ຮ່ວມສົ່ງກຳລັງໃຈເຊຍ ແອນນີ້ ນິດາກອນ Miss Tourism World Laos 2018

169

ຮ່ວມສົ່ງກຳລັງໃຈເຊຍນ້ອງ ແອນນີ້ ນິດາກອນ Miss Tourism World Laos 2018 ຕົວແທນສາວງາມຈາກປະເທດລາວໄປປະກວດ ໃນເວທີການປະກວດລະດັບໂລກ Miss Tourism World 2019 ທີ່ປະເທດຈີນ

*

ໃນວັນທີ 6 ຕຸລາທີ່ຈະມາເຖິງນີ້ ເປັນຮອບຕັດສິນແລ້ວ ຕິດຕາມໄດ້ທີ່ Miss Tourism World

ການໄປໃນຄັ້ງນີ້ ສາວ ແອ່ນນີ້ໄດ້ສວມໃສ່ຊຸດ ຊົນເຜົ່າອາຄ່າ ເປັນຊຸດປະຈໍາຊາດລາວ ບອກເລີຍຊຸດນີ້ງາມສຸດໆ

ຊຸດ ອາຄ່າລາວ “AKHA OF LAOS” ເປັນຊຸດຈາກຫ້ອງເຄື່ອງ: ແສງຈຳປາ, ອອກແບບໂດຍ: ອຈ ສົມສະນຸກ ເພຍສະຂາ

ແຮງບັນດານໃຈໃນການອອກແບບ: ປະເທດລາວ ມີຄວາມຫຼາກຫຼາຍຂອງຊົນຊາດຊົນເຜົ່າ ແລະ ມີເອກະລັກສະເພາະໂຕທີ່ແຕກຕ່າງກັນ ເຊິ່ງເຜົ່າອາຄ່າ ກໍເປັນຊົນເຜົ່າໜຶ່ງ ທີ່ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ມີວັດທະນະທຳ, ຮີດຄອງປະເພນີອັນດີງາມ,

 

ລວມໄປເຖິງການນຸ່ງຖືທີ່ເປັນເອກະລັກສືບທອດກັນມາແຕ່ບູຮານນະການ ສະແດງເຖິງຄວາມອຸດົມສົມບູນຮັ່ງມີຂອງຊັບພະຍາກອນທຳມະຊາດ, ເປັນຕົ້ນແມ່ນ ເຄື່ອງເງິນ, ໂລຫະ ທີ່ໄດ້ນໍາມາເປັນເຄື່ອງປະດັບ ແລະ ຜ້າຝ້າຍ ທີ່ໄດ້ມາຈາກທຳມະຊາດ

 

ໃນການອອກແບບຊຸດນີ້ແມ່ນໄດ້ນຳມາປະຫຍຸກ ແລະ ຕົກແຕ່ງໃຫ້ເກີດມີຄວາມທັນສະໄໝເຂົ້າກັບຍຸກປັດຈຸບັນ ແຕ່ກໍຍັງຄົງຮັກສາເອກະລັກຂອງຊົນເຜົ່າອາຄ່າໄດ້ຢ່າງສວຍງາມ

 

 

ນິດາກອນ ຈັນດາລາສານ ຫລື ແອນນີ້ ປັດຈຸບັນອາຍຸ 21 ປີ, ຢູ່ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ, ຜົນງານດ້ານການບັນເທີງຜ່ານມາ ແມ່ນ ໄດ້ຕຳແຫນ່ງຮອງ Miss Grand Laos 2017 ແລະ ໄດ້ ຕຳແຫນ່ງ Miss Tourism World 2018.  ນອກນັ້ນກໍມີການສະແດງຊີຣີ້ , ພີເຊັນເຕີ້ເຄື່ອງສຳອາງ, ຖ່າຍແບບ , ຖ່າຍວາລະສານ ເດີນແບບ ແລະ ອື່ນໆ

ເຄັດລັບໃນການເບິ່ງແຍງສຸຂະພາບ ແລະ ຄວາມງາມຂອງແອນນີ້ແມ່ນ ອອກກຳລັງກາຍ ແອນນີ້ຈະເຂົ້າຟິດເນັດຕະຫລອດ, ເວລາຫວ່າງ ຈະມັກເຂົ້າຟິດເນັດ ເພາະວ່າຢູ່ເຮືອນເຮັດຟິດເນັດ

ຊາຍໃນສະເປັກ ແອນນີ້ບໍ່ມີສະເປັກ ຂໍເປັນຄົນທີ່ດີ ເຂົ້າກັບພໍ່ແມ່ ແລະ ຄອບຄົວຂອງເຮົາ,  ແອນນີ້ ມີອ້າຍ2ຄົນ  ເຊິ່ງແອນນີ້ເປັນລູກສາວຫລ້າ ລູກສາວດຽວ

*

ເປົ້າຫມາຍໃນອະນາຄົດຄືການເປັນນັກທຸລະກິດຍິງ ເປັນແບບຢ່າງໃຫ້ກັບຜູ້ຍິງຫລາຍໆຄົນໃຫ້ຮູ້ຈັກຫາເງີນ

*

ຮ່ວມເຊຍແລະໃຫ້ກໍາລັງໃຈແອ່ນນີ້ແນ່ເດີ້

*

*