ກາງເດືອນນີ້ ເລີ່ມໂຄງການກໍ່ສ້າງປັບປຸງສິ່ງແວດລ້ອມຢູ່ 2 ເມືອງ ແຂວງໄຊຍະບູລີ

100

ພິທີເຊັນສັນຍາໂຄງການກໍ່ສ້າງປັບປຸງສິ່ງແວດລ້ອມບ້ານຢູ່ 2 ເມືອງ ຄື: ເມືອງໄຊຍະບູລີ ແລະ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ 2019 ນີ້ ຢູ່ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ, ເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ, ທ່ານ ບຸນທະວີ ໂພທິລັກ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີຮອງເຈົ້າເມືອງບໍ່ແຕນ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບ
ໂຄງການດັ່ງກ່າວແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດໃນກາງເດືອນມັງກອນ ປີ 2020 ໂດຍແມ່ນ ບໍລິສັດ ດວງຈັນ ຮຸ່ງເຮືອງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຈະໃຫ້ສໍາເລັດໃນເດືອນກໍລະກົດ 2020, ໜ້າວຽກທີ່ບໍລິສັດຜູ້ຮັບເໝົາຈະປະຕິບັດຢູ່ເມືອງໄຊຍະບູລີ ມີ 15 ບ້ານ, ແມ່ນກໍ່ສ້າງເສັ້ນທາງຍົກລະດັບປູຫີນແຮ່ມີຈໍານວນ 25 ເສັ້ນ, ຍາວທັງໝົດ 4.103 ແມັດ ພ້ອມດ້ວຍທໍ່ລອດທາງຈໍານວນໜຶ່ງ, ຈັດຊື້ວັດສະດຸເພື່ອສ້ອມແປງຫ້ອງການບ້ານ ແລະ ໂຮງຮຽນ


ພາບປະກອບ

ກໍ່ສ້າງຮ່ອງລະບາຍນໍ້າແບບປິດເປີດດ້ວຍຫີນພູ ແລະ ເທຝາຄອນກຣີດເສີມເຫຼັກປົກຮ່ອງນໍ້າບາງຈຸດຍາວ 6 ແມັດ ລວມມູນຄ່າ 1 ຕື້ 125 ລ້ານກວ່າກີບ; ເມືອງບໍ່ແຕນ ມີ 4 ບ້ານ ໜ້າວຽກທີ່ເຮັດກໍ່ສ້າງເສັ້ນທາງຍົກລະດັບປູຫີນແຮ່ ຈໍານວນ 7 ເສັ້ນ ມີຄວາມຍາວທັງໝົດ 1.276 ແມັດ ພ້ອມດ້ວຍທໍ່ລອດທາງຈໍານວນໜຶ່ງ, ຈັດຊື້ອຸປະກອນເພື່ອສ້ອມແປງຫ້ອງການບ້ານ ມີມູນຄ່າ 264 ລ້ານກວ່າກີບ ລວມມູນຄ່າທັງໝົດ 1 ຕື້ 389 ລ້ານ ກວ່າກີບ.

( ຂ່າວ: ບຸນທີ )