ທໍາລາຍຜັກນໍາເຂົ້າຜິດກົດໝາຍກວດພົບສານຕົກຄ້າງ

123

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ທໍາລາຍຜັກທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ມີສານພິດຕົກຄ້າງ 11 ລາຍການ ລວມມູນຄ່າ 18 ລ້ານກວ່າກີບ.

ທ່ານ ສົມພູ ສີພູວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ໄດ້ກ່າວວ່າ: ອີງຕາມດໍາລັດວ່າດ້ວຍການກວດກາການຄ້າສະບັບເລກທີ 508/ລບ ລົງວັນທີ 4 ທັນວາ 2012, ອີງໃສ່ຂໍ້ຕົກລົງວ່າດ້ວຍການປະຕິບັດວຽກງານກວດກາການຄ້າສະບັບ ເລກທີ 1499/ອຄ.ກຄພນ ລົງວັນທີ 8 ກັນຍາ 2017. ມາໃນໃນວັນທີ 26 ກັນຍາ 2019 ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ( ກົມການຄ້າພາຍໃນ ) ໄດ້ລົງກວດການນໍາເຂົ້າສິນຄ້າປະເພດພືດຜັກທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ໂດຍຜ່ານຂົວມິດຕະພາບ ລາວ – ໄທ 1.

ຜ່ານການກວດກາຕົວຈິງແມ່ນໄດ້ພົບເຫັນລົດແກ່ຜັກ 3 ຄັນ ໝາຍເລກທະບຽນ ກທ 4824, ກຣ 5833, 4445 ເຊິ່ງບັນທຸກປະເພດພືດຜັກຕ່າງໆ ລວມມີ ໝາກເຂືອ, ໝາກລອຍ, ໝາກໂງງ້ຽວ, ຜັກກາດຂາວ, ຫົວຜັກກາດຂາວ, ຜັກກາດຕີນໝີ, ຜັກຫອມປ້ອມ, ຜັກກາດນາ, ຜັກຫອມບົ່ວ, ຜັກແປ້ນ, ຜັກກາດຮ່ອງເຕ້, ໝາກລິ່ນໄມ້ ລວມ 11 ລາຍການ ນໍ້າໜັກ 1.990 ກິໂລ ຄິດເປັນມູນຄ່າ 18,81 ລ້ານກີບ. ສະນັ້ນ, ເຈົ້າໜ້າທີ່ການຄ້າຈຶ່ງໄດ້ເຮັດບົດບັນທຶກ ແລະ ຢຶດສິນຄ້າດັ່ງກ່າວ ພ້ອມທັງປັບໃໝຈໍານວນເງິນ 13 ລ້ານກີບ.

ສິນຄ້າດັ່ງກ່າວບໍ່ໄດ້ນອນໃນລາຍການແຈ້ງພາສີ ຫຼື ໃບແຈ້ງການນໍາເຂົ້າ – ສົ່ງອອກ ແລະ ນໍາຜ່ານ ສປປ ລາວ ພືດ ແລະ ຜະລິດຕະພັນພືດ, ຜະລິດຕະພັນກະສິກໍາປ່າໄມ້, ດິນຝຸ່ນ ແລະ ຢາປາບສັດຕູພືດຂອງຂະແໜງກະສິກໍາປ່າໄມ້ປະຈໍາດ່ານ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ສົ່ງໃຫ້ສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ກວດວິໄຈສານພິດຕົກຄ້າງ ເຊິ່ງພົບວ່າມີ 10 ລາຍການ ພົບສານພິດຕົກຄ້າງໃນລະດັບຄ່າຕໍ່າສຸດທີ່ກໍານົດໄວ້, ມີພຽງ ໝາກໂງງ້ຽວ ບໍ່ພົບສານພິດຕົກຄ້າງໃນລະດັບຄ່າຕໍ່າສຸດທີ່ກໍານົດໄວ້ ສ່ວນສານພິດທີ່ກວດແມ່ນຢາຂ້າແມງໄມ້.

ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຮຽກຮ້ອງປະຊາຊົນເອົາໃຈໃສ່ໃນການບໍລິໂພກພືດຜັກ, ເພີ່ມຄວາມເອົາໃຈໃສ່ໃນການບໍລິໂພກພືດຜັກ ໂດຍສະເພາະຕ້ອງຮູ້ແຫຼ່ງທີ່ມາຂອງຜັກ, ສ່ວນຜູ້ຂາຍຕ້ອງຈິງໃຈຕໍ່ຜູ້ຊື້, ສ່ວນພໍ່ຄ້າທີ່ນໍາເຂົ້າມາກໍໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຜ່ານການກວດກາຂອງເຈົ້າໜ້າທີ່ປະຈຳດ່ານ. ພ້ອມດຽວກັນ, ຂະແໜງອຸດສາຫະກຳ ແລະ ການຄ້າ ພວກເຮົາຈະພ້ອມກັນເອົາໃຈໃສ່ກວດກາໃຫ້ມີລະບຽບຂຶ້ນຕື່ມ ແລະ ໃຫ້ເອົາໃຈໃສ່ເປັນພິເສດ ເພາະພືດຜັກທີ່ນໍາເຂົ້າມາມື້ໜຶ່ງຫຼາຍພັນໂຕນ.

ທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ ໄດ້ກ່າວວ່າ: ພວກເຮົາຕ້ອງມີຄວາມຕື່ນຕົວຮ່ວມກັນ ຖ້າເຮົານໍາເຂົ້າມາຫຼາຍການຜະລິດພາຍໃນກໍບໍ່ສາມາດແຂ່ງຂັນໄດ້ ເຮັດໃຫ້ເສຍຜົນປະໂຫຍດ ກໍຄືເສຍດູນການຄ້າ. ສະນັ້ນ, ຮຽກຮ້ອງຜູ້ປະກອບການ, ຜູ້ບໍລິໂພກກໍຄວນມີສະຕິ, ອັນໃດເປັນສິນຄ້າປອດສານພິດ, ຜູ້ນໍາເຂົ້າກໍຕ້ອງມີແຫຼ່ງທີ່ມາຂອງສິນຄ້າ ຮຽກຮ້ອງພະນັກງານຕ້ອງເອົາໃຈໃສ່ ໂດຍສະເພາະຜູ້ທີ່ລົງກວດກາຕົວຈິງໃນພື້ນທີ່ໃຫ້ທົ່ວເຖິງ ໂດຍສະເພາະຕ້ອງໄດ້ຝຶກອົບຮົມໃຫ້ເຂັ້ມງວດຂຶ້ນຕື່ມ.

ສໍາລັບການທໍາລາຍພືດຜັກໃນຄັ້ງນີ້ເຈົ້າໜ້າທີ່ໄດ້ຕັດຜັກໃຫ້ມຸ່ນລະອຽດ, ເທລົງ    ຂຸມເພື່ອໃຫ້ຜັກເນົ່າເປື່ອຍຕາມທໍາມະຊາດ. ພິທີທໍາລາຍຈັດຂຶ້ນທີ່ ບ້ານທ່າມ່ວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂສວັນ ນຸພາບພະວົງສີ, ທ່ານ ຄໍາແກ່ງ ດວງພະຈັນ ພ້ອມດ້ວຍເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ແລະ ຂະແໜງການກ່ຽວຂ້ອງ.

( ຂ່າວ: ພຸດຕີ້, ຮູບ: ເມລີ )