ລາວໂຕໂຢຕ້າ ຮັກສາມາດຖານຊະນະ ອີໂວ ຄວ້າແຊັມລາຍກາຍທີ 2

104

ລາວໂຕໂຢຕ້າ ເອັຟຊີ ເຈົ້າຂອງແຊັມ ເປບຊີ ລາວພຣີເມຍລີກ ສະໄໝທີ 4 ລົງສະໜາມສາມາດຖະຫຼົ່ມ ອີໂວ ຢູໄນເຕັດ ໄປຂາດລອຍ 8 – 0 ໃນນັດຊີງບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ເມື່ອວັນເສົາທີ 28 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຄວ້າແຊັມລາຍການທີ 2 ຂອງປີໄປຕາມຄາດໝາຍ.

ສໍາລັບຮອບຊີງຊະນະເລີດ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະໄປຂາດລອຍ 8 – 0 ຄວ້າແຊັມໄປຄອງ ພ້ອມເງິນລາງວັນ 30 ລ້ານກີບ, ສ່ວນ ອີໂວ ຢູໄນເຕັດ ໄດ້ຮັບເງິນລາງວັນ 15 ລ້ານກີບ.

ໃນລະດູການນີ້ ລາວໂຕໂຢຕ້າ ເອັຟຊີ ກັບ ອີໂວ ຢູໄນເຕັດ ພົບກັນມາແລ້ວ 4 ນັດ ປາກົດວ່າ: ລາວໂຕໂຢຕ້າ ເອັຟຊີ ເອົາຊະນະລວດ ໂດຍ 3 ນັດທໍາອິດເປັນການແຂ່ງຂັນໃນ ລາວພຣີເມຍລີກ 2019 ລາວໂຕໂຢຕ້າ ຊະນະ 4 – 1, 7 – 0 ແລະ 2 – 0 ຫຼ້າສຸດ, ລາວໂຕໂຢຕ້າ ເອັຟຊີ ຊະນະໄປ 8 – 0.

ຫຼັງຈົບການແຂ່ງຂັນ ທ່ານ ໂພແກ້ວ ພິລາພັນເດຊ ຜູ້ຈັດການທີມ ລາວໂຕໂຢຕ້າ ເອັຟຊີ ກ່າວວ່າ: ກ່ອນອື່ນຕ້ອງຂໍຂອບໃຈແຟນບານທຸກໆທ່ານທີ່ເປັນສ່ວນໜຶ່ງໃນການເຮັດໃຫ້ທີມຄວ້າແຊັມລາຍການທີ 2 ຂອງປີໄດ້ສໍາເລັດກໍຄື ລາວພຣີເມຍລີກ 2019 ແລະ ສຕລ ຄອນມານໂດ 2019 ຕາມເປົ້າ, ແນ່ນອນໃນລະດູການໜ້າຈະມີການເສີມນັກເຕະໃໝ່ໃນເດືອນພະຈິກນີ້ ເພື່ອກຽມຄວາມພ້ອມລຸຍການ ເອເອັຟຊີ ຄັບ 2020.

( ຂ່າວ: ຄໍາສອນ; ຮູບ: ສອນໄຊ )