ແກ້ໄຂອາການຢາກກິນຕະຫຼອດໃນໄລຍະມີປະຈຳເດືອນດ້ວຍວິທີງ່າຍໆ ຖ້າບໍ່ຢາກໃຫ້ນ້ຳໜັກຂຶ້ນໃນໄລຍະມີປະຈຳເດືອນ ເຊິ່ງມີວິທີປະຕິບັດດັ່ງຕໍ່ໄປນີ້: 1 ຫຼຸດປະລິມານສານຄາເຟອິນລົງ: ສານຄາເຟອິນທີ່ຢູ່ໃນກາເຟ, ຊາ ແລະ ນ້ຳອັດລົມ ຫຼື ຈາກເຄື່ອງດື່ມອື່ນໆອີກຈຳນວນຫຼວງຫຼາຍເປັນສາເຫດທີ່ເຮັດໃຫ້ເກີດຄວາມຢາກອາຫານທີ່ຜິດປົກກະຕິໃນໄລຍະມີປະຈຳເດືອນ ແຖມຍັງບໍ່ໄດ້ເຮັດໃຫ້ຢາກກິນທຳມະດາແຕ່ຈະເຮັດໃຫ້ຮູ້ສຶກກະວົນກະວາຍ ຖ້າບໍ່ໄດ້ກິນກໍຈະມີອາລົມຫງຸດຫງິດແລ້ວພໍຫງຸດຫງິດກໍເກີດຄວາມຄຽດ ແລະ ສົ່ງຜົນເຮັດໃຫ້ປະຈຳເດືອນຜິດປົກກະຕິທາງທີ່ດີຄວນເຊົາດື່ມເຄື່ອງດື່ມທີ່ມີສານຄາເຟອິນເປັນສ່ວນປະກອບຈະດີກວ່າ […]
