2019 ປີແຫ່ງການປ່ຽນແປງ ແລະຮຽນຮູ້ ຂອງສາວ ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019

309

ສະບາຍດີປີ 2020 ແຟນເພຈ໌ ສໍາລັບປີ 2019 ຈື່ຫຍັງໄດ້ແນ່ສໍາລັບເຫດການພິເສດ ສິ່ງຕ່າງໆທີ່ເກີດຂຶ້ນກັບໂຕເຮົາ ຄົນອ້ອມຂ້າງ, ທີ່ມັນທັງເປັນຄວາມສຸກ, ທຸກ, ບົດຮຽນ ປະສົບການ ແລະ ສິ່ງອື່ນໆບໍ? ແອັດເອງກໍ່ບໍໄດ້ບັນທຶກເລື່ອງລາວຊີວິດໄວເຊັ່ນກັນແຮແຮ ຫາກແຕ່ວ່າສາວງາມຄົນໜຶ່ງ  ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງ 2019 ຂອງເຮົານີ້ເອງ ໂພສ ກ່ຽວກັບປີ 2019 ວ່າ:

“ປີ 2019 ຄືປີແຫ່ງການປ່ຽນແປງ “

1 ການສະຫມັກແລ່ນມິນິມາລາທອນ {10Km} ຄັ້ງທໍາອິດໃນຊີວິດ. ໄປຄົນດຽວ ແລ່ນຄົນດຽວ ງົດໃຊ້ໂທລະສັບ ງົດສຽງເພງໃດໆ ໄດ້ຍິນແຕ່ສຽງນົກ ສຽງຄົນ ສຽງລົດແລ່ນຜ່ານ ສີ່ງທີ່ໄດ້ຮຽນຮູ້ໃນການແລ່ນຄັ້ງນີ້ຄື: ການເພິ່ງພາຕົນເອງ ການໄດ້ຮຽນຮູ້ທີ່ຈະຍ່າງຄົນດຽວໄປຄົນດຽວ ເມື່ອຍກໍພັກແລ້ວລຸກຂຶ້ນຕໍ່ ປຽບເຫມືອນໃນຊີວິດຈິງ ຖ້າພົບບັນຫາກໍໃຫ້ນັ່ງພັກຕັ້ງສະຕິ ແລ້ວສູ້ຕໍ່ໄປ.

2 ໄດ້ຮັບຕໍາແຫນ່ງ ນາງສາວນະຄອນຫຼວງວຽງຈັນ 2019. ການປ່ຽນແປງດ້ານການໃຊ້ຊີວິດ, ສັງຄົມ ແລະ ການວາງໂຕ ຈາກຜູ້ຍິງທຳມະດາກ້າວເຂົ້າມາເປັນຄົນຂອງປະຊາຊົນ ຕ້ອງປະຕິບັດຕາມພາລະກິດທີ່ພັກ-ລັດມອບຫມາຍໃຫ້ ຕ້ອງວາງໂຕໃຫ້ເຫມາະສົມກັບເປັນທູດວັດທະນະທໍາ (ຕ້ອງຮັບມືຈາກກະແສສັງຄົມໂຈມຕີ ວິພາກວິຈານຢ່າງຫນັກ)

ສິ່ງທີ່ໄດ້ຮຽນຮູ້ຈາກການໄດ້ຮັບຕໍາແໜ່ງຄັ້ງນີ້ຄື: ເວລາບໍ່ເຄີຍຫວນຄືນ ເມື່ອເຮົາຕັດສິນໃຈເຮັດສິ່ງໃດໄປແລ້ວຕ້ອງນ້ອມຮັບ ແລະ ເຮັດສິ່ງນັ້ນໃຫ້ດີທີ່ສຸດ ຢ່າຢ້ານການປ່ຽນແປງ ເພາະທຸກການປ່ຽນແປງມາພ້ອມກັບບົດຮຽນໃຫ້ເຮົາເກັບກ່ຽວເອົາປະສົບການສະເໝີ ເຮົາບໍ່ສາມາດຫ້າມຄວາມຄິດໃຜໄດ້ ສິ່ງທີ່ຫ້າມໄດ້ຄືຄວາມຄິດ ແລະ ໃຈເຮົາເອງ.

3 ລະທາງໂລກເຂົ້າສູ່ທາງທັມ ບວດຂາວ 11 ມື້ ກ້າວແລກທີ່ຍ່າງເຂົ້າວັດຄືກ້າວແລກທີ່ຕັດໂລກພາຍນອກ ງົດໂທລະສັບ ບໍ່ມີອິນເຕີເນັດ ງົດການຕິດຕໍ່ຈາກພາຍນອກ ຈາກຄົນຕື່ນສວາຍຕ້ອງລຸກແຕ່ 3ໂມງເຊົ້າມາໄຫວ້ພຣະ – ໃສ່ບາດ ໄດ້ກິນເຂົ້າແຕ່ຄາບດຽວຄືສັນເພນ 11ໂມງ-12ໂມງ ຫລັງຈາກນັ້ນກໍກຽມໄຫວ້ພຣະຕອນ 1ໂມງ-3ໂມງ ເຮັດວຽກອະນາໄມວັດ ແລ້ວກະກຽມ ໄຫວ້ພຣະ 7ໂມງແລງ-9:30 ເປັນກິດຈະວັດໃນແຕ່ລະມື້ວົນວຽນໄປຈົນ 11ມື້

ສິ່ງທີ່ໄດ້ຮຽນຮູ້ຈາກການບວດຂາວໃນຄັ້ງນີ້ຄື: ທຸກຢ່າງເປັນອານິດຈັງບໍ່ມີຫຍັງທ່ຽງແທ້ ຈົ່ງໃຊ້ຊີວິດຄືມື້ນີ້ເປັນມື້ສຸດທ້າຍຂອງຊີວິດ ຝຶກການມີວິໄນ ຖ້າເຮົາມີວິໄນຕໍ່ຕົນເອງກໍຈະເຮັດໃຫ້ເຮົາມີວິໄນຕໍ່ສິ່ງອື່ນ ບໍ່ມີໃຜເປັນຕາມໃຈທີ່ເຮົາຫວັງ ການປ່ອຍວາງຄືສິ່ງທີ່ດີທີ່ສຸດ ການໄຫວ້ພຣະສວດມົນຄືການລະກິເລດ ແລະ ເປັນການຝຶກສະມາທິທີ່ດີທີ່ສຸດ

4 ໄດ້ຮັບກຽດນິຍົມອັນດັບຫນຶ່ງ ຫຼື ໃບປະກາດແດງ ສາຂາເສດຖະສາດພາກລັດ. ການຮຽນຄືການລົງທຶນໄລຍະຍາວ ຕັ້ງເປົ້າໝາຍໃຫ້ຊັດເຈນແລ້ວສູ້ໃຫ້ເຖິງທີ່ສຸດ ຕັ້ງໃຈ ຝຶກຝົນ ພະຍາຍາມ ແລ້ວກໍໄດ້ຮູ້ວ່າ ສີ່ງທີ່ເຮົາຕໍ່ສູ້ຢ່າງຫນັກທີ່ຜ່ານມາບໍ່ສູນເປົ່າ

ສິ່ງທີ່ໄດ້ຮຽນຮູ້ຈາກການໄດ້ຮັບໃບປະກາດແດງໃນຄັ້ງນີ້ຄື: ບໍ່ມີຫຍັງເປັນໄປບໍ່ໄດ້ຖ້າເຮົາມີຄວາມພະຍາຍາມ.

ຂອບໃຈທຸກບົດຮຽນທີ່ຜ່ານເຂົ້າມາໃນຊີວິດ ຫນັງສືໃນປີ 2019 ໄດ້ຈົບລົງແລ້ວພ້ອມແລ້ວສຳລັບການຫນັງສືເຫລັ້ມໃໝ່ໃນຕະຫຼອດປີ 2020.