ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ ຕ້ອງເລີ່ມຈາກຄົວເຮືອນ

67

ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ຄວາມສ່ຽງຈາກໄພພິບັດທີ່ອາດເກີດຂຶ້ນໃນອະນາຄົດຂ້າງໜ້າ, ລັດຖະບານລາວ ໄດ້ມີແຜນຮັບມື ແລະ ກຽມ ຄວາມພ້ອມໃນການຕອບໂຕ້ ເພື່ອໃຫ້ມີຄວາມເສຍຫາຍໜ້ອຍທີ່ສຸດເທົ່າທີ່ເຮັດໄດ້ ໂດຍລັດຈະສຸມໃສ່ການຝຶກອົບຮົມ ແລະ ສອນວິທີການຮັບມືຕອບໂຕ້ ແລະ ການປະເມີນການປຸກສ້າງໂຄງລ່າງຕ່າງໆ ໂດຍເລີ່ມຈາກຄົວເຮືອນໃນຊຸມຊົນທີ່ຄາດວ່າມີຄວາມສ່ຽງ.

ອີງຕາມບົດລາຍງານກ່ຽວກັບການຫຼຸດຜ່ອນ ຄວາມສ່ຽງໄພພິບັດຂອງອົງການຊ່ວຍເຫຼືອເດັກ ປະຈຳລາວ ໃຫ້ຮູ້ວ່າ: ໃນໄລຍະ 2 ປີຜ່ານມາ ສປປ ລາວ ໄດ້ປະເຊີນໜ້າກັບໄພພິບັດຢ່າງຮຸນແຮງ ສ້າງຄວາມເສຍຫາຍທັງຊີວິດ ແລະ ຊັບສິນເປັນຈຳນວນຫຼວງຫຼາຍ. ສະເພາະໃນປີ 2018 ຖືເປັນໄພພິບັດຄັ້ງປະຫວັດສາດທີ່ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 3 ພັນຕື້ກີບ ແລະ ປີ 2019 ໄດ້ເກີດໄພພິບັດໃນວົງກວ້າງ ໂດຍສະເພາະແມ່ນ 6 ແຂວງພາກກາງ ແລະ ໃຕ້ ສ້າງ ຄວາມເສຍຫາຍ 1,3 ພັນຕື້ກີບ.

ດັ່ງນັ້ນ, ເພື່ອເປັນການຮັບມື ແລະ ຄວບຄຸມຄວາມເສຍຫາຍຈາກໄພພິບັດ, ໃນຕໍ່ໜ້າລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຈະເອົາໃຈໃສ່ໃນການເຜີຍແຜ່ຂໍ້ມູນແຜນປ້ອງກັນໄພພິບັດຕ່າງໆໃຫ້ແຕ່ລະຄົວເຮືອນ ເພື່ອໃຫ້ສາມາດຕອບໂຕ້ ແລະ ມີຄວາມພ້ອມໃນການຮັບມືກັບໄພພິບັດຕ່າງໆ ໂດຍແນໃສ່ 4 ບັນຫາສໍາຄັນ ເຊັ່ນ:

1 ສຶກສາອົບຮົມໃຫ້ແຕ່ລະຄົວເຮືອນ ສາມາດປະເມີນຄວາມສ່ຽງໃນບ່ອນຢູ່ອາໄສຂອງປະຊາຊົນ, ບ່ອນເຮັດວຽກ, ທີ່ຕັ້ງພື້ນຖານໂຄງລ່າງຕ່າງໆ ໂດຍຮຽນຮູ້ກ່ຽວກັບໄພອັນຕະລາຍທີ່ອາດເກີດຂຶ້ນ; ສ້າງແຜນຮັບມືໃຫ້ບັນດາສະມາຊິກໃນຄອບຄົວ ໂດຍປຶກສາຫາລືວາງແຜນ ແລະ ບາດກ້າວໃນການປ້ອງກັນຕົນເອງ, ການສື່ສານ, ການເຕົ້າໂຮມກັນຄືນ ແລະ ການຟື້ນຕົວຄືນແກ່ສະມາຊິກໃນຄອບຄົວ ລວມເຖິງການຕິດຕໍ່ໃນພາວະສຸກເສີນ, ເສັ້ນທາງອອກ, ຮຽນຮູ້ລະບົບເຕືອນໄພລ່ວງໜ້າໃນຊຸມຊົນ ແລະ ອື່ນໆ.

2 ແຕ່ລະຄົວເຮືອນຕ້ອງຮັບຮູ້ເຖິງຄວາມສ່ຽງຂອງສິ່ງປຸກສ້າງຕ່າງໆ ໂດຍການປຸກສ້າງຕ້ອງຢູ່ບ່ອນທີ່ປອດໄພ ສອດຄ່ອງຕາມລະບຽບການປຸກສ້າງ; ຝຶກຊ້ອມການປ້ອງກັນອັກຄີໄພ, ຮັບຮູ້ເຖິງການຮັກສາວັດສະດຸອັນຕະລາຍໄວ້ຢ່າງປອດໄພ ແລະ ແຕ່ລະຄົວເຮືອນຕ້ອງໄດ້ຮຽນຮູ້ຝຶກອົບຮົມປະຕິບັດຕົວຈິງດ້ານອະນາໄມ ແລະ ສຸຂາພິບານ.
3 ສ້າງຄວາມສາມາດໃຫ້ແກ່ແຕ່ລະຄົວເຮືອນໃນການຕອບໂຕ້ ໂດຍຮຽນຮູ້ວິທີການປະຕິບັດເມື່ອເກີດອັກຄີໄພ ແລະ ໄພພິບັດ, ຮຽນຮູ້ປະຖົມພະຍາບານ, ຮຽນຮູ້ການຊ່ວຍເຫຼືອສັດລ້ຽງ, ຮຽນຮູ້ການຕິດຕໍ່ສື່ສານ ແລະ ອື່ນໆ.

4 ຝຶກຄວາມພ້ອມເພື່ອຕອບໂຕ້ຂອງແຕ່ລະຄົວເຮືອນໃນກໍລະນີເກີດໄພພິບັດແລ້ວ ໂດຍໃຫ້ແຕ່ລະຄົວເຮືອນກຽມຄວາມພ້ອມດ້ານອຸປະກອນໃນການຕອບໂຕ້ເຫດການສຸກເສີນ ເປັນຕົ້ນໃຫ້ມີໂທລະສັບມືຖື 1 ໜ່ວຍ ເພື່ອໃຊ້ໃນກໍລະນີສຸກເສີນ, ການເກັບກັກຮັກນໍ້າ ແລະ ອາຫານ ໃຫ້ສາມາດໃຊ້ໄດ້ 1 ອາທິດ ແລະ ມີຢາປົວພະຍາດ, ເອົາໃຈໃສ່ອາຫານສຳລັບເດັກອ່ອນ ແລະ ອາຫານເສີມສັດລ້ຽງ, ກຽມໄຟສາຍ, ກຽມນໍ້າຢາຟອກນໍ້າໃຫ້ສະອາດ, ກຽມເຄື່ອງໃຊ້ຕ່າງໆ ແລະ ຝຶກວິທີການຕ່າງໆ ເຊັ່ນ: ການບໍາບັດນໍ້າໃຫ້ສະອາດ, ການກະກຽມຖົງເຄື່ອງເພື່ອການອົບພະຍົບ ແລະ ອື່ນໆ.

[ ຂ່າວ: ກາວຊົ່ງ ]

( ຂໍ້ມູນຈາກອົງການຊ່ວຍເຫຼືອເດັກ )