Monthly Archives: October, 2019

ຮ່ວມເປັນໜຶ່ງໃນການແລ່ນ ແຕ່ວຽງຈັນ ຫາ ຫຼວງພະບາງ ປີນີ້ເພື່ອ 2 ເປົ້າໝາຍ

ໂຄງການແລ່ນ 385 ກິໂລແມັດ ແຕ່ນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງພະບາງ ປີນີ້ຈັດຂຶ້ນເພື່ອ 2 ເປົ້າໝາຍ ຄື: ເພື່ອເດັກນ້ອຍ ແລະ ເພື່ອບັນເທົາໄພພິບັດ ໂດຍກໍານົດເອົາ 4 ວັນ ໃນການແລ່ນລະດົມທຶນລະຫວ່າງວັນທີ 15 - 18 ຕຸລາ 2019 ຕາມການຖະແຫຼງຂ່າວ ໃນວັນທີ...

ລາວໂຕໂຢຕ້າ ຮັກສາມາດຖານຊະນະ ອີໂວ ຄວ້າແຊັມລາຍກາຍທີ 2

ລາວໂຕໂຢຕ້າ ເອັຟຊີ ເຈົ້າຂອງແຊັມ ເປບຊີ ລາວພຣີເມຍລີກ ສະໄໝທີ 4 ລົງສະໜາມສາມາດຖະຫຼົ່ມ ອີໂວ ຢູໄນເຕັດ ໄປຂາດລອຍ 8 - 0 ໃນນັດຊີງບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 )...

ບານເຕະ ໂຄປາ ໂຄຄາ – ໂຄລາ 2019 ເປີດສາກທາງການ ອາທິດນີ້ລຸຍຮອບຄັດເລືອກ

ການແຂ່ງຂັນບານເຕະນັກຮຽນສາມັນລາຍການ ໂຄປາ ໂຄຄາ - ໂຄລາ 2019 ຮຸ່ນອາຍຸບໍ່ເກີນ 16 ປີ ຄັ້ງທີ 3 ເປີດສາກ ໃນວັນສຸກທີ 27 ກັນຍາ 2019 ທີ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ...

ທໍາລາຍຜັກນໍາເຂົ້າຜິດກົດໝາຍກວດພົບສານຕົກຄ້າງ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ທໍາລາຍຜັກທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ມີສານພິດຕົກຄ້າງ 11 ລາຍການ ລວມມູນຄ່າ 18 ລ້ານກວ່າກີບ. ທ່ານ ສົມພູ ສີພູວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ໄດ້ກ່າວວ່າ: ອີງຕາມດໍາລັດວ່າດ້ວຍການກວດກາການຄ້າສະບັບເລກທີ 508/ລບ ລົງວັນທີ 4...

ນັກສຶກສາທີ່ຮຽນຈົບດ້ານກະສິກຳມີວຽກເຮັດເກືອບທັງໝົດ

ນັກສຶກສາທີ່ມາຮຽນໃນ ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຮຽນຮູ້ຫຼາຍຢ່າງໃນການຜະລິດກະສິກຳ ເປັນຕົ້ນແມ່ນການປູກພືດປອດສານພິດ, ລ້ຽງສັດ ແລະ ອື່ນໆ. ເມື່ອຮຽນຈົບໄປສາມາດມີວຽກເຮັດງານທຳ ເກືອບ 100%, ທັງການເຮັດວຽກນຳພາກລັດ, ໂຄງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດເອກະຊົນຕ່າງໆ ລວມທັງປະກອບທຸລະກິດສ່ວນຕົວປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມ ເພື່ອໃຫ້ປະເທດຊາດຫຼຸດພົ້ນຈາກຄວາມທຸກຍາກ. ຮຽນຈົບກໍສາມາດມີວຽກເຮັດງານທຳເກືອບ 100%. ທ່ານ ບຸນມາ ຈັນທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກກະສິກຳ ດົງຄຳຊ້າງ ໃຫ້ສຳພາດວ່າ:...

ຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ( Sustainable Tourism Solutions Expo ) ຂຶ້ນໃນລະຫວ່າງວັນທີ 27 - 28 ກັນຍາ 2019 ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານ...

ລັດຖະບານເຢຍລະມັນ ໃຫ້ທຶນເກືອບ 19 ລ້ານເອີໂຣ ຄຳມ່ວນ – ອັດຕະປື

ລັດຖະບານເຢຍລະມັນ ໃຫ້ການສະໜັບສະໜູນສໍາລັບຂະແໜງການພັດທະນາຊົນນະບົດໃນການຟື້ນຟູເສັ້ນທາງຊົນນະບົດໃນແຂວງຄຳມ່ວນ ແລະ ແຂວງອັດຕະປື, ພາຍໃຕ້ໂຄງການພັດທະນາຊົນນະບົດໄລຍະ II ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງ ສປປ ລາວ ມູນຄ່າ 18,9 ລ້ານເອີໂຣ. ພິທີເຊັນສັນຍາທຶນຊ່ວຍເຫຼືອລ້າໄດ້ຈັດຂຶ້ນໃນຕອນບ່າຍວັນທີ 26 ກັນຍາ 2019 ທີ່ກະຊວງການເງິນ, ຕາງໜ້າລັດຖະບານລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ       ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ...

ຈຸດຈໍາໜ່າຍເຂົ້າຄັງແຮທີ່ຕະຫຼາດສະອາດດົງຄໍາຊ້າງ 4 ວັນ ຂາຍໄດ້ 20 ກວ່າໂຕນ

ເຂົ້າຄັງແຮ 2 ພັນໂຕນ ທີ່ນໍາອອກມາແຊກແຊງລາຄາ ແລະ ດັດສົມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ ຂາຍ 4 ວັນຜ່ານມາ ໃນ 5 ຈຸດ, ສະເພາະຈຸດຕະຫຼາດສະອາດດົງຄໍາຊ້າງ ຂາຍເຂົ້າອອກແລ້ວ 20 ກວ່າໂຕນ. ພາຍຫຼັງທີ່ນະຄອນຫຼວງ ວຽງຈັນ ໄດ້ເປີດຈໍາໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະຫຼາດ 2 ພັນໂຕນ ໃນວັນທີ...

ລັດຖະບານແຈ້ງ! ພະນັກງານທີ່ດິນ ຕ້ອງຮັບປະກັນຄວາມໂປ່ງໃສຕໍ່ປະຊາຊົນ

ເພື່ອເປັນການຮັບໃຊ້ ແລະ ອໍານວຍຄວາມສະດວກ ບໍລິການໃຫ້ແກ່ພໍ່ແມ່ປະຊາຊົນລວມທັງ ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການຂໍຂໍ້ມູນເອກະສານຕອນດິນ ຫຼື ຂໍການຢັ້ງຢືນກ່ຽວກັບບັນຫາທີ່ດິນ ເພື່ອນໍາໃຊ້ເຂົ້າໃນເປົ້າໝາຍໃດ ໜຶ່ງຕາມກົດໝາຍ ທັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນ ໃຫ້ມີຄຸນທາດການເມືອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຈັນຍາບັນ, ສັດຊື່ບໍລິສຸດ ແລະ ເອົາໃຈໃສ່ໃນການ ປະຕິບັດໜ້າທີ່ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ກົດໝາຍກໍານົດໄວ້, ບົນຈິດໃຈຮັບໃຊ້ປະຊາຊົນໂດຍບໍ່ຮຽກຮ້ອງຜົນປະໂຫຍດໃດໆ ທີ່ບໍ່ຖືກຕ້ອງຈາກປະຊາຊົນ...
- Advertisment -
Slide
Slide

Most Read

error: Content is protected !!