ອາຫານທີ່ຊ່ວຍໃຫ້ຮ່າງກາຍອົບອຸ່ນໃນສະພາບອາກາດເຢັນ

254

ເມື່ອສະພາບອາກາດເຢັນມັກຈະມີຄວາມຕ້ອງການບໍລິໂພກອາຫານຫຼາຍຂຶ້ນ ເພາະມີເຫດຜົນທາງວິທະຍາຮ່ວມນໍາວ່າປົກກະຕິເມື່ອອຸນຫະພູມຫຼຸດລົງຈະຢາກບໍລິໂພກສູງຂຶ້ນພ້ອມ. ເນື່ອງຈາກລະບົບການເຮັດວຽກພາຍໃນຮ່າງກາຍຈະມີການເຄື່ອນທີ່ໃຫ້ບໍລິໂພກອາຫານເພື່ອໃຫ້ໄດ້ແຄລໍຣີຫຼາຍຂຶ້ນ, ເພື່ອເພີ່ມອຸນຫະພູມໃຫ້ແກ່ຮ່າງກາຍ, ເພື່ອໃຫ້ຮ່າງກາຍຮູ້ສຶກອົບອຸ່ນ ແລະ ເປັນການສະສົມແຄລໍຣີໄວ້ສຳລັບໃຊ້ໃນສະພາບອາກາດໜາວ.

ສຳລັບອາຫານທີ່ໃຫ້ຄວາມອົບອຸ່ນ ແລະ ເໝາະກັບອຸນຫະພູມໃນສະພາບອາກາດເຢັນໄດ້ແກ່ອາຫານປະເພດທີ່ມີໂປຣຕີນສູງຜ່ານການຕົ້ມ ຫຼື ຕຸ່ນເປັນເວລາດົນ. ສ່ວນອາຫານທີ່ມີລົດຊາດເຜັດຮ້ອນລວມທັງຢາພື້ນເມືອງທີ່ປະສົມໃນນ້ຳອຸ່ນເຊັ່ນ: ຂີງ, ໝາກເຜັດ, ພິກໄທ, ກະທຽມ ແລະ ອື່ນໆ. ເຊິ່ງອາຫານເຫຼົ່ານີ້ລ້ວນເປັນອາຫານທີ່ຈຳເປັນຕໍ່ສະພາບອາກາດໜາວເຢັນ ເພາະຈະຊ່ວຍໃຫ້ຮ່າງກາຍອົບອຸ່ນຈາກພາຍໃນ. ອາຫານ ແລະ ເຄື່ອງດື່ມອຸ່ນໆສາມາດເພີ່ມອຸນຫະພູມໃຫ້ແກ່ຮ່າງກາຍໄດ້ ພ້ອມທັງຊ່ວຍເຮັດໃຫ້ເລືອດມີການໝູນວຽນດີຂຶ້ນ.

ການດື່ມນ້ຳອຸ່ນໆຫຼາຍໆກໍສາມາດສ້າງຄວາມອົບອຸ່ນໃຫ້ຮ່າງກາຍໄດ້ ເຖິງວ່າຈະບໍ່ຫິວນ້ຳຄືກັບສະພາບອາກາດຮ້ອນກໍຕ້ອງດື່ມນ້ຳຫຼາຍໆ ເພາະຄວາມຈິງແລ້ວໃນອາກາດໜາວແບບນີ້ຮ່າງກາຍຕ້ອງການນ້ຳຫຼາຍເຊັ່ນກັນກັບອາກາດຮ້ອນ ເນື່ອງຈາກວ່າຮ່າງກາຍຕ້ອງມີການປັບປ່ຽນກັບອາກາດທີ່ໜາວເຢັນ ແລະ ແຫ້ງ.

ນອກຈາກນີ້, ການຮັກສາ ຫຼື ສ້າງຄວາມອົບອຸ່ນໃຫ້ແກ່ຮ່າງກາຍໂດຍການນຸ່ງເຄື່ອງທີ່ໜາໆ ເພື່ອປ້ອງກັນຄວາມໜາວເຢັນຈາກພາຍນອກ, ອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍກໍຖືເປັນການປ້ອງກັນພະຍາດແຖມເປັນການຮັກສາສຸຂະພາບໃຫ້ແຂງແຮງອີກດ້ວຍ.

ຂໍ້ມູນຈາກ: thaihealth.com

ຮຽງຮຽງ: ນຸ້ມນິ້ມ.