ສາມແມ່ລູກ ເຂົ້າມອບຕົວກັບຕຳຫຼວດກໍລະນີຈູດໂຄມໄຟ ຕົກໃສ່ສວນສັດ

90

ສາມແມ່ລູກສາວອີກໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ຕຳຫຼວດເມືອງເຄຣເຟລ ທາງພາກຕາເວັນຕົກຂອງປະເທດເຢຍລະມັນ. ພາຍຫຼັງຖືກສອບສວນວ່າ ເປັນຜູ້ຈູດໂຄມໄຟສະຫຼອງປີໃໝ່ ແຕ່ປະກົດວ່າໂຄມໄຟໄດ້ຕົກລົງໃນສວນສັດສົ່ງຜົນໃຫ້ເກີດໄຟໄໝ້ ລີງຫຼາຍສິບໂຕຖືກໄຟໄໝ້ຕາຍຄາກົງ.

ສຳນັກຂ່າວເອເອັຟພີ ລາຍງານຈາກເມືອງເຄຣເຟລ ປະເທດເຢຍລະມັນ ເມື່ອວັນພະຫັດ ທີ 2 ມັງກອນ ວ່າ ທ່ານ ເກີດ ຮອບມານ ຫົວໜ້າຕຳຫຼວດປາບປາມອາຊະຍາກຳ ຂອງເມືອງເຄຣເຟລ ໃນລັດນັອດ ໄຮນ໌-ເວສຟາເລຍ ທາງພາກຕາເວັນຕົກຂອງເຢຍລະມັນ ເປີດເຜີຍວ່າ ມີແມ່ຍິງ 3 ຄົນ ຖືກສອບສວນວ່າເປັນຜູ້ຈູດໂຄມໄຟລອຍສະເຫຼີມສະຫຼອງປີໃໝ່ ແລ້ວຕົກໃສ່ສວນສັດເກີດໄຟໄໝ້ ໃນເມືອງເຄຣເຟລ ເຮັດໃຫ້ລີງກວ່າ 30 ໂຕ ຖືກໄຟໄໝ້ຕາຍຢ່າງທາລຸນຄາກົງ ໂດຍຜູ້ຍິງທັງສາມຄົນ ມີຜູ້ເປັນແມ່ ອາຍຸ 60 ປີ ແລະ ລູກສາວສອງຄົນ ເຂົ້າມອບຕົວກັບຕຳຫຼວດ ເມື່ອວັນພຸດ ຜ່ານມາ ຫຼັງຈາກໄດ້ຍິນຂ່າວຜ່ານທາງວິທະຍຸທ້ອງຖິ່ນວ່າ ເກີດໄຟໄໝ້ສວນສັດ ແລະ ພວກເຂົາສຳນຶກຜິດ ວ່າ ຄວນຮັບຜິດຊອບຕໍ່ສິ່ງທີ່ເກີດຂື້ນ ແລະ ສະແດງຄວາມກ້າຫານອອກມາ ໂດຍໄອຍະການທ້ອງຖິ່ນໄດ້ສອບສວນຜູ້ຕ້ອງສົງໄສທັງ 3 ຄົນ ດ້ວຍຂໍ້ຫາເກີດຈາກຄວາມປະໝາດເຮັດໃຫ້ເກີດຄວາມເສຍຫາຍຂອງຊັບສິນ ແລະ ຊີວິດ ເປັນຄະດີອາຍາ ໂດຍໂທດສູງສຸດຈຳຄຸກ 5 ປີ.

ເຫດໄຟໄໝ້ສວນສັດໄດ້ຂ້າລີງຫຼາຍກວ່າ 30 ໂຕ ທີ່ມີທັງລີງກໍຣິລາ, ອຸລັງອຸຕັງ, ຊິມແປນຊີ ແລະ ອື່ນໆ. ມີພຽງລີງ 2 ໂຕທີ່ລອດຊີວິດຈາກການຊ່ວຍເຫຼືອຂອງເຈົ້າໜ້າທີ່ ເປັນລີງແປນຊີ ຊື່ ບອລລີ່ ກັບ ລິມໂບ.

ເຈົ້າໜ້າທີ່ຕຳຫຼວດເຊື່ອວ່າ ສາເຫດຂອງເຫດໄຟໄໝ້ຄັ້ງນີ້ ເກີດຈາກໂຄມລອຍ 1 ໂຄມ ທີ່ຕົກລົງມາໃສ່ຫຼັງຄາຂອງກົງລີງຂອງສວນສັດ. ທັງນີ້ ການຈູດໂຄມລອຍເປັນສິ່ງຕ້ອງຫ້າມໃນປະເທດເຢຍລະມັນ ມາດົນ 10 ປີແລ້ວ ແຕ່ຜູ້ຕ້ອງສົງໄສອ້າງວ່າ ບໍ່ຮູ້ຂໍ້ຫ້າມກ່ຽວກັບການຈູດໂຄມລອຍລອຍ ແລະ ພວກເຂົາໄດ້ສັ່ງຊື້ໂຄມລອຍຜ່ານທາງອິນເຕີເນັດ.