ການປະຕິບັດວຽກ 3 ສ້າງຂອງສານຍັງບໍ່ທັນໜັກແໜ້ນພໍ

159

ການຈັດຕັ້ງປະຕິບັດວຽກ 3 ສ້າງຂອງສານປະຊາຊົນສູງສຸດ ( ສປສສ ) ໃນໄລຍະ 7 ປີຜ່ານມາ ເຫັນວ່າພະນັກງານສານຈຳນວນໜຶ່ງຍັງບໍ່ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ຍັງມີຂໍ້ບົກຜ່ອງບາງປະການ ເຮັດໃຫ້ຍັງມີຫາງສຽງຈົ່ມວ່າຈາກສັງຄົມ ດັ່ງນັ້ນ, ແຕ່ລະພາກສ່ວນຕ້ອງເອົາໃຈໃສ່ຕື່ມໃນການຊີ້ ນໍາ – ນຳພາ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ.

ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ 3 ສ້າງຂອງ ສປສສ ໃນວັນທີ 31 ທັນວາ 2019 ວ່າ: ໄລຍະຜ່ານມາການປະຕິບັດວຽກງານ 3 ສ້າງຂອງສານຍັງມີຂໍ້ຄົງຄ້າງ ເຮັດໃຫ້ມີຫາງສຽງຈົ່ມວ່າຕໍ່ສານໃນບາງກໍລະນີ ເປັນຕົ້ນການຮັບສິນບົນພາໃຫ້ຄະດີຜິດເຂວ, ໃກ້ຊິດກັບລູກຄວາມ, ມີບາງກໍລະນີຕັດສິນປີ້ນຄວາມເຮັດໃຫ້ມີການໂວຍວາຍ ແລະ ອື່ນໆ. ສະນັ້ນ, ເພື່ອແນໃສ່ກໍ່ສ້າງຜູ້ພິພາກສາໃນສະໜາມຮົບການຕັດສິນພິພາກສາຄະດີຕົວຈິງ, ຕ້ອງສ້າງພະນັກງານສານມີຄວາມເຕີບໃຫຍ່ ໄຕ່ເຕົ້າແຕ່ຮາກຖານຂຶ້ນມາແຕ່ລະຂັ້ນຕາມແຜນກຳນົດສ້າງພະນັກງານ.

ທ່ານ ຄຳພາ ແສງດາຣາ ກ່າວຕື່ມວ່າ: ເພື່ອໃຫ້ຜູ້ພິພາກສາ ແລະ ພະນັກງານສານປະຕິບັດວຽກງານຢ່າງເຂັ້ມງວດ ແລະ ມີ ຄວາມຮັບຜິດຊອບສູງໃນການດຳເນີນຄະດີ ແລະ ຕັດສິນຄະດີຢ່າງຖືກຕ້ອງເປັນທຳ ຫຼີກລຽງຫາງສຽງຈາກສັງຄົມ. ການປະຕິບັດວຽກ 3 ສ້າງຕ້ອງຫັນເຂົ້າສູ່ລວງເລິກ ແລະ ກວ້າງຂວາງຕື່ມອີກ, ຫັນເອົາການດໍາເນີນຄະດີອາຍາທີ່ເຄີຍເຮັດມາຫຼາຍປີແລ້ວໄປສູ່ອັນໃໝ່, ການຊີ້ນຳ – ນໍາພາການພັດທະນາສານຕາມທິດບຸກທະລຸ ເຮັດໃຫ້ສານແຕ່ລະຂັ້ນມີການພັດທະນາໃນດ້ານການຈັດຕັ້ງ, ບຸກຄະລາກອນ, ລະບົບດຳເນີນຄະດີ ແລະ ການບໍລິຫານສານໃຫ້ເປັນລະບົບຄົບຊຸດ ແລະ ທັນສະໄໝ.

ຜູ້ພິພາກສາ ແລະ ພະນັກງານສານແຕ່ລະຄົນຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ ແລະ ຕ້ອງເສີມຂະຫຍາຍສະຕິປັນຍາຫົວຄິດປະດິດສ້າງຂອງພະນັກງານ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະໃຫ້ນັບມື້ກ້າວໜ້າ.

( ຂ່າວ: ກາວຊົ່ງ )