Monthly Archives: January, 2020

ອາຫານທີ່ຊ່ວຍໃຫ້ຮ່າງກາຍອົບອຸ່ນໃນສະພາບອາກາດເຢັນ

ເມື່ອສະພາບອາກາດເຢັນມັກຈະມີຄວາມຕ້ອງການບໍລິໂພກອາຫານຫຼາຍຂຶ້ນ ເພາະມີເຫດຜົນທາງວິທະຍາຮ່ວມນໍາວ່າປົກກະຕິເມື່ອອຸນຫະພູມຫຼຸດລົງຈະຢາກບໍລິໂພກສູງຂຶ້ນພ້ອມ. ເນື່ອງຈາກລະບົບການເຮັດວຽກພາຍໃນຮ່າງກາຍຈະມີການເຄື່ອນທີ່ໃຫ້ບໍລິໂພກອາຫານເພື່ອໃຫ້ໄດ້ແຄລໍຣີຫຼາຍຂຶ້ນ, ເພື່ອເພີ່ມອຸນຫະພູມໃຫ້ແກ່ຮ່າງກາຍ, ເພື່ອໃຫ້ຮ່າງກາຍຮູ້ສຶກອົບອຸ່ນ ແລະ ເປັນການສະສົມແຄລໍຣີໄວ້ສຳລັບໃຊ້ໃນສະພາບອາກາດໜາວ. ສຳລັບອາຫານທີ່ໃຫ້ຄວາມອົບອຸ່ນ ແລະ ເໝາະກັບອຸນຫະພູມໃນສະພາບອາກາດເຢັນໄດ້ແກ່ອາຫານປະເພດທີ່ມີໂປຣຕີນສູງຜ່ານການຕົ້ມ ຫຼື ຕຸ່ນເປັນເວລາດົນ. ສ່ວນອາຫານທີ່ມີລົດຊາດເຜັດຮ້ອນລວມທັງຢາພື້ນເມືອງທີ່ປະສົມໃນນ້ຳອຸ່ນເຊັ່ນ: ຂີງ, ໝາກເຜັດ, ພິກໄທ, ກະທຽມ ແລະ ອື່ນໆ. ເຊິ່ງອາຫານເຫຼົ່ານີ້ລ້ວນເປັນອາຫານທີ່ຈຳເປັນຕໍ່ສະພາບອາກາດໜາວເຢັນ ເພາະຈະຊ່ວຍໃຫ້ຮ່າງກາຍອົບອຸ່ນຈາກພາຍໃນ. ອາຫານ ແລະ ເຄື່ອງດື່ມອຸ່ນໆສາມາດເພີ່ມອຸນຫະພູມໃຫ້ແກ່ຮ່າງກາຍໄດ້ ພ້ອມທັງຊ່ວຍເຮັດໃຫ້ເລືອດມີການໝູນວຽນດີຂຶ້ນ. ການດື່ມນ້ຳອຸ່ນໆຫຼາຍໆກໍສາມາດສ້າງຄວາມອົບອຸ່ນໃຫ້ຮ່າງກາຍໄດ້...

ສົ່ງທ້າຍປີດ້ວຍຮູບເງົາສຸດສະຢອງ “THECLOCK”

ຮູບເງົາ “ຕິກຕ໋ອກ ຜີນາລິກາ” ຫຼື “THECLOCK” ສົ່ງທ້າຍປີກັບຮູບເງົາສຸດສະຢອງເປັນຕາຢ້ານຈາກປະເທດ ກຳປູເຈຍ ແລະ ຍັງລຸ້ນລະທຶກໄປທຸກສາກອີກດ້ວຍ. ຮູບເງົາສະຢອງຂວັນອັນດັບ 1 ຂອງປະເທດກຳປູເຈຍ ເຊິ່ງມີເລື້ອງລາວຂອງໂມງຜີສິງທີ່ສືບທອດຕໍານານທີ່ເປັນຕາໜ້າຢ້ານມາຕັ້ງແຕ່ປີ 1940 ເມື່ອຜູ້ໃດທີ່ໄດ້ຄອບຄອງມັນຈະຕ້ອງພົບ ແລະ ປະເຊີນໜ້າກັບພະລັງງານທີ່ຊົ່ວຮ້າຍໂດຍກັດກິນວິນຍານບໍລິສຸດ. ເຊິ່ງໃນທີ່ສຸດມັນກໍຕົກໄປຢູ່ໃນມືຂອງຄອບຄົວພໍຄ້າຂາຍໂມງບູຮານທີ່ຄອບຄົວກຳລັງປະສົບປັນຫາຈົນເຮັດໃຫ້ລູກສາວທີ່ຂາດຄວາມອົບອຸ່ນຈາກແມ່ລ້ຽງ ແລະ ກາຍເປັນເປົ້າໝາຍໃໝ່ຂອງວິນຍານຊົ່ວຮ້າຍ. ຈາກເລື່ອງຈິງໃນຕໍານານໂມງຜີສິງສູ່ຮູບເງົາໜຶ່ງສຸດຕາຢ້ານສົ່ງທ້າຍປີກັບຮູບເງົາທີ່ລີ້ລັບ ເຊິ່ງສຽງຂອງມັນບໍ່ໄດ້ປຸກໃຫ້ຕື່ນ ແຕ່ເປັນສຽງເຕືອນຂອງຄວາມຕາຍ ພົບກັບຮູບເງົາທີ່ເຮັດໃຫ້ຜູ້ເບິ່ງຂົນຫົວລຸກທົ່ວປະເທດກຳປູເຈຍມາແລ້ວ ເຂົ້າສາຍມື້ນີ້ທຸກໂຮງຮູບເງົາທົ່ວປະເທດ. ຂໍ້ມູນຈາກ: major...

ວິທີການຄິດຢ່າງມີກົນລະຍຸດຄວນເຮັດແນວໃດ?

ທັກສະທີ່ສຳຄັນຢ່າງໜຶ່ງຂອງຜູ້ບໍລິຫານທຸກລະດັບຄື ຄວາມສາມາດໃນການຄິດຢ່າງມີກົນລະຍຸດ ຫຼື ທີ່ເອີ້ນສັ້ນໆວ່າ “ Strategic Thinking ” ເຊິ່ງເຮົາຈະເຫັນຄວາມສຳຄັນຂອງການຄິດຢ່າງມີກົນລະຍຸດ ແຕ່ກໍມັກພົບວ່າ: ຜູ້ບໍລິຫານຈຳນວນໜຶ່ງຍັງຂາດທັກສະດັ່ງກ່າວຢູ່ ເຖິງວ່າເຮົາຈະມີຫຼັກສູດສອນອົບຮົມສະເພາະດ້ານ ຫຼື ມີໜັງສືກ່ຽວກັບກົນລະຍຸດ ແລະ ການຄິດອອກໃນໄລຍະຜ່ານມາກໍຕາມ, ແຕ່ຜູ້ບໍລິຫານທີ່ມີທັກສະດ້ານນີ້ຈະເປັນທີ່ຕ້ອງການຂອງທຸກຄົນ. ສະນັ້ນ, ການຄິດຢ່າງມີກົນລະຍຸດທີ່ອົງກອນນໍາໃຊ້ຈະມີການຝຶກອົບຮົມກັນປີລະຄັ້ງ ແຕ່ຄວາມຈິງແລ້ວການຄິດຢ່າງມີກົນລະຍຸດນັ້ນຕ້ອງເປັນທັກສະສຳຄັນທີ່ຜູ້ບໍລິຫານຈະຕ້ອງໃຊ້ທຸກວັນໃນການຄິດ ແລະ ຕັດສິນໃຈ ບໍ່ແມ່ນເປັນທັກສະທີ່ຕ້ອງໃຊ້ເມື່ອເຖິງລະດູການໃນການວາງແຜນກົນລະຍຸດເທົ່ານັ້ນ. ອາຈານ ສົມຈິດ...

ບົ່ງຕົວແຕ່ງຕັ້ງ ພັນໂທ ຄໍາສິງ ອໍລະວັນ ເປັນຮັກສາການເລຂາພັກເມືອງຫີນບູນ ຄົນໃໝ່

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຫຼາຍອົງການຈັດຕັ້ງລວມທັງສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ມີການໂຍກຍ້າຍໜ້າທີ່ຕໍາແໜ່ງຂອງພະນັກງານ-ລັດຖະກອນ, ທັງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິທິພາບຍິ່ງຂຶ້ນໆ ເຊັ່ນດຽວກັບເມືອງ ຫີນບູນ ແຂວງ ຄຳມ່ວນ ກໍ່ໄດ້ມີການໂຍກຍ້າຍໜ້າທີ່ພະນັກງານການນຳໃນລະດັບຂັ້ນເມືອງຂຶ້ນ. ພິທີດັ່ງກ່າວ ໄດ້ມີຂຶ້ນເມື່ອທ້າຍເດືອນ ທັນວາ 2019 ຜ່ານມາ, ຢູ່ທີ່ສະໂມສອນເມືອງຫີນບູນ ໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ເພັດສີນວນ  ປະທານສະພາປະຊາຊົນ ແຂວງຄຳມ່ວນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ,...

2019 ປີແຫ່ງການປ່ຽນແປງ ແລະຮຽນຮູ້ ຂອງສາວ ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019

ສະບາຍດີປີ 2020 ແຟນເພຈ໌ ສໍາລັບປີ 2019 ຈື່ຫຍັງໄດ້ແນ່ສໍາລັບເຫດການພິເສດ ສິ່ງຕ່າງໆທີ່ເກີດຂຶ້ນກັບໂຕເຮົາ ຄົນອ້ອມຂ້າງ, ທີ່ມັນທັງເປັນຄວາມສຸກ, ທຸກ, ບົດຮຽນ ປະສົບການ ແລະ ສິ່ງອື່ນໆບໍ? ແອັດເອງກໍ່ບໍໄດ້ບັນທຶກເລື່ອງລາວຊີວິດໄວເຊັ່ນກັນແຮແຮ ຫາກແຕ່ວ່າສາວງາມຄົນໜຶ່ງ  ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງ 2019 ຂອງເຮົານີ້ເອງ ໂພສ ກ່ຽວກັບປີ...

ໂຊກດີຮັບປີໃໝ່! ຍິນດີນໍາຜູ້ຄວ້າໄດ້ລົດໃຫຍ່ຈາກນໍ້າດື່ມຫົວເສືອ

ບໍລິສັດ ເບຍລາວ ຈໍາກັດ ຜູ້ຜະລິດ ແລະ ຈໍາໜ່າຍຜະລິດຕະພັນນໍ້າດື່ມຫົວເສືອ ຈັດກິດຈະກໍາມອບໂຊກເພື່ອຄືນກໍາໄລໃຫ້ລູກຄ້າໃນໂຄງການ “ ຊື່ນໃຈທ້າຍປີລຸ້ນໂຊກ 2 ຊັ້ນ ຈາກນໍ້າດື່ມຫົວເສືອ ” ໂດຍ ທ່ານ ຄໍາເພັດ ສະເຫຼີມໄຊ ເປັນຜູ້ໂຊກດີໄດ້ຮັບລົດໃຫຍ່ Ford Everest. ພິທີຈັບສະຫຼາກຊຸດທີ 1 ໄດ້ຈັດຂຶ້ນໃນທ້າຍເດືອນພະຈິກ ໂດຍມີລາງວັນລົດຈັກ Honda...

ກາງເດືອນນີ້ ເລີ່ມໂຄງການກໍ່ສ້າງປັບປຸງສິ່ງແວດລ້ອມຢູ່ 2 ເມືອງ ແຂວງໄຊຍະບູລີ

ພິທີເຊັນສັນຍາໂຄງການກໍ່ສ້າງປັບປຸງສິ່ງແວດລ້ອມບ້ານຢູ່ 2 ເມືອງ ຄື: ເມືອງໄຊຍະບູລີ ແລະ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ 2019 ນີ້ ຢູ່ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ, ເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ, ທ່ານ ບຸນທະວີ ໂພທິລັກ ຮອງຫົວໜ້າພະແນກໂຍທາທິການ...

ນໍ້າຖ້ວມໃຫຍ່ໃນຈາກາຕ້າ ຫຼ້າສຸດ ມີຜູ້ເສຍຊີວິດ ກວ່າ 20 ຄົນ

ຈຳນວນຜູ້ເສຍຊີວິດຈາກນໍ້າຖ້ວມກະທັນຫັນທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ແລະ ເຂດອ້ອມຂ້າງ ເຊິ່ງເກີດຂຶ້ນຕັ້ງແຕ່ມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພີ່ມຂື້ນຫຼາຍກວ່າ 20 ຄົນແລ້ວ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນພະຫັດ ທີ 2 ມັງກອນ ວ່າ ທ່ານໂຈໂຄ ຮາຣິຍັນໂຕ ໂຄສົກກະຊວງກິດຈະການສັງຄົມອິນໂດເນເຊຍ ຖະແຫຼງເມື່ອວັນພະຫັດ ວ່າ ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມກະທັນຫັນໃນນະຄອນຫຼວງຈາກາຕ້າ ແລະ ບໍລິເວນໃກ້ຄຽງ ຕັ້ງແຕ່ວັນທີ 31...

ອິນແປງ ກຣຸບ ລົງທຶນ 126 ລ້ານໂດລາ ພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັບມື ບໍລິສັດ ອິນແປງ ກຣຸບ ຈຳກັດ ລົງນາມຮ່ວມກັນພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ມີເນື້ອທີ່ທັງໝົດ 966,6 ເຮັກຕາ ເພື່ອສ້າງສວນໃຫ້ໄດ້ມາດຕະຖານສາກົນ ແລະ ມີ ຄວາມຍືນຍົງ ແນໃສ່ພັດທະນາໃຫ້ເປັນສູນກາງການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ, ສົ່ງເສີມນະວັດຕະກຳ ໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ ເຊິ່ງໂຄງການດັ່ງກ່າວ...

2020 ເລກງາມ ວາງຄາດໝາຍໃຫ້ເສດຖະກິດເຕີບໂຕ ບໍ່ຫຼຸດ 6,5%

ສະບາຍດີປີໃໝ່ 2020 ເຊິ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ທີ່ທຸກພາກສ່ວນຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເພື່ອບັນລຸທິດທາງຄາດໝາຍທີ່ວາງໄວ້. ປີ 2019 ທີ່ຫາກໍຜ່ານພົ້ນໄປ ເສດຖະກິດແຫ່ງຊາດຂະຫຍາຍຕົວພຽງ 6,4% ( ຄາດໝາຍແມ່ນ 6,7% ) ແລະ ສະເລ່ຍຕໍ່ຫົວຄົນບັນລຸ 2.677 ໂດລາສະຫະລັດ (...
- Advertisment -
Slide
Slide

Most Read

error: Content is protected !!