ບົ່ງຕົວແຕ່ງຕັ້ງ ພັນໂທ ຄໍາສິງ ອໍລະວັນ ເປັນຮັກສາການເລຂາພັກເມືອງຫີນບູນ ຄົນໃໝ່

167

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຫຼາຍອົງການຈັດຕັ້ງລວມທັງສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ມີການໂຍກຍ້າຍໜ້າທີ່ຕໍາແໜ່ງຂອງພະນັກງານ-ລັດຖະກອນ, ທັງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິທິພາບຍິ່ງຂຶ້ນໆ ເຊັ່ນດຽວກັບເມືອງ ຫີນບູນ ແຂວງ ຄຳມ່ວນ ກໍ່ໄດ້ມີການໂຍກຍ້າຍໜ້າທີ່ພະນັກງານການນຳໃນລະດັບຂັ້ນເມືອງຂຶ້ນ.

ພິທີດັ່ງກ່າວ ໄດ້ມີຂຶ້ນເມື່ອທ້າຍເດືອນ ທັນວາ 2019 ຜ່ານມາ, ຢູ່ທີ່ສະໂມສອນເມືອງຫີນບູນ ໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ເພັດສີນວນ  ປະທານສະພາປະຊາຊົນ ແຂວງຄຳມ່ວນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງໆຫີນບູນ ແຂວງຄຳມ່ວນ, ສະບັບເລກທີ 368/ຈຂ.ຄມ, ລົງວັນທີ 16 ທັນວາ 2019, ໂດຍແຕ່ງຕັ້ງທ່ານ ພັນໂທ ຄໍາສິງ ອໍລະວັນ ເປັນເຈົ້າເມືອງໆຫີນບູນ.

ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງຄຳມ່ວນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການເລຂາພັກເມືອງຫີນບູນ ສະບັບເລກທີ 1001/ຄປຈ.ຄມ, ລົງວັນທີ 30 ທັນວາ 2019, ໂດຍບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳສິງ ອໍລະວັນ ເປັນຮັກສາການເລຂາພັກເມືອງຫີນບູນ.

ຈາກນັ້ນທ່ານ ຄໍາຜຸຍ ທອນພັກດີ ເລຂາພັກເມືອງ ເຈົ້າເມືອງໆຫີນບູນ ຜູ້ເກົ່າໄດ້ຂຶ້ນຜ່ານບົດບັນທຶກມອບໜ້າທີ່ວຽກງານ ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ຍັງມີບາງດ້ານທີ່ຈະຕ້ອງສືບຕໍ່ເຮັດໃຫ້ສຳເລັດ ແລະ ເຈົ້າເມືອງໆຫີນບູນ ຜູ້ເກົ່າ-ຜູ້ໃໝ່ໄດ້ພ້ອມກັນຂຶ້ນເຊັນບົດບັນທຶກມອບ-ຮັບ ຮ່ວມກັນ, ພ້ອມທັງຮັບຟັງການໂອ້ລົມຈາກທ່ານ ສົມໃຈ ເພັດສີນວນ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງເຈົ້າເມືອງຜູ້ເກົ່າທີ່ຍາດມາຜົນງານໃນແຕ່ລະດ້ານໃນໄລຍະຜ່ານມາ ແລະ ຮຽກຮ້ອງຍັງຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ເອົາໃຈໃສ່ສືບຕໍ່ໜ້າທີ່ວຽກງານທີໄດ້ຮັບມອບໝາຍ, ພາລະກິດຂອງພັກ-ລັດ ໃຫ້ດີຂຶ້ນກວ່າເກົ່າ.

ທີ່ມາ: ສຳນັກງານປົກຄອງແຂວງຄຳມ່ວນ