ໂຊກດີຮັບປີໃໝ່! ຍິນດີນໍາຜູ້ຄວ້າໄດ້ລົດໃຫຍ່ຈາກນໍ້າດື່ມຫົວເສືອ

198

ບໍລິສັດ ເບຍລາວ ຈໍາກັດ ຜູ້ຜະລິດ ແລະ ຈໍາໜ່າຍຜະລິດຕະພັນນໍ້າດື່ມຫົວເສືອ ຈັດກິດຈະກໍາມອບໂຊກເພື່ອຄືນກໍາໄລໃຫ້ລູກຄ້າໃນໂຄງການ “ ຊື່ນໃຈທ້າຍປີລຸ້ນໂຊກ 2 ຊັ້ນ ຈາກນໍ້າດື່ມຫົວເສືອ ” ໂດຍ ທ່ານ ຄໍາເພັດ ສະເຫຼີມໄຊ ເປັນຜູ້ໂຊກດີໄດ້ຮັບລົດໃຫຍ່ Ford Everest.

ພິທີຈັບສະຫຼາກຊຸດທີ 1 ໄດ້ຈັດຂຶ້ນໃນທ້າຍເດືອນພະຈິກ ໂດຍມີລາງວັນລົດຈັກ Honda 110i ຈໍານວນ 12 ຄັນ ແລະ ຊຸດທີ 2 ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2019 ທີ່ ບໍລິສັດ ເບຍລາວ ຈໍາກັດ ເປັນກຽດຈັບສະຫຼາກໂດຍ ທ່ານ ສູນທອນ ສິຣິສັກ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍປະຊາຊົນ ແລະ ພະນັກງານເຂົ້າຮ່ວມເປັນສັກຂີພິຍານ.ຜົນການຈັບສະຫຼາກຮັບລາງວັນໃຫຍ່ເປັນລົດໃຫຍ່ Ford Everest ເປັນ ທ່ານ ຄໍາເພັດ ສະເຫຼີມສຸກ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນຜູ້ໄດ້ຮັບລາງວັນດັ່ງກ່າວໄປ.

ລາງວັນລົດຈັກ Honda 110i ຈໍານວນ 12 ຄັນ ທັງໝົດມີ 3 ພາກ ຄື: ພາກກາງ, ພາກເໜືອ ແລະ ພາກໃຕ້ ເຊິ່ງຈັບສະຫຼາກເອົາພາກລະ 4 ຄັນ ໄດ້ຜູ້ໂຊກດີ ດັ່ງນີ້:

▶ ພາກກາງ: ທ້າວ ອານັນ ຈັນທະລາ ບ້ານໄຊສົມບູນ ນະຄອນຫຼວງວຽງຈັນ, ນາງ ຄໍາຜິວ ບ້ານໂຄກໃຫຍ່ ນະຄອນຫຼວງວຽງຈັນ, ນາງ ສຸກສະໄໝ ໄຊຍະສິງ ບ້ານປາກຊັນ ແຂວງ ບໍລິຄໍາໄຊ ແລະ ທ້າວ ພອນໄຊ ວໍລະຈິດ ບ້ານໜອງໜ້ຽວ ນະຄອນຫຼວງວຽງຈັນ.

▶ ພາກເໜືອ: ທ້າວ ສຸລະກອນ ດວງສຸກ ບ້ານມອນໃຕ້ ແຂວງອຸດົມໄຊ, ທ້າວ ຕຸ້ຍ ພົມພູມີ ບ້ານປ່າສັກ ແຂວງອຸດົມໄຊ, ນາງ ບົວຈັນ ບຸນສິດສະວົງ ບ້ານຜານົມ ແຂວງຫຼວງພະບາງ ແລະ ນາງ ຄິມ ໄຊເສນາ ບ້ານໂນນສະຫວັນ ແຂວງໄຊຍະບູລີ.

▶ ພາກໃຕ້: ນາງ ກົງໃຈ ວົງພົມ ບ້ານຫົວແຊ ແຂວງຈໍາປາສັກ, ນາງ ສຸດາລິນ ວັນນະລັດ ບ້ານໂພນໄຊ ແຂວງຈໍາປາສັກ, ນາງ ພອນໄພ ພົມມະໄລສຸກ ບ້ານໂພນຄໍາ ແຂວງເຊກອງ ແລະ ທ້າວ ເຕີ້ ແດນອຸດົມ ບ້ານຈອມເພັດ ແຂວງສະຫວັນນະເຂດ. ນອກຈາກນີ້, ກໍຍັງມີລາງວັນພິເສດຜ່ານແຟນເພຈ໌ຮ່ວມກິດຈະກໍາຖ່າຍຮູບລຸ້ນໂຊກ Iphone 11 Pro ໄດ້ແກ່: Bouasavhan sisomvong ( ບົວສະຫວັນ ສີສົມວົງ ).

( ຂ່າວ: ທິບອຸສາ)