ສົ່ງທ້າຍປີດ້ວຍຮູບເງົາສຸດສະຢອງ “THECLOCK”

154

ຮູບເງົາ “ຕິກຕ໋ອກ ຜີນາລິກາ” ຫຼື “THECLOCK” ສົ່ງທ້າຍປີກັບຮູບເງົາສຸດສະຢອງເປັນຕາຢ້ານຈາກປະເທດ ກຳປູເຈຍ ແລະ ຍັງລຸ້ນລະທຶກໄປທຸກສາກອີກດ້ວຍ.

ຮູບເງົາສະຢອງຂວັນອັນດັບ 1 ຂອງປະເທດກຳປູເຈຍ ເຊິ່ງມີເລື້ອງລາວຂອງໂມງຜີສິງທີ່ສືບທອດຕໍານານທີ່ເປັນຕາໜ້າຢ້ານມາຕັ້ງແຕ່ປີ 1940 ເມື່ອຜູ້ໃດທີ່ໄດ້ຄອບຄອງມັນຈະຕ້ອງພົບ ແລະ ປະເຊີນໜ້າກັບພະລັງງານທີ່ຊົ່ວຮ້າຍໂດຍກັດກິນວິນຍານບໍລິສຸດ. ເຊິ່ງໃນທີ່ສຸດມັນກໍຕົກໄປຢູ່ໃນມືຂອງຄອບຄົວພໍຄ້າຂາຍໂມງບູຮານທີ່ຄອບຄົວກຳລັງປະສົບປັນຫາຈົນເຮັດໃຫ້ລູກສາວທີ່ຂາດຄວາມອົບອຸ່ນຈາກແມ່ລ້ຽງ ແລະ ກາຍເປັນເປົ້າໝາຍໃໝ່ຂອງວິນຍານຊົ່ວຮ້າຍ.

ຈາກເລື່ອງຈິງໃນຕໍານານໂມງຜີສິງສູ່ຮູບເງົາໜຶ່ງສຸດຕາຢ້ານສົ່ງທ້າຍປີກັບຮູບເງົາທີ່ລີ້ລັບ ເຊິ່ງສຽງຂອງມັນບໍ່ໄດ້ປຸກໃຫ້ຕື່ນ ແຕ່ເປັນສຽງເຕືອນຂອງຄວາມຕາຍ ພົບກັບຮູບເງົາທີ່ເຮັດໃຫ້ຜູ້ເບິ່ງຂົນຫົວລຸກທົ່ວປະເທດກຳປູເຈຍມາແລ້ວ ເຂົ້າສາຍມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

ຂໍ້ມູນຈາກ: major platinum cineplex

ຮຽບຮຽງ: ນຸ້ມນິ້ມ.