ວິທີການຄິດຢ່າງມີກົນລະຍຸດຄວນເຮັດແນວໃດ?

191

ທັກສະທີ່ສຳຄັນຢ່າງໜຶ່ງຂອງຜູ້ບໍລິຫານທຸກລະດັບຄື ຄວາມສາມາດໃນການຄິດຢ່າງມີກົນລະຍຸດ ຫຼື ທີ່ເອີ້ນສັ້ນໆວ່າ “ Strategic Thinking ” ເຊິ່ງເຮົາຈະເຫັນຄວາມສຳຄັນຂອງການຄິດຢ່າງມີກົນລະຍຸດ ແຕ່ກໍມັກພົບວ່າ: ຜູ້ບໍລິຫານຈຳນວນໜຶ່ງຍັງຂາດທັກສະດັ່ງກ່າວຢູ່ ເຖິງວ່າເຮົາຈະມີຫຼັກສູດສອນອົບຮົມສະເພາະດ້ານ ຫຼື ມີໜັງສືກ່ຽວກັບກົນລະຍຸດ ແລະ ການຄິດອອກໃນໄລຍະຜ່ານມາກໍຕາມ, ແຕ່ຜູ້ບໍລິຫານທີ່ມີທັກສະດ້ານນີ້ຈະເປັນທີ່ຕ້ອງການຂອງທຸກຄົນ. ສະນັ້ນ, ການຄິດຢ່າງມີກົນລະຍຸດທີ່ອົງກອນນໍາໃຊ້ຈະມີການຝຶກອົບຮົມກັນປີລະຄັ້ງ ແຕ່ຄວາມຈິງແລ້ວການຄິດຢ່າງມີກົນລະຍຸດນັ້ນຕ້ອງເປັນທັກສະສຳຄັນທີ່ຜູ້ບໍລິຫານຈະຕ້ອງໃຊ້ທຸກວັນໃນການຄິດ ແລະ ຕັດສິນໃຈ ບໍ່ແມ່ນເປັນທັກສະທີ່ຕ້ອງໃຊ້ເມື່ອເຖິງລະດູການໃນການວາງແຜນກົນລະຍຸດເທົ່ານັ້ນ.

ອາຈານ ສົມຈິດ ດວງມີໄຊ ອໍານວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ພັດທະນາອຸດົມໄຊ ໃຫ້ທັດສະນະວ່າ: ແນວທາງພັດທະນາໃຫ້ກັບຜູ້ບໍລິຫານມີທັກສະໃນການຄິດຢ່າງມີກົນລະຍຸດໄດ້ນັ້ນ ເຮົາຄວນມາເບິ່ງວ່າວິທີການຄິດນັ້ນແມ່ນຫຍັງ? ເຊິ່ງຫຼາຍຄົນເວລານຶກເຖິງກົນລະຍຸດມັກຈະຄິດພຽງແຕ່ຄວາມສາມາດໃນການກຳນົດວິໄສທັດ, ການວິເຄາະ, ການຕັ້ງເປົ້າໝາຍ ແລະ ການວາງແຜນ ເພື່ອທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍທີ່ຕ້ອງການໄດ້; ແຕ່ຄວາມຈິງແທ້ໆແລ້ວ ຜູ້ທີ່ມີທັກສະໃນການຄິດຢ່າງມີກົນລະຍຸດນັ້ນ ຈະຕ້ອງສາມາດເບິ່ງເຫັນບັນຫາຕ່າງໆໄດ້ຢ່າງເປັນລະບົບ ເພື່ອຈະສະດວກໃນການຕັດສິນໃຈ ແລະ ວິທີແກ້ໄຂບັນຫາຕ່າງໆ ໂດຍອີງກັບວັດຖຸປະສົງ ຫຼື ເປົ້າໝາຍໃນໄລຍະຍາວ ຈຶ່ງສາມາດວາງແຜນຄິດລ່ວງໜ້າເຖິງຜົນກະທົບຂອງສິ່ງທີ່ໄດ້ຕັດສິນໃຈໄປ.

ຄຽງຄູ່ກັນນັ້ນ, ຈະຕ້ອງເບິ່ງພາບໃນອະນາຄົດໄລຍະກາງ ແລະ ຍາວໄດ້ ທີ່ສາມາດກຳນົດເປົ້າໝາຍຕ້ອງການໄປເຖິງໄດ້ຢ່າງຊັດເຈນ. ຈາກນັ້ນ, ຢ້ອນກັບມາວ່າ: ໃນໄລຍະຕ່າງໆນັ້ນຕ້ອງເຮັດຫຍັງແດ່ ເພື່ອໃຫ້ໄປເຖິງເປົ້າໝາຍທີ່ຕ້ອງການ?. ນອກຈາກນີ້, ຍັງຕ້ອງຄໍານຶງເຖິງຜົນກະທົບຂອງການຕັດສິນໃຈ ຫຼື ການກະທຳຕ່າງໆຈະສົ່ງຜົນເຖິງຜູ້ທີ່ມີສ່ວນກ່ຽວຂ້ອງແນວໃດ? ລວມທັງຈະສົ່ງຜົນຕໍ່ການບັນລຸເປົ້າໝາຍໃນໄລຍະຍາວໄດ້ແນວໃດ?.

ດັ່ງນັ້ນ, ຄຳຖາມສຳຄັນຕໍ່ມາຄືຈະພັດທະນາບຸກຄະລາກອນໃຫ້ສາມາດຄິດໃນເຊີງກົນລະຍຸດໄດ້ແນວໃດ? ການສອນ ຫຼື ການອົບຮົມທົ່ວໆໄປອາດຈະຊ່ວຍໄດ້ພຽງແຕ່ສ່ວນໜຶ່ງ ເພາະການຄິດຢ່າງມີກົນລະຍຸດບໍ່ແມ່ນພຽງແຕ່ຮູ້ຈັກວ່າກົນລະຍຸດຄືຫຍັງ ຫຼື ແມ່ນຫຍັງ? ແຕ່ມັນຄືວິທີຄິດທີ່ບໍ່ໃຊ້ເຄື່ອງມືອຸປະກອນແຕ່ຢ່າງໃດ ເພາະຄົນໃນອົງກອນຈະນວນຫຼາຍໃຫ້ ຄວາມສຳຄັນກັບການແກ້ໄຂບັນຫາສະເພາະໜ້າຫຼາຍກວ່າການຄິດໄລຍະຍາວ.

ອາຈານ ສົມຈິດ ດວງມີໄຊ ຍັງອະທິບາຍຕື່ມວ່າ: ກ່ອນຈະໄປເຖິງວິທີຄິດຢ່າງມີກົນລະຍຸດນັ້ນ ເຮົາຕ້ອງເລີ່ມຈາກການເປີດໃຈຂອງຕົນເອງກ່ອນວ່າພ້ອມທີ່ຈະຮັບຂໍ້ມູນຕ່າງໆ, ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ ແລະ ພ້ອມທີ່ຈະຮັບຟັງ ຫຼື ຮຽນຮູ້ຈາກຜູ້ທີ່ມີຄວາມຄິດແຕກຕ່າງບໍ່? ເພາະວ່າການຄິດຢ່າງມີກົນລະຍຸດນັ້ນຈະຕ້ອງມີມຸມມອງທີ່ ກວ້າງ ແລະ ຫຼາກຫຼາຍ. ດັ່ງນັ້ນ, ການຢຶດຕິດກັບສິ່ງທີ່ຕົນເອງຮູ້, ຊ່ຽວຊານ ຫຼື ສິ່ງທີ່ເຮັດເປັນປະຈຳ ສຸດທ້າຍກາຍເປັນກັບດັກຕໍ່ຄວາມສາມາດໃນການຄິດຢ່າງມີກົນລະຍຸດ.

ຕໍ່ມາຜູ້ທີ່ຢາກຄິດເປັນ ຈະຕ້ອງພ້ອມທີ່ຈະຂົນຂວາຍ ແລະ ຫາຂໍ້ມູນໃໝ່ໆຕະຫຼອດເວລາ ລວມທັງຂໍ້ມູນກ່ຽວກັບລູກຄ້າ, ຄູ່ແຂ່ງ ຫຼື ເຕັກໂນໂລຊີໃໝ່ໆ ເພາະຂໍ້ມູນ ແລະ ຄວາມຮູ້ໃໝ່ໆຈະຊ່ວຍຍົກລະດັບ ຄວາມສາມາດໃນການຄິດຂອງເຮົາໃຫ້ຫຼາຍກວ່າການແກ້ໄຂບັນຫາມື້ຕໍ່ມື້. ນອກເໜືອຈາກຂໍ້ມູນພາຍນອກອົງກອນແລ້ວ ຂໍ້ມູນຕ່າງໆພາຍໃນອົງກອນກໍເປັນສິ່ງສຳຄັນ ຖ້າອົງກອນໃດຢາກພັດທະນາຜູ້ບໍລິຫານໃຫ້ຄິດຢ່າງມີກົນລະຍຸດແລ້ວ ອົງກອນດັ່ງກ່າວກໍຄວນຈະຕ້ອງມີລະບົບໃນການສື່ສານເຜີຍແຜ່ຂໍ້ມູນຕ່າງໆ ທັງຈາກລະດັບອົງກອນສູ່ໜ່ວຍງານຕ່າງໆ ເພື່ອໃຫ້ຜູ້ບໍລິຫານຮັບຮູ້ເຖິງການຕັດສິນໃຈຕ່າງໆ ຜົນຮັບທີ່ເກີດຂຶ້ນຈະໄດ້ສາມາດເບິ່ງເຫັນພາບລວມຂອງທັງອົງກອນ ແລະ ຮູ້ເຖິງຜົນການຕັດສິນໃຈຕໍ່ເປົ້າໝາຍຂອງອົງກອນ.