ປກສ ແຂວງໄຊຍະບູລີ ຈັດພິທີປະກາດການເລື່ອນຊັ້ນ

105

ຕອນບ່າຍວັນທີ 30 ທັນວາ 2019 ນີ້ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນຢ່າງສົມກຽດໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນ ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະ ພັກ – ຄະນະບັນຊາ, ແຂກຖີກເຊີນ, ພະນັກງານຫຼັກແຫຼ່ງພ້ອມດ້ວຍພະນັກງານ – ນັກຮົບເຂົ້າຮ່ວມ.

ທ່ານ ພັນໂທ ຄຳສິນ ຜິວວັນນາ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກົມ ໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 4308/ກມປສສ ລົງວັນທີ 17 ທັນວາ 2019 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ສະບັບເລກທີ 7197/ປຊຍ ລົງວັນທີ 27 ທັນວາ 2019 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດໃນກຳລັງປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ເຊິ່ງມີຜູ້ໄດ້ຮັບການຍ້ອງຍໍເລື່ອນຊັ້ນທັງໝົດ 46 ສະຫາຍ.

ໃນນີ້, ເລື່ອນຮ້ອຍຕີຂຶ້ນເປັນຮ້ອຍໄທ 24 ສະຫາຍ, ຊັ້ນວາທີຮ້ອຍຕີຂຶ້ນເປັນຊັ້ນຮ້ອຍຕີ 2 ສະຫາຍ, ສິບເອກຂຶ້ນເປັນຊັ້ນວາທີຮ້ອຍຕີ 12 ສະຫາຍ, ສິບໂທຂຶ້ນເປັນຊັ້ນສິບເອກ 7 ສະຫາຍ, ສິບຕີຂຶ້ນສິບໂທ 1 ສະຫາຍ. ໂອກາດນີ້, ທ່ານ ພັນເອກ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ໃຫ້ກຽດປະດັບຊັ້ນຢ່າງສົມກຽດໃຫ້ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ.

ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການຍ້ອງຍໍເລື່ອນຊັ້ນໃນຄັ້ງນີ້ ເຊິ່ງເປັນການປະຕິບັດຕາມແນວທາງນະໂຍບາຍຂອງ ພັກ – ລັດທີ່ມີຕໍ່ບັນດານາຍ ແລະ ພົນຕຳຫຼວດທີ່ມີຜົນງານດີເດັ່ນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງພັກ – ລັດ, ມີຜົນສໍາເລັດໃນໜ້າທີ່ວຽກງານ ພ້ອມທັງຮຽກຮ້ອງໃຫ້ບັນດານາຍ ແລະ ພົນຕຳຫຼວດເຫຼົ່ານັ້ນຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ – ຄວາມສາມາດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ແລະ ສ້າງຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.

( ກອງແກ້ວ ຈັນທະລັງສີ )