ບານເຕະ ໂຄປາ ໂຄຄາ – ໂຄລາ 2019 ເປີດສາກທາງການ ອາທິດນີ້ລຸຍຮອບຄັດເລືອກ

133

ການແຂ່ງຂັນບານເຕະນັກຮຽນສາມັນລາຍການ ໂຄປາ ໂຄຄາ – ໂຄລາ 2019 ຮຸ່ນອາຍຸບໍ່ເກີນ 16 ປີ ຄັ້ງທີ 3 ເປີດສາກ ໃນວັນສຸກທີ 27 ກັນຍາ 2019 ທີ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໃຫ້ກຽດຂຶ້ນເປີດການແຂ່ງຂັນຢ່າງເປັນທາງການວ່າ: ຊົມເຊີຍການແຂ່ງຂັນບານເຕະນັກຮຽນສາມັນ ໂຄປາ ໂຄຄາ – ໂຄລາ ຄັ້ງທີ 3 ຕໍ່ຈາກປີ 2016 ແລະ ຄັ້ງທີ 2 ໃນປີ 2018 ມີນັກກີລາເພີ່ມຂຶ້ນ 113 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ເຊິ່ງເວທີດັ່ງກ່າວເປັນເວທີແຈ້ງເກີດຂອງນັກກີລາລາວຫຼາຍຄົນຕໍ່ໄປ ແລະ ສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນອີກດ້ວຍ.

ສໍາລັບປີນີ້ມີປ່ຽນມາແຂ່ງຂັນແບບ 7 ຄົນຫຼັງຈາກ 2 ຄັ້ງຜ່ານມາແຂ່ງຂັນແບບ 11 ຄົນ ໂດຍມີ 119 ທີມແບ່ງເປັນທີມຍິງ 42 ທີມ ແລະ ທີມຊາຍ 77 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ໄດ້ແກ່: ເມືອງຈັນທະບູລີ, ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ, ເມືອງສີໂຄດຕະບອງ, ເມືອງນາຊາຍທອງ ແລະ ເມືອງສັງທອງ.

ສ່ວນອາທິດນີ້ຈະເປັນການແຂ່ງຂັນຮອບຄັດເລືອກ ຈົນເຖິງວັນທີ 4 ຕຸລາ ໂດຍໃຊ້ 2 ສະໜາມ ຄື: ສະໜາມກູດໄລທ໌ ແລະ ນິວອາລີນາ, ແຂ່ງຂັນແບບເສຍຕົກຮອບທັນທີ ເພື່ອເອົາທີມທີ່ດີທີ່ສຸດຕົວຂອງແຕ່ລະເມືອງທີມຊາຍ 9 ທີມ ແລະ ທີມຍິງ 9 ທີມເຂົ້າຮອບສຸດທ້າຍ.

ຂະນະທີ່ 9 ທີມຕົວແທນຂອງແຕ່ລະເມືອງຈະມາແຂ່ງຂັນຮອບສຸດທ້າຍ ໂດຍມີ 1 ທີມໂຊກດີໃນການຈັບສະຫຼາກເຂົ້າໄປຢືນໃນຮອບຕໍ່ໄປ ລະຫວ່າງວັນທີ 7 – 8 ຕຸລາ ແຂ່ງຂັນຂັ້ນນະຄອນຫຼວງ ແລະ ວັນທີ 11 ຕຸລາ 2019 ນັດຊີງອັນດັບ 3 ແລະ ຊີງຊະນະເລີດໃຊ້ສະໜາມ ລ້ານຊ້າງ ສະເຕດ້ຽມ.

( ຂ່າວ: ຄໍາສອນ; ຮູບ: ສອນໄຊ )