ເມືອງລະຄອນເພັງ ຈະສຸມໃສ່ລົບລ້າງບ້ານທຸກຍາກໃຫ້ໄດ້ 100%

167

ເມືອງລະຄອນເພັງ ແຂວງສາລະວັນ ວາງເປົ້າໝາຍສ້າງລາຍຮັບໃຫ້ປະຊາຊົນສະເລ່ຍ 21ລ້ານກີບຕໍ່ຄົນຕໍ່ປີ ພ້ອມສຸມໃສ່ລົບລ້າງບ້ານທຸກຍາກໃຫ້ໄດ້ 100%.

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງລະຄອນເພັງຄັ້ງທີ VIII ຈັດຂຶ້ນລະຫວ່າງວັນທີ 26-27 ທັນວາ 2019 ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ສົມໃຈ ອຸ່ນຈິດ ເຈົ້າເມືອງເມືອງລະຄອນເພັງ ແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ມີບັນດາພະນັກງານບໍານານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນກອງປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດການປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ເປັນຕົ້ນ: ດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເລ່ຍ 8% ຕໍ່ປີ ສະເລ່ຍໃສ່ພົນລະເມືອງ 15 ລ້ານກີບຕໍ່ຄົນຕໍ່ປີ ຫຼືປະມານ 1.870 ໂດລາທຽບໃສ່ປີ 2014 ເພີ້ມຂື້ນ 31% ແລະເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ,ນັກຮົບ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງນັບມື້ນັບດີຂື້ນ ແລະ ອື່ນໆ.

ທັງນີ້, ໃນກອງປະຊຸມຍັງໄດ້ຮັບຟັງແຜນການ ແລະ ທິດທາງຕໍ່ໜ້າ ໂດຍຈະສືບຕໍ່ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບໂດຍພື້ນຖານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເລ່ຍ8,5% ຕໍ່ປີລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 21 ລ້ານກີບຕໍ່ຄົນຕໍ່ປີພ້ອມທັງລົບລາງບ້ານທີ່ທຸກຍາກທີ່ຍັງເຫຼືອ 4 ບ້ານໃຫ້ໄດ້ 100%.

ຂໍ້ມູນຈາກ: ໜັງສືພິມສາລະວັນ