ປີ 2020 ຊຽງຂວາງ ມີຫຼາຍວຽກຕ້ອງສຸມໃສ່

210

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງ ຂວາງ ຄັ້ງທີ 9 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 2 ມັງກອນ 2020 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີບັນດາຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.

ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງ ຂວາງ ກ່າວວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 8 ສະໄໝ VII ເຊິ່ງມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 8,27% ລວມຍອດຜະລິດຕະພັນພາຍໃນໄດ້ 3.728 ຕື້ກວ່າກີບ, ສະເລ່ຍລາຍຮັບຕໍ່ຄົນໄດ້ 1.747 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທົ່ວແຂວງມີບ້ານທຸກຍາກ 66 ບ້ານ ກວມ 13,84%, ຄົວເຮືອນທຸກຍາກຍັງເຫຼືອ 769 ຄົວເຮືອນ ກວມ 1,63%, ໄດ້ພັດທະນາພື້ນຖານໂຄງລ່າງການສຶກສາໃຫ້ດີຂຶ້ນ ແລະ ທົ່ວເຖິງ.

ທ່ານໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຈະເພີ່ມທະວີການຊີ້ນຳ – ນຳພາການພັດທະນາເສດຖະກິດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ເອົາໃຈໃສ່ຊີ້ນຳການຄຸ້ມຄອງການລົງທຶນ, ການເກັບລາຍຮັບເຂົ້າງົບປະມານ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຢ່າງມີຈຸດສຸມ, ຊຸກຍູ້ການຜະລິດໃຫ້ກາຍເປັນສິນຄ້າ ເພື່ອຮອງຮັບການເປັນເຈົ້າພາບທີ່ດີໃນງານກີລາແຫ່ງຊາດ ຄັ້ງທີ 11 ແລະ ພິທີຮັບເອົາໄຫຫີນເຂົ້າເປັນມໍລະດົກໂລກ.

ຍົກສູງປະສິດທິພາບຂອງການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ຕິດພັນກັບການເຮັດໃຫ້ກົງຈັກລັດກະທັດຮັດ, ເຂັ້ມແຂງ, ຫຼຸດຜ່ອນຂັ້ນ – ຂອດບໍລິຫານ, ເຄື່ອນໄຫວເປັນລະບົບມີປະສິດທິພາບໂປ່ງໃສ ແລະ ວ່ອງໄວ, ເພີ່ມທະວີການຊີ້ນຳ – ນຳພາເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດການພັດທະນາແບບຍືນຍົງ ແລະ ອື່ນໆ.

( ຂ່າວ: ບຸນມີ ແສງທຸມມີ )