ, ສ່ວນໄລຍະອອກດອກຕ້ອງການອຸນຫະພູມຢູ່ທີ່ 10 – 12 ອົງສາເຊ.

ການຂະຫຍາຍພັນ: ການຂະຫຍາຍພັນທີ່ໄດ້ປະສິດທິຜົນດີແມ່ນການໂທມງ່າ ແຕ່ໂດຍທົ່ວໄປແລ້ວການຂະຫຍາຍພັນມີຫຼາຍວິທີ ເຊັ່ນ: ການກ້າແກ່ນ, ການສຽບຍອດ, ການໂທມງ່າ ( ຕອນ ), ການຕິດຕາ ແລະ ອື່ນໆ.

ການປູກ: ລະດູການປູກທີ່ເໝາະສົມແມ່ນໄລຍະເລີ່ມຕົ້ນລະດູຝົນຫາກາງລະດູຝົນ ໂດຍກຽມດິນໃຫ້ລະອຽດດີ, ສ່ວນໄລຍະຫ່າງແມ່ນຂຶ້ນກັບເປົ້າໝາຍການປູກ ຫາກປູກເພື່ອຂະຫຍາຍພັນແມ່ນ 5 x 5 ແມັດ ຫຼື 6 x 6 ແມັດ, ແຕ່ຖ້າປູກເພື່ອເກັບຜົນຜະລິດແມ່ນ 8 x 8 ແມັດ ຫຼື 10 x 10 ແມັດ.

ການບົວລະບັດຮັກສາ: ຫຼັງຈາກປູກແລ້ວຕ້ອງເອົາໃຈໃສ່ການເສຍຫຍ້າ ແລະ ໃຫ້ນໍ້າສະໝໍ່າສະເໝີ ເພາະວ່າຕົ້ນລຳໄຍທີ່ປູກໃໝ່ 1 ຫາ 3 ປີ ແມ່ນຕ້ອງການນໍ້າຫຼາຍທີ່ສຸດ. ນອກຈາກນີ້, ການໃສ່ຝຸ່ນກໍເປັນປັດໄຈສໍາຄັນຕໍ່ການຈະເລີນເຕີບໂຕ, ລຳໄຍຕ້ອງການຝຸ່ນເລັ່ງ ເພື່ອເສີມສ້າງທາງໃບໃຫ້ເຕີບໂຕໃນອັດຕາ 100 ຫາ 200 ກຣາມ/ຕົ້ນ/ປີ, ຫຼັງຈາກປູກຮອດປີທີ 3 ໃຫ້ເລີ່ມໃສ່ຝຸ່ນ NPK ສູດ 13:13:21 ຫຼື 15:15:15 ໃນຈໍານວນ 100 ຫາ 200 ກຣາມ/ຕົ້ນ/ປີ.

ການຕັດແຕ່ງ: ໃຫ້ຕັດແຕ່ງງ່າທີ່ມີພະຍາດ ແລະ ແມງໄມ້ທໍາລາຍ ຫຼື ງ່າທີ່ຢູ່ໃນຊົງຟຸ່ມໃຫ້ແສງສະຫວ່າງສ່ອງເຂົ້າໄປໃນຊົງຟຸ່ມຢ່າງໜ້ອຍ 30%.

ການເກັບກ່ຽວ: ໄລຍະເວລາການເກັບກ່ຽວສ່ວນຫຼາຍຢູ່ປະເທດເຮົາແມ່ນໄລຍະເດືອນກໍລະກົດຫາສິງຫາ ຈະເປັນໄລຍະທີ່ໝາກສຸກແກ່ດີ.

ຂໍ້ຄວນເອົາໃຈໃສ່ ພະຍາດ ແລະ ແມງໄມ້: ພະຍາດທີ່ມັກເກີດກັບຕົ້ນລຳໄຍແມ່ນພະຍາດລາແປ້ງທໍາລາຍໃບອ່ອນ ແລະ ທໍາລາຍໝາກອ່ອນ ເຊິ່ງໃນການປ້ອງກັນຕ້ອງໃຊ້ຢາເຂົ້າມາຊ່ວຍເປັນຕົ້ນ: ຢາຮີໂນຊານ, ກຸປຣາວິດ ນໍາໃຊ້ສີດຕາມລໍາຕົ້ນ ແລະ ໃບ. ສ່ວນແມງໄມ້ທີ່ເປັນອັນຕະລາຍຕໍ່ລຳໄຍແມ່ນປະເພດເພ້ຍຂາວ, ບົ້ງເຈາະ, ຫອຍ ເຊິ່ງຕ້ອງນໍາໃຊ້ຢາເຊວິນ 85% ເຂົ້າຊ່ວຍສີດຕາມຕົ້ນໃຫ້ທົ່ວ.

ຂໍ້ມູນຈາກ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ