ຮ່ວມເປັນໜຶ່ງໃນການແລ່ນ ແຕ່ວຽງຈັນ ຫາ ຫຼວງພະບາງ ປີນີ້ເພື່ອ 2 ເປົ້າໝາຍ

107

ໂຄງການແລ່ນ 385 ກິໂລແມັດ ແຕ່ນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງພະບາງ ປີນີ້ຈັດຂຶ້ນເພື່ອ 2 ເປົ້າໝາຍ ຄື: ເພື່ອເດັກນ້ອຍ ແລະ ເພື່ອບັນເທົາໄພພິບັດ ໂດຍກໍານົດເອົາ 4 ວັນ ໃນການແລ່ນລະດົມທຶນລະຫວ່າງວັນທີ 15 – 18 ຕຸລາ 2019 ຕາມການຖະແຫຼງຂ່າວ ໃນວັນທີ 29 ກັນຍາ 2019 ທີ່ຮ້ານອາຫານຂອບໃຈເດີ.

ໂອກາດດັ່ງກ່າວ ທ່ານ ນາງ ມານິດາ ສິດທິມໍລະດາ ຜູ້ກໍ່ຕັ້ງທີມວີຣັນ ທັງເປັນຫົວໜ້າຜູ້ຈັດໂຄງການແລ່ນ 385 ກິໂລແມັດ ກ່າວວ່າ: ດັ່ງທີ່ຮູ້ໂຄງການແລ່ນ 385 ກິໂລແມັດ ຈັດຂຶ້ນມາເປັນປີທີ 5 ແລ້ວນັບຕັ້ງແຕ່ຄັ້ງທໍາອິດໃນປີ 2015 ເພື່ອຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນການລະດົມທຶນເຂົ້າໃນການສ້າງໂຮງໝໍເພື່ອນລາວ ສໍາລັບເດັກນ້ອຍແບບບໍ່ໄດ້ເສຍຄ່າທີ່ຫຼວງພະບາງ ເຊິ່ງປີນີ້ພວກເຮົາຈະຈັດເພື່ອລະດົມທຶນຊ່ວຍ 2 ຈຸດໝາຍ ຄື: ເຄິ່ງໜຶ່ງມອບໃຫ້ກັບໂຮງໝໍເພື່ອນລາວ ແລະ ອີກເຄິ່ງໜຶ່ງມອບໃຫ້ຜູ້ປະສົບໄພ ເພາະປີນີ້ເປັນທີ່ ສປປ ລາວ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ ໂດຍພວກເຮົາຕັ້ງເປົ້າໄວ້ໃຫ້ໄດ້ 80 – 90 ລ້ານກີບ ຕ້ອງຂໍຮຽກຮ້ອງໃຫ້ຊາວລາວ ມາຮ່ວມເປັນສ່ວນໜຶ່ງຂອງໂຄງການນີ້.

ທ່ານ ຄາໂລ ບາຄາລາ ນັກແລ່ນມາຣາທອນຊາວຟີລິບປິນ ຜູ້ລິເລີ່ມການແລ່ນ 385 ກິໂລແມັດ ກ່າວວ່າ: ການແລ່ນໃນຄັ້ງນີ້ມີຈິດອາສາເຂົ້າຮ່ວມທັງໝົດ 8 ຄົນຫຼັກໆ. ໃນນັ້ນ, ແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມທີ 1 ມີນັກແລ່ນ 1 ຄົນຄືຂ້າພະເຈົ້າເອງ ແລ່ນ 100 ກິໂລແມັດຕໍ່ມື້; ກຸ່ມທີ 2 ມີນັກແລ່ນ 3 ຄົນ ແລ່ນຜູ້ລະ 50 ກິໂລແມັດຕໍ່ມື້ມີ ທ່ານ ນາງ ເຈີຣາດີນ ແຢມ ຈາກອົສຕຣາລີ, ທ່ານ ໄຣອັນ ຄາຄາຢານ ຈາກຟີລິບປິນ ແລະ ທ່ານ ຖິຕິພົງ      ພົງໄພລັດ ຈາກລາວ; ສ່ວນກຸ່ມທີ 3 ມີ 4 ທ່ານ ແລ່ນຜູ້ລະ 25 ກິໂລແມັດຕໍ່ມື້ມີ ທ່ານ ດາລາສົມ ສຸດທິພົງ ຈາກລາວ, ທ່ານ       ນິມມານ ພົນປະເສີດ ຈາກລາວ, ທ່ານ ວິລະພອນ ພຸດທະວົງໄຊ ນັກກີລາລົດຖີບຄົນພິການທີມຊາດລາວ ແລະ ທ່ານ ທະວີສັກ ລໍາພາທອງ ຈາກໄທ.

“ ນອກນັ້ນ, ກໍຍັງມີ ທ່ານ    ອິນທີ ເດືອນສະຫວັນ ນັກທຸລະກິດລາວ ທັງເປັນນັກໄຕກີລາ, ທ່ານ ອິນທາ ຣັດຕະນະວົງ ຫຼື ສັກ ວົງເຊວ ແລະ ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງມື 1 ຂອງທີມຊາດລາວ ລວມເຖິງມີນັກແລ່ນຈໍານວນໜຶ່ງມາຮ່ວມແລ່ນນາອີກ. ອຸປະສັກທີ່ຜ່ານມາແມ່ນຕ້ອງໄດ້ຕື່ນນອນເຊົ້າໆທຸກມື້ຕັ້ງແຕ່ 3 ໂມງ ເພື່ອຫຼີກລຽງການແລ່ນກາງຄືນ, ແລ່ນທ່າມກາງຄວາມຮ້ອນໃນຕອນທ່ຽງ, ຂຶ້ນພູ ແລະ ລົງພູ ອາດຕ້ອງປະສົບກັບບັນຫາບາດເຈັບຫົວເຂົ່າ. ຢ່າງໃດກໍຕາມ, ການແລ່ນຄັ້ງນີ້ພວກເຮົາມີທີມຮັກສາຄວາມປອດໄພຕິດຕາມໄປນໍາ.ສ່ວນອຸປະສັກອີກອັນໜຶ່ງແມ່ນການແລ່ນບໍ່ງ່າຍແລ້ວ, ແຕ່ອັນທີ່ຍາກກວ່າຄືການເຂົ້າເຖິງເພື່ອລະດົມທຶນນັ້ນຍາກກວ່າ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ຊາວລາວມາຮ່ວມກັນຫຼາຍ ແລະ ເຜີຍແຜ່ຕໍ່ໆກັນໃຫ້ຫຼາຍ ” ທ່ານ ຄາໂລ ບາຄາລາ ກ່າວ.

( ຄໍາສອນ )