ລັດຖະບານແຈ້ງ! ພະນັກງານທີ່ດິນ ຕ້ອງຮັບປະກັນຄວາມໂປ່ງໃສຕໍ່ປະຊາຊົນ

157

ເພື່ອເປັນການຮັບໃຊ້ ແລະ ອໍານວຍຄວາມສະດວກ ບໍລິການໃຫ້ແກ່ພໍ່ແມ່ປະຊາຊົນລວມທັງ ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການຂໍຂໍ້ມູນເອກະສານຕອນດິນ ຫຼື ຂໍການຢັ້ງຢືນກ່ຽວກັບບັນຫາທີ່ດິນ ເພື່ອນໍາໃຊ້ເຂົ້າໃນເປົ້າໝາຍໃດ ໜຶ່ງຕາມກົດໝາຍ ທັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນ ໃຫ້ມີຄຸນທາດການເມືອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຈັນຍາບັນ, ສັດຊື່ບໍລິສຸດ ແລະ ເອົາໃຈໃສ່ໃນການ ປະຕິບັດໜ້າທີ່ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ກົດໝາຍກໍານົດໄວ້, ບົນຈິດໃຈຮັບໃຊ້ປະຊາຊົນໂດຍບໍ່ຮຽກຮ້ອງຜົນປະໂຫຍດໃດໆ ທີ່ບໍ່ຖືກຕ້ອງຈາກປະຊາຊົນ ແລະ ນັກລົງທຶນ.

ດັ່ງນັ້ນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ເລກທີ 5386/.ກຊສ ລົງວັນທີ 27 ກັນຍາ 2019 ເຖິງທ່ານ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ; ທ່ານ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງໃນທົ່ວປະເທດ. ເລື່ອງ: ການສະໜອງຂໍ້ມູນກ່ຽວກັບຕອນດິນ ໃຫ້ພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ແລະ ການຈັດຕັ້ງ.

ເຊິ່ງໃນແຈ້ງການລະບຸວ່າ: ໃຫ້ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ແລະ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເອົາໃຈໃສ່ຊີ້ນໍາໂດຍກົງ ແລະ ຕິດຕາມພະນັກງານ-ລັດຖະກອນຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນ ຕ້ອງອໍານວຍຄວາມສະດວກ ແລະ ສະໜອງຂໍ້ມູນເອກະສານຕອນດິນ ຫຼື ຢັ້ງຢືນກ່ຽວກັບບັນຫາທີ່ດິນໃຫ້ແກ່ພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມສະເໜີ ເພື່ອນໍາໃຊ້ເຂົ້າໃນເປົ້າໝາຍໃດໜຶ່ງຕາມກົດໝາຍ.
ການສະໜອງຂໍ້ມູນເອກະສານຕອນດິນ ຫຼື ຢັ້ງຢືນກ່ຽວກັບບັນຫາທີ່ດິນ ໃຫ້ແກ່ພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນຕ້ອງເຮັດເປັນລາຍລັກອັກສອນ ໂດຍບໍ່ໃຫ້ເກີນ 3 ຫາ 5 ວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ການເກັບຄ່າທໍານຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມລັດຖະບັດຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012. ສ່ວນການສະໜອງຂໍ້ມູນ ຫຼື ຢັ້ງຢືນກ່ຽວກັບບັນຫາທີ່ດິນ ໃຫ້ອົງການຈັດຕັ້ງລັດແມ່ນບໍ່ໃຫ້ເກັບຄ່າທໍານຽມ ແລະ ຄ່າບໍລິການ.
ຫ້າມພະນັກງານ-ລັດຖະກອນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນ ມີພຶດຕິກໍາທີ່ສ້າງຄວາມຫຍຸ້ງຍາກ, ປະຕິເສດການສະເໜີ, ກົດໜ່ວງຖ່ວງດຶງການສະໜອງຂໍ້ມູນເອກະສານຕອນດິນ ຫຼື ຢັ້ງຢືນກ່ຽວກັບບັນຫາທີ່ດິນ ໃຫ້ແກ່ພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີມານັ້ນ ລວມທັງບໍ່ໃຫ້ມີພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ ຫຼື ອື່ນໆ ທີ່ລະເມີດກົດໝາຍ.

ຖ້າພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີຂໍຂໍ້ມູນເອກະສານຕອນດິນ ຫຼື ຢັ້ງຢືນກ່ຽວກັບບັນຫາທີ່ດິນ ຫາກພົບເຫັນພະນັກງານ-ລັດຖະກອນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນ ມີພຶດຕິກໍາຕາມໄດ້ກ່າວ ໄວ້ໃນຂໍ້ 4 ເທິງນີ້ ແມ່ນໃຫ້ແຈ້ງ ຫຼື ສະເໜີເປັນລາຍລັກອັກສອນ ສົ່ງຜ່ານສາຍດ່ວນ ຫຼື ສົ່ງມາຍັງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ.
ສໍາລັບພຶດຕິກໍາຂອງພະນັກງານລັດຖະກອນ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ແລະ ຖ້າເປັນພືດຕິກໍາຂອງພະນັກງານ-ລັດຖະກອນພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ແມ່ນໃຫ້ສົ່ງຜ່ານສາຍດ່ວນ 1514 ຫຼື ສົ່ງມາຍັງກົມກວດກາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍກົງ ເພື່ອເປັນບ່ອນອີງໃນການກວດ ກາຄືນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນຕາມກົດໝາຍ.