ຊົມເຊີຍ! ບໍ່ຄຳ – ທອງ ເຊໂປນ ມອບເງິນອາກອນກຳໄລລ່ວງໜ້າໃຫ້ລັດ

231

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ – ທອງ ເຊໂປນ ( ລຊມລ ) ໄດ້ມອບແຊັກເງິນອາກອນກຳໄລລ່ວງໜ້າ ສົກປີ 2019 ຈໍານວນ 2 ລ້ານໂດລາສະຫະລັດ ໃຫ້ແກ່ ທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ ເມື່ອວັນທີ 3 ທັນວາຜ່ານມາ.

ໃນຕົວຈິງແລ້ວ ແລະ ຕາມສັນຍານັ້ນອາກອນກຳໄລແມ່ນຈະໄດ້ປະກາດ ແລະ ມອບໃຫ້ພາກລັດໃນເດືອນມີນາ 2020 ທີ່ຈະມາເຖິງ. ໃນສົກປີ 2019 ນີ້ ລຊມລ ໄດ້ຜະລິດແຜ່ນທອງໄດ້ 72 ພັນກວ່າໂຕນ ເຊິ່ງໄດ້ລື່ນຄາດໝາຍທີ່ໄດ້ຕັ້ງໄວ້. ນັບຕັ້ງແຕ່ໄດ້ເລີ່ມດຳເນີນງານໃນປີ 2002 ເປັນຕົ້ນມາ ລຊມລ ໄດ້ມອບພັນທະຫຼາຍ 1,4 ກວ່າຕື້ໂດລາສະຫະລັດ ໃຫ້ແກ່ລັດຖະບານ ເຊິ່ງເປັນລາຍຮັບໂດຍກົງໃນຮູບແບບພາສີ – ອາກອນ, ຄ່າຊັບພະຍາກອນແຮ່ທາດ, ເງິນຄັງສຳຮອງນ້ຳມັນ ແລະ ເງິນປັນຜົນ.

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ແລະ ຜູ້ຈັດການຝ່າຍພົວພັນກັບຜູ້ມີສ່ວນຮ່ວມຂອງ ບໍລິສັດ ລຊມລ ໄດ້ກ່າວວ່າ: ບໍລິສັດ ຢຶດໝັ້ນເປັນຄູ່ຮ່ວມມື – ສະໜັບສະໜູນໃຫ້ແກ່ລັດຖະບານ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນຕໍ່ການພັດທະນາເສດຖະກິດ – ສັງຄົມໃນ ສປປ ລາວ, ນອກຈາກການປະກອບສ່ວນເປັນລາຍຮັບໂດຍກົງຕໍ່ລັດຖະບານແລ້ວ ບໍລິສັດ ຍັງໄດ້ເປັນຄູ່ຮ່ວມງານທີ່ໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ພາກລັດ ໃນການປະກອບສ່ວນຕໍ່ການພັດທະນາທີ່ສໍາຄັນໃນ ສປປ ລາວ ໂດຍຜ່ານການສ້າງວຽກເຮັດງານທໍາ ແລະ ການຝຶກອົບຮົມ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາທຸລະກິດທ້ອງຖິ່ນ ກໍຄືການພັດທະນາຊຸມຊົນ ”.

ສິ່ງທີ່ພົ້ນເດັ່ນໃນທ້າຍປີ 2019 ແມ່ນການປະກາດລາງວັນ “ ອາຊຽນ ” ດີເດັ່ນດ້ານແຮ່ທາດ ( ASEAN Minerals Award ) ເຊິ່ງ ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ໄດ້ເປັນຜູ້ຊະນະເລີດໃນດ້ານການຂຸດຄົ້ນແຮ່ທາດ ແລະ ໂລຫະທີ່ດີເລີດ; ລາງວັນດັ່ງກ່າວໄດ້ຍົກບົດບາດ ແລະ ໃຫ້ການຍ້ອງຍໍ – ສັນລະເສີນແກ່ບໍລິສັດຂຸດຄົ້ນປຸງ – ແຕ່ງແຮ່ທາດ ແລະ ໂລຫະໃນບັນດາປະເທດ “ ອາຊຽນ ” ທີ່ດຳເນີນທຸລະກິດພັດທະນາແຮ່ທາດແບບຍືນຍົງ ແລະ ມີ ຄວາມຮັບຜິດຊອບຢ່າງດີເລີດດ້ານສິ່ງແວດລ້ອມ ແລະ ສັງຄົມ.

ປີ 2019 ເປັນການຈັດລາງວັນ “ ອາຊຽນ ” ດີເດັ່ນດ້ານແຮ່ທາດ ຄັ້ງທີ 2 ແລະ ກໍເປັນຄັ້ງທີ 2 ທີ່ ບໍລິສັດ ລຊມລ ໄດ້ຮັບລາງວັນ ແລະ ການຍ້ອງຍໍສັນລະເສີນ ສຳລັບຜົນງານ ແລະ ການປະກອບສ່ວນທີ່ດີເດັ່ນດ້ານການພັດທະນາຊຸມຊົນ, ການປະກອບສ່ວນຕໍ່ການສະໜອງແຮ່ທາດໃນຕະຫຼາດອາຊຽນ, ການພັດທະນາຊັບພະຍາກອນມະນຸດ, ຜະລິດຕະຜົນ ແລະ ປະສິດທິພາບດ້ານຊັບພະຍາກອນ, ຜົນງານດ້ານສຸຂະພາບ ແລະ ຄວາມປອດໄພ ກໍຄືຜົນງານດ້ານສິ່ງແວດລ້ອມ.

ນອກຈາກປະກອບເປັນສ່ວນລາຍຮັບໂດຍກົງໃຫ້ແກ່ລັດຖະບານແລ້ວ, ລຊມລ ຍັງໄດ້ລົງທຶນ ປະມານ 50 ລ້ານໂດລາສະຫະລັດ ໃນການພັດທະນາໂຄງລ່າງພື້ນຖານແຫ່ງຊາດ ແລະ ທ້ອງຖິ່ນ, 48 ລ້ານໂດລາສະຫະລັດ ເຂົ້າໃສ່ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ໄດ້ລົງທຶນຫຼາຍລ້ານໂດລາສະຫະລັດ ໃສ່ວຽກງານປົກປັກຮັກສາມໍລະດົກວັດທະນະທຳ ແລະ ແຜນງານສະໜັບສະໜູນດ້ານສັງຄົມອື່ນໆ.

ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນຫຼາຍກວ່າ 14 ພັນຄົນ ທີ່ໄດ້ຮັບຜົນປະໂຫຍດຈາກແຜນງານພັດທະນາຊຸມຊົນ ລວມ 13 ລ້ານໂດລາ ຜ່ານໂຄງການ ແລະ ການລົງທຶນໂດຍກົງ ໃນຂະນະທີ່ລາຍໄດ້ຊຸມຊົນຜ່ານກຸ່ມທຸລະກິດທ້ອງຖິ່ນແມ່ນໄດ້ທະວີຄູນຂຶ້ນເປັນ 32 ລ້ານໂດລາ.

ບໍລິສັດ ລຊມລ ໄດ້ລົງທຶນຫຼາຍລ້ານໂດລາສະຫະລັດ ເຂົ້າໃນການພັດທະນາ ແລະ ຝຶກອົບຮົມບຸກຄະລາກອນ, ການລົງທຶນດັ່ງກ່າວໄດ້ພັດທະນາທັກສະ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຄົນລາວ ກວ່າ 10 ພັນຕໍາແໜ່ງງານ, ໃນໄລຍະທີ່ດຳເນີນການຜະລິດ ບໍລິສັດກໍໄດ້ວ່າຈ້າງພະນັກງານກວ່າ 5 ພັນຄົນ ແລະ ປັດຈຸບັນກໍຍັງມີພະນັກງານ ລຊມລ ກວ່າ 1.500 ຄົນ ແລະ ພະນັກງານ ບໍລິສັດ ຜູ້ຮັບເໝົາ 1.400 ຄົນ.

ບໍລິສັດ ລຊມລ ມີແຜນຫັນປ່ຽນຈາກການຂຸດຄົ້ນ – ຜະລິດທອງ ສູ່ການຂຸດຄົ້ນ – ຜະລິດຄຳ ເຊິ່ງຈະນຳອະນາຄົດອັນສົດໃສມາໃຫ້ແກ່ຜູ້ມີສ່ວນຮ່ວມທຸກພາກສ່ວນ, ການຜະລິດຄຳຈະສືບຕໍ່ສ້າງວຽກເຮັດງານທຳແກ່ພະນັກງານ ແລະ ສ້າງລາຍໄດ້ ກໍຄື: ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ເຊິ່ງທາງບໍລິສັດຍັງຈະສືບຕໍ່ປະກອບສ່ວນໃສ່ການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ໄປອີກຢ່າງໜ້ອຍ 7 ປີ ໂດຍຄາດວ່າຈະຜະລິດຄຳແທ່ງໄດ້ປີລະປະມານ 2 ແສນອອນ ພ້ອມທັງຈະລົງທຶນເພີ່ມຂຶ້ນໃສ່ການສຳຫຼວດ ເພື່ອຍືດອາຍຸການຂຸດຄົ້ນບໍ່ແຮ່ໃຫ້ຍືນຍາວໄປອີກຢ່າງໜ້ອຍ 10 ປີ.