ລັດຖະບານເຢຍລະມັນ ໃຫ້ທຶນເກືອບ 19 ລ້ານເອີໂຣ ຄຳມ່ວນ – ອັດຕະປື

85

ລັດຖະບານເຢຍລະມັນ ໃຫ້ການສະໜັບສະໜູນສໍາລັບຂະແໜງການພັດທະນາຊົນນະບົດໃນການຟື້ນຟູເສັ້ນທາງຊົນນະບົດໃນແຂວງຄຳມ່ວນ ແລະ ແຂວງອັດຕະປື, ພາຍໃຕ້ໂຄງການພັດທະນາຊົນນະບົດໄລຍະ II ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງ ສປປ ລາວ ມູນຄ່າ 18,9 ລ້ານເອີໂຣ.

ພິທີເຊັນສັນຍາທຶນຊ່ວຍເຫຼືອລ້າໄດ້ຈັດຂຶ້ນໃນຕອນບ່າຍວັນທີ 26 ກັນຍາ 2019 ທີ່ກະຊວງການເງິນ, ຕາງໜ້າລັດຖະບານລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ       ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ທ່ານ ຢັນ ວີເກວມັນ ຜູ້ອຳນວຍການທະນາຄານພັດທະນາເຢຍລະມັນ ( KfW ) ປະຈໍາ ສປປ ລາວ.

ໂດຍການເຂົ້າຮ່ວມຂອງ ທ່ານ ເຢັນ ລຸກເກີແຮມ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ, ທ່ານ ນາງ  ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ຜູ້ຕາງໜ້າຂົວທາງ, ກົມ ເອີຣົບ – ອາເມຣິກາ ກະຊວງການຕ່າງປະເທດ, ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອລ້າຂອງລັດຖະບານເຢຍລະມັນ ສຳລັບທັງສອງໂຄງການແມ່ນ 18 ລ້ານເອີໂຣ ແລະ ລັດຖະບານລາວ ໄດ້ປະກອບສ່ວນສົມທົບເປັນເງີນທັງໝົດ 9 ແສນເອີໂຣ. ສຳລັບໂຄງການພັດ     ທະນາຊົນນະບົດໄລຍະ II ( RDP II ) ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງ ສປປ ລາວ ( RISL ) ຄາດວ່າຈະເລີ່ມໂຄງການໃນໄຕມາດສຸດທ້າຍຂອງປີ 2019 ແລະ ຈະໃຫ້ສຳເລັດໃນປີ 2022.

ທັງສອງໂຄງການແມ່ນຈັດຕັ້ງປະຕິບັດໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງຈະໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການຈາກບໍລິສັດທີ່ປຶກສາສາກົນ. ນັບຕັ້ງແຕ່ປີ 2003 ປະເທດເຢຍລະມັນ ສືບຕໍ່ໃຫ້ການສະໜັບສະໜູນສຳລັບຂະແໜງການພັດທະນາຊົນນະບົດເປັນເວລາດົນນານ, ເຮັດໃຫ້ການປະກອບສ່ວນທັງໝົດມີມູນຄ່າຫຼາຍກວ່າ 70 ລ້ານເອີໂຣ ເຊິ່ງທັງສອງໂຄງການໃໝ່ນີ້ແມ່ນຈະນຳໃຊ້ທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ ໃນການຟື້ນຟູ ແລະ ປັບປຸງເສັ້ນທາງຊົນນະບົດ, ຂົວຂ້າມນໍ້າ ແລະ ພື້ນຖານໂຄງລ່າງອື່ນໆເພີ່ມຕື່ມຢູ່ເມືອງໄຊບົວທອງ, ເມືອງບົວລະພາ ແຂວງຄຳມ່ວນ ແລະ ຫຼາຍເມືອງໃນແຂວງພາກໃຕ້ຂອງ ສປປ ລາວ ໂດຍສະເພາະແມ່ນເມືອງສະໜາມໄຊ ແຂວງອັດຕະປື.

ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງ ສປປ ລາວ RISL ແມ່ນເປັນໂຄງການພິເສດເພື່ອຟື້ນຟູເສັ້ນທາງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນເຂດທີ່ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງ ສປປ ລາວ ແລະ ຍັງສະໜັບສະໜູນລັດຖະບານລາວ ໃນການຈັດຕັ້ງປະຕິບັດຄວາມຕ້ອງການຫຼັງໄພພິບັດຈາກເຫດການສັນເຂື່ອນຄູກັນນ້ຳໄຟຟ້າເຊປຽນ – ເຊນໍ້ານ້ອຍແຕກ ເພື່ອສະໜອງການເຂົ້າເຖິງຕະຫຼາດ, ໂຮງຮຽນ, ສາທາລະນະສຸກ ແລະ ສະຖານທີ່ອຳນວຍຄວາມສະດວກອື່ນໆ ໂດຍສະເພາະໂຄງການ RISL ອາດຈະໃຫ້ການຊ່ວຍເຫຼືອພື້ນຖານໂຄງລ່າງທາງສັງຄົມ ເຊັ່ນ: ກໍ່ສ້າງໂຮງຮຽນ, ສຸກສາລາ ຫຼື ການສະໜອງນໍ້າ ແລະ ຊົນລະປະທານ.

ຄຽງຄູ່ກັນນີ້, ທັງສອງໂຄງການແມ່ນການນຳໃຊ້ປະໂຫຍດຂອງເສັ້ນທາງຊົນນະບົດ ແລະ ພື້ນຖານໂຄງລ່າງອື່ນໆຢ່າງຍືນຍົງຕະຫຼອດປີ, ຊ່ວຍປະກອບສ່ວນເຂົ້າໃນການປັບປຸງດ້ານເສດຖະກິດ – ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊົນນະບົດນັບມື້ດີຂຶ້ນເທື່ອລະກ້າວ.

 

( ຂ່າວ – ຮູບ: ກະຊວງການເງິນ )