Monthly Archives: October, 2019

ຮ່ວມສົ່ງກຳລັງໃຈເຊຍ ແອນນີ້ ນິດາກອນ Miss Tourism World Laos 2018

ຮ່ວມສົ່ງກຳລັງໃຈເຊຍນ້ອງ ແອນນີ້ ນິດາກອນ Miss Tourism World Laos 2018 ຕົວແທນສາວງາມຈາກປະເທດລາວໄປປະກວດ ໃນເວທີການປະກວດລະດັບໂລກ Miss Tourism World 2019 ທີ່ປະເທດຈີນ * ໃນວັນທີ 6 ຕຸລາທີ່ຈະມາເຖິງນີ້ ເປັນຮອບຕັດສິນແລ້ວ ຕິດຕາມໄດ້ທີ່ Miss Tourism World ການໄປໃນຄັ້ງນີ້ ສາວ ແອ່ນນີ້ໄດ້ສວມໃສ່ຊຸດ...

“ສຽງຈາກສັງຄົມເຮັດໃຫ້ເຮົາພັດທະນາ ປັບປຸງຕົນເອງ ໃຫ້ດີຂຶ້ນ” ປຸ້ຍ ເກດມະນີ

ເປັນເລື່ອງທີ່ໜ້າຄິດກ່ຽວກັບໜຶ່ງສາວງາມ ຫຼັງຈາກທີ່ໄດ້ຮັບຕໍາແໜ່ງກໍມີທັງຜູ້ຍິນດີ ແລະ ບໍ່ຍິນດີ ນັ້ນກໍຄື ສາວ ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງ 2019 ໂດຍ ປຸ້ຍໄດ້ບອກເອງວ່າ ຫຼັງຈາກທີ່ໄດ້ຮັບໄດ້ຕໍາແໜ່ງຊ່ວງທໍາອິດມີກະແສໃນທາງທີ່ບໍ່ຄ່ອຍດີຫຼາຍ ແລະ ໜັກຫຼາຍ!!! . ທັງໝົດເຫຼົ່ານັ້ນ ກໍບໍ່ມີໃຜຮູ້ວ່າຄວາມຈິງແລ້ວ ປຸ້ຍເປັນແນວໃດ ຢູ່ແນວໃດ ຄິດແນວໃດແທ້ ແລະ ປຸ້ຍຂໍແບ່ງປັນຄວາມຄິດ ປະສົບການທີ່ປຸ້ຍໄດ້ພົບພໍ້ມາແບບນັ້ນໃຫ້ທຸກຄົນຮູ້ວ່າປຸ້ຍຜ່ານຈຸດນັ້ນມາໄດ້ແນວໃດ . 1 ເຮົາບໍ່ຕ້ອງສົນໃຈຄໍາເວົ້າຂອງຄົນອື່ນໃນທາງທີ່ເປັນດ້ານລົບ...

ເດືອນ 7 ລາວບັນລຸການຄ້າ 900 ກວ່າລ້ານໂດລາ ແຕ່ຍັງຂາດດຸນ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2019 ບັນລຸໄດ້ປະມານ 905 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 435 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາການສົ່ງອອກໄຟຟ້າ) ແລະ ນໍາເຂົ້າປະມານ 469 ລ້ານໂດລາສະຫະລັດ ເຊິ່ງລາວເຮົາຍັງຂາດດຸນການຄ້າກັບຕ່າງປະເທດປະມານ 34...

“ຄູຄືຜູ້ໃຫ້” ຄົບຮອບ 25 ປີ! ຄວາມເປັນມາຂອງວັນຄູ 7 ຕຸລາ

7 ຕຸລາ ກຳລັງຈະໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ຄົບຮອບ 25  ເປັນວັນທີ່ມີຄວາມ ໝາຍຄວາມສຳຄັນຂອງຊາດລາວ. 7 ຕຸລາ ເປັນວັນຄູແຫ່ງຊາດ ທີ່ຄູທຸກໆຄົນເອກອ້າງທະນົງໃຈ ເພາະເປັນວັນທີ່ເຮັດໃຫ້ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ. ຄູໄດ້ມີບົດບາດປະກອບສ່ວນອັນສໍາຄັນທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້. ຄຳວ່າ “ຄູ” ແມ່ນຄໍາເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ.  “ຄູ”ໝາຍເຖິງຄົນທີ່ມີຄວາມຮູ້ ແລະ...

ອານຸສອນ ນັກແລ່ນລາວບັນທຶກໃນໜ້າປະຫວັດສາດລົງແຂ່ງຂັນຊີງແຊັມໂລກ, ເປົ້າໝາຍຕໍ່ໄປຄື ຊີເກມ

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ກາຍເປັນນັກກີລາຊາວລາວໜຶ່ງດຽວ ທີ່ເຂົ້າຮ່ວມແຂ່ງຂັນ ໃນຮອບຄັດເລືອກ ການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕ້າ ເມື່ອວັນທີ 30 ກັນຍາ 2019 ດ້ວຍການຄວ້າອັນດັບ 7 ປະເພດແລ່ນຂ້າມຮົ້ມ 110 ແມັດ. ອານຸສອນ ລົງແຂ່ງຂັນຮອບຄັດເລືອກໃນກຸ່ມທີ 4 ກັບນັກກີລາອີກ 7 ຄົນປາກົດວ່າ:...

ແຈ້ງດ່ວນໆ!! ອາດຈະຊິ້ນສ່ວນຍານອາວະກາດຕົກມາແຕ່ຟ້າ ພີ່ນ້ອງພາກໃຕ້ລະວັງ

ກອງຈະລາຈອນທາງອາກາດລາວ, ກະຊວງໂຍທາທິການ ແລະ ຂົນສົ່ງແຈ້ງການ ສະບັບເລກທີ 2987/ກຈລ ລົງວັນທີ 1 ຕຸລາ 2019 ເຖິງທ່ານຫົວໜ້າກົມການບິນພົນລະເຮືອນ ວ່າຈະມີການປ່ອຍຊິ້ນສ່ວນຍານອະວະກາດມາຕົກໃນ ສປປ ລາວ ແລະ ກໍາປູເຈຍ. ດັ່ງນັ້ນ, ຫົວໜ້າກອງຈະລາຈອນທາງອາກາດລາວ ຂໍຖືເປັນກຽດລາຍງານໃຫ້ທ່ານຊາບວ່າ: ໃນວັນທີ 28 ກັນຍາ 2019 ໄດ້ມີສາຍເຂົ້າທາງໂທລະສານ (AFTN)...

ທິບພະຈັນ ງຽບໄປ 2 ປີກັບມາປົດລ໋ອກຍິງ 3 ປະຕູ ໄດ້ໃນນັດສົ່ງທ້າຍລະດູການ

ເຊື່ອແນ່ວ່າຫຼາຍຄົນຄົງຄິດຮອດ ທິບພະຈັນ ອິນທະວົງ ກອງຫຼັງອະນາຄົດໄກຊາວລາວ ທີ່ຫາຍໜ້າຫາຍຕາຈາກວົງການບານເຕະໄປ 2 ປີ ກ່ອນກັບມາເປັນນັກເຕະອີກຄັ້ງໃນປີ 2019 ເຊັນສັນຍາກັບ ລາວໂຕໂຢຕ້າ ເອັຟຊີ ຫຼ້າສຸດສາມາດຍິງປະຕູປົດລ໋ອກໄດ້ສໍາເລັດດ້ວຍການເປັນກອງຫຼັງທີ່ສາມາດເໝົາຄົນດຽວ 3 ປະຕູຊ່ວຍໃຫ້ທີມຖະຫຼົ່ມ ອີໂວ ຢູໄນເຕັດ 8-0 ໃນນັດຊີງບານເຕະຊີງຂັນ ສຕລ ຄອມມານໂດ 2019 ໃນທ້າຍອາທິດ ທີ່ຜ່ານມາ. ...

ຢູນີເທວ ( UNITEL ) ການບໍລິການທີ່ຫຼາກຫຼາຍ

ຕະຫຼອດໄລຍະເວລາ 10 ປີ ແຫ່ງການພັດທະນາເຄືອຂ່າຍ ຢູນີເທວ ເພື່ອຕອບສະໜອງການບໍລິການໄດ້ຢ່າງຫຼາກຫຼາຍ ທັງສະດວກສະບາຍ, ເໝາະສົມໃຫ້ແກ່ລູກຄ້າ ແລະ ໜ້າສົນໃຈ ກັບການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ຮັບປະກັນຄຸນນະພາບ ເຊັ່ນ: ການບໍລິການທາງດ້ານມືຖື ເປັນລະບົບສົ່ງສັນຍານຜ່ານເຄືອຂ່າຍທີ່ກວ້າງຂວາງທີ່ສຸດ ກວມເຖິງ 95% ຂອງຈໍານວນພົນລະເມືອງລາວ. ໃນນັ້ນ, ລວມມີລະບົບ 2G/3G/4G/4.5G ດ້ວຍຄວາມໄວສູງສຸດໃນການເຊື່ອມຕໍ່ອິນເຕີເນັດຜ່ານມືຖືຢ່າງມີຄຸນນະພາບ ລູກຄ້າສາມາດນໍາໃຊ້ໄດ້ໃນຂອບເຂດ 18...

ນະຄອນຫຼວງຍອມຮັບ! ນໍ້າງື່ມແຫ້ງບັນຫາໃຫຍ່ ຈະເລັ່ງແກ້ບໍ່ໃຫ້ກະທົບການຜະລິດ

ປີນີ້, ຫຼາຍເຂດທົ່ວປະເທດ ປະສົບກັບໄພແຫ້ງແລ້ງ ເນື່ອງຈາກມີຝົນຕົກໜ້ອຍ ສົ່ງຜົນໃຫ້ລະດັບນໍ້າແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງຫຼຸດລົງຢ່າງຕໍ່ເນື່ອງ. ເວົ້າສະເພາະຊາວກະສິກອນຈາກນະຄອນຫຼວງວຽງຈັນແມ່ນກະທົບທຸກເມືອງທີ່ອີງອາໄສນ້ຳງື່ມຫຼໍ່ລ້ຽງພືດຜົນການຜະລິດ, ໃນຈຸດນີ້ຂະແໜງການກ່ຽວຂ້ອງບໍ່ໄດ້ນິ້ງນອນໃຈ ແລະ ກຳລັງຫາທາງແກ້ໄຂໃຫ້ຖືກຈຸດ ເພື່ອຮັບປະກັນຜົນກະທົບໜ້ອຍທີ່ສຸດຕໍ່ຂະແໜງກະສິກຳ. ອີງຕາມແຫຼ່ງຂ່າວຈາກສະຖານີວິດທະຍຸ-ໂທລະພາບ ນະຄອນຫຼວງ ຜ່ານການໃຫ້ສຳພາດຂອງ ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ:...

ເປີດໂຕລົດໄຟຟ້າຄັນທໍາອິດໃນລາວ

ມາໄວກວ່າທີ່ຄາດສໍາລັບລົດໄຟຟ້າໃນປະເທດເຮົາ, ກ່ອນໜ້ານີ້ ບໍລິສັດ ອີວີລາວ ຕັ້ງເປົ້າໃຫ້ໄດ້ຈໍາໜ່າຍໃນຕົ້ນປີໜ້າ. ຫຼ້າສຸດ, ບໍລິສັດ ວຽງຈັນມໍເຕີມາເກັດ ຈໍາກັດ ໄດ້ເປີດໂຕລົດໄຟຟ້າຂອງຕົນຂຶ້ນຢ່າງເປັນທາງການໃນງານວາງສະແດງລົດວຽງຈັນນາໆຊາດ ຄັ້ງທີ 4 ປີ 2019 ເຊິ່ງເປັນລົດໄຟຟ້າ MG ລຸ້ນ ZS EV ຄັນທໍາອິດຂອງປະເທດ ແລະ ລົດລຸ້ນດັ່ງກ່າວສາມາດປະຢັດຄ່າໃຊ້ຈ່າຍ 10 ເທົ່າ...
- Advertisment -
Slide
Slide

Most Read

error: Content is protected !!