ຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ

124

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ( Sustainable Tourism Solutions Expo ) ຂຶ້ນໃນລະຫວ່າງວັນທີ 27 – 28 ກັນຍາ 2019 ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານ ແຫ່ງ ສປປ ລາວ ແລະ ສອດຄ່ອງກັບມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ.

ພິທີເປີດງານດັ່ງກ່າວມີ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ທ່ານ Jens Peter Lutkenherm ເອກອັກຄະລັດຖະທູດແຫ່ງເຢຍລະມັນ ປະຈຳ ສປປ ລາວ, ມີບັນດາພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ກ່າວວ່າ: ງານວາງສະແດງຄັ້ງນີ້ແມ່ນເປັນຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນ ສປປ ລາວ, ຄັ້ງທໍາອິດແມ່ນຈັດຂຶ້ນທີ່ແຂວງຫຼວງພະບາງ ໃນປີ 2018 ທີ່ຜ່ານມາ, ການຈັດງານໃນຄັ້ງນີ້ ຈະເປັນໂອກາດທີ່ດີໃນການຮຽນຮູ້ ແລະ ສຶກສາຜະລິດຕະພັນທີ່ເປັນທາງເລືອກແບບຍືນຍົງ, ຜູ້ເຂົ້າຮ່ວມຊົມຈະມີໂອກາດໄດ້ຮຽນຮູ້ກ່ຽວກັບວິທີການແກ້ໄຂບັນຫາແບບຍືນຍົງຈາກຜູ້ທີ່ມາຮ່ວມວາງສະແດງທັງໝົດ 54 ຮ້ານ. ໃນນີ້, ມີຮ້ານຈາກຕ່າງປະເທດຈຳນວນ 2 ຮ້ານ.

ສຳລັບແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ແມ່ນຈະເນັ້ນໃສ່ກົນໄກນະໂຍບາຍກ່ຽວກັບການຫຼຸດຜ່ອນພລາສຕິກ; ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງວຽກເຮັດງານທຳໃນຂົງເຂດການທ່ອງທ່ຽວ ແລະ ທຸລະກິດບໍລິການ – ການຕ້ອນຮັບ; ບົດບາດຂອງທຸລະກິດທ່ອງທ່ຽວ ໃນເສດຖະກິດແບບໝູນວຽນຂອງທຸລະກິດຮ້ານອາຫານ; ການພັດທະນາທຸລະກິດຂອງທ່ານດ້ວຍການສື່ສານທີ່ມີປະສິດທິພາບ.

ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ງານຄັ້ງນີ້ຈັດຂຶ້ນພາຍໃຕ້ຄໍາຂວັນ “ ການທ່ອງທ່ຽວ ແລະ ການສ້າງວຽກເຮັດງານທໍາ ” ຄຽງຄູ່ກັບກອງປະຊຸມສໍາມະນາ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ເພື່ອປະກອບສ່ວນໃນການສະເຫຼີມສະຫຼອງວັນທ່ອງທ່ຽວໂລກ ຄື: ວັນທີ 27 ກັນຍາ 2019 ໃຫ້ເປັນຂະບວນການຟົດຟື້ນ. ພ້ອມກັນນັ້ນ, ກໍແນໃສ່ເພື່ອຊຸກຍູ້, ສົ່ງເສີມການພັດທະນາການທ່ອງທ່ຽວຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ໃຫ້ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ, ສະອາດ ແລະ ຍືນຍົງ ສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານ ແຫ່ງ ສປປ ລາວ ກໍຄືມາດຖານເງື່ອນໄຂເມືອງທ່ອງທ່ຽວສະອາດອາຊຽນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມສ້າງນະຄອນຫຼວງວຽງຈັນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ແລະ ເປັນເມືອງທ່ອງທ່ຽວສະອາດອາຊຽນໃນຕໍ່ໜ້າ.

ທ່ານ Jens Peter Lutkenherm ກ່າວວ່າ: ຂະແໜງການທ່ອງທ່ຽວ ແມ່ນຂະແໜງການທີ່ມີຄວາມສຳຄັນຫຼາຍສຳລັບເສດຖະກິດຂອງ ສປປ ລາວ ເຊິ່ງປັດຈຸບັນໄດ້ເປັນອັນດັບທີ 3 ຂອງອຸດສາຫະກຳສົ່ງອອກຂອງປະເທດ. ການທ່ອງທ່ຽວຂອງ ສປປ ລາວ ແມ່ນມີທ່າແຮງຂອງການເຕີບໂຕ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ຂະແໜງການທ່ອງທ່ຽວໂດຍລວມແມ່ນສອດຄ່ອງກັບຍຸດທະສາດການຂະຫຍາຍຕົວສີຂຽວຢ່າງຍືນຍົງຂອງລັດຖະບານ ແລະ ເປັນສ່ວນສຳຄັນໃນການພັດທະນາຂະແໜງການດັ່ງກ່າວ.

ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ໄດ້ໃຫ້ຜົນປະໂຫຍດທີ່ສຳຄັນຫຼາຍໃຫ້ແກ່ຜູ້ມີສ່ວນຮ່ວມ ເຊິ່ງມັນສະແດງໃຫ້ເຫັນເຖິງຂະແໜງການທ່ອງທ່ຽວ ແລະ ຂະແໜງການບໍລິການຕ້ອນຮັບ ແລະ ທຸລະກິດທີ່ຢູ່ໃນ ສປປ ລາວ ກ່ຽວກັບທາງອອກ ຫຼື ທາງເລືອກຂອງການເຮັດທຸລະກິດແບບຍືນຍົງ, ໄດ້ຮຽນຮູ້ຜົນປະໂຫຍດດ້ານເສດຖະກິດກ່ຽວກັບແນວທາງການທ່ອງທ່ຽວແບບຍືນຍົງ.

( ຂ່າວ: ສົມລົດ; ຮູບ: ສຸກສະຫວັນ )