ດ່ານພາສີສາກົນສະໜາມບິນວັດໄຕ ມີການຍົກລະດັບໃຫ້ທັນສະໄໝ

276

ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງດ່ານພາສີສາກົນສະໜາມບິນວັດໄຕ ໄດ້ມີການນຳໃຊ້ເຄື່ອງມືທັນສະໄໝຫຼາຍຢ່າງເຂົ້າໃນການປະຕິບັດວຽກງານ ເພື່ອເຮັດໃຫ້ວຽກງານມີຄວາມສະດວກ ໂປ່ງໃສ ວ່ອງໄວ ເປັນຕົ້ນ: ລະບົບອາຊີກູດາເຂົ້າໃນວຽກງານແຈ້ງພາສີ, ການຊຳລະຄ່າພາສີຕ່າງໆນຳໃຊ້ລະບົບສະມາດແທັກ, ລະບົບເອັກສະເລ ( X – Ray ) ໃນການກວດກາກະເປົາເດີນທາງຂອງຜູ້ໂດຍສານເຂົ້າ – ອອກ ເຮັດໃຫ້ວຽກງານການຈັດຕັ້ງປະຕິບັດມີຄວາມສະດວກວ່ອງໄວ.

ທ່ານ ສົມປະສົງ ອຳແພງໄພ ຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ໄດ້ໃຫ້ສຳພາດວ່າ: ດ່ານພາສີສາກົນສະໜາມບິນວັດໄຕ ມີໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານຄຸ້ມຄອງສາງກວດກາສິນຄ້າ ແລະ ຜູ້ໂດຍສານມີຂອບເຂດຄຸ້ມຄອງກວດກາຢູ່ 4 ຈຸດ ຄື: ສາງສິນຄ້າຂອງ ບໍລິສັດ ຮຸ່ງເຮືອງ ໂລຈິສຕິກ ຢູ່ອາຄານສິນຄ້າລະຫວ່າງປະເທດປະຈໍາສະໜາມບິນສາກົນວັດໄຕ, ສາງສິນຄ້າຂອງລັດວິສາຫະກິດການບິນລາວ, ສາງສິນຄ້າຂອງລັດວິສາຫະກິດໄປສະນີລາວຢູ່ບ້ານສາຍລົມ ແລະ ຄຸ້ມຄອງກວດກາອາຄານຜູ້ໂດຍສານ ເຊິ່ງມີການຄວບຄຸມກວດກາການເຂົ້າ – ອອກຂອງຜູ້ໂດຍສານພາຍໃນອາຄານສະໜາມບິນ.

ພ້ອມກັນນັ້ນ, ດ່ານພາສີສາກົນສະໜາມບິນວັດໄຕຍັງໄດ້ເຂັ້ມງວດໃນການຕິດຕາມກວດກາເຄື່ອງຂອງຜູ້ໂດຍສານ ເພື່ອຕ້ານການລັກລອບສິ່ງຜິດກິດໝາຍ ໂດຍໄດ້ນຳໃຊ້ເຄື່ອງກວດສານເສບຕິດທີ່ທັນສະໄໝ ( ອຸປະກອນກວດສານເສບຕິດ ResQ ) ເຊິ່ງໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຈາກອົງການພາສີໂລກ ເຮັດໃຫ້ວຽກງານການກວດກາສານເສບຕິດມີຄວາມລະອຽດຮັດກຸມໄດ້ດີສົມຄວນ ເຮັດໃຫ້ໃນປີ 2019 ສາມາດຈັບກຸມຜູ້ລັກລອບນຳເຂົ້າຢາເສບຕິດໄດ້ທັງໝົດ 11 ຄະ ດີ, ຄະດີລັກລອບນໍາເຂົ້າຢາໄອສ໌ ມີ 9 ຄະດີ ຈຳນວນ 30,4 ກິໂລ; ໂຄເຄນ ມີ 1 ຄະດີ ຈຳນວນ 3,52 ກິໂລ; ສານຕັ້ງຕົ້ນ ຜະລິດຢາເສບຕິດ ມີ 1 ຄະດີ ຈຳນວນ 22,42 ກິໂລ ແລະ ເມື່ອບໍ່ດົນມານີ້ກໍສາມາດກວດຢຶດໄດ້ການນໍາເຂົ້າໜໍ່ແຮດ ຈໍານວນ 1 ອັນ ມີນໍ້າໝັກ 0,05 ກິໂລກຣາມ ເຊິ່ງສາມາດກວດຢຶດໄດ້ຈາກຜູ້ໂດຍສານສັນຊາດຈີນ ໂດຍການກວດຜ່ານເຄື່ອງ X – Ray.

ຢ່າງໃດກໍດີ, ເຖິງແມ່ນວ່າການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງດ່ານພາສີສາກົນສະໜາມບິນວັດໄຕ ໄດ້ມີການນຳໃຊ້ເຄື່ອງມືທັນສະໄໝຫຼາຍຢ່າງເຂົ້າໃນການປະຕິບັດວຽກງານ ເພື່ອເຮັດໃຫ້ວຽກງານມີຄວາມສະດວກ ໂປ່ງໃສ ວ່ອງໄວ ເປັນຕົ້ນ: ລະບົບອາຊີກູດາເຂົ້າໃນວຽກງານແຈ້ງພາສີ, ການຊຳລະຄ່າພາສີຕ່າງໆນຳໃຊ້ລະບົບສະມາດແທັກ, ລະບົບເອັກສະເລ ( X – Ray ) ໃນການກວດກາກະເປົາເດີນທາງຂອງຜູ້ໂດຍສານເຂົ້າ – ອອກເຮັດໃຫ້ວຽກງານການຈັດຕັ້ງປະຕິບັດວຽກງານມີ ຄວາມສະດວກວ່ອງໄວ.

ຂະນະດຽວກັນ, ວຽກງານການຈັດເກັບລາຍຮັບບໍ່ເປັນໄປຕາມແຜນການ ເຊິ່ງທາງຄະນະດ່ານພ້ອມດ້ວຍເຈົ້າໜ້າທີ່ພາສີທຸກຄົນໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນງານຈຸດສຸມຕາມທິດທາງລວມຂອງກົມພາສີ ກໍຄືຕາມທິດທາງຂອງກະຊວງການເງິນວາງອອກ ເປັນຕົ້ນ: ເພີ່ມທະວີການສຶກສາອົບຮົມໃຫ້ສະມາຊິກພັກ – ພະນັກງານພາຍໃນດ່ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ເຂັ້ມງວດໃນການກວດກາການເຂົ້າ – ອອກຂອງຜູ້ໂດຍສານ ແລະ ໃນການກວດກາຈໍານວນສິນຄ້າ ພ້ອມທັງເພີ່ມທະວີການຈັດຕັ້ງປະຕິບັດວຽກງານ ໂດຍການອໍານວຍຄວາມສະດວກໃນການນໍາເຂົ້າສິນຄ້າເພີ່ມຂຶ້ນ ແລະ ອື່ນໆ.

( ຂ່າວ: ສົມສະຫວິນ )