ຈຸດຈໍາໜ່າຍເຂົ້າຄັງແຮທີ່ຕະຫຼາດສະອາດດົງຄໍາຊ້າງ 4 ວັນ ຂາຍໄດ້ 20 ກວ່າໂຕນ

137

ເຂົ້າຄັງແຮ 2 ພັນໂຕນ ທີ່ນໍາອອກມາແຊກແຊງລາຄາ ແລະ ດັດສົມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ ຂາຍ 4 ວັນຜ່ານມາ ໃນ 5 ຈຸດ, ສະເພາະຈຸດຕະຫຼາດສະອາດດົງຄໍາຊ້າງ ຂາຍເຂົ້າອອກແລ້ວ 20 ກວ່າໂຕນ.

ພາຍຫຼັງທີ່ນະຄອນຫຼວງ ວຽງຈັນ ໄດ້ເປີດຈໍາໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະຫຼາດ 2 ພັນໂຕນ ໃນວັນທີ 23 ກັນຍາ 2019 ຜ່ານມາ ໄດ້ມີຫຼາຍທ່ານຕັ້ງຄໍາຖາມຂຶ້ນວ່າ ເຂົ້າຈະພຽງພໍກັບຄວາມຕ້ອງການ ຫຼື ບໍ່. ສະນັ້ນ, ເພື່ອຕິດຕາມຄວາມຄືບໜ້າການຈຳໜ່າຍໃນຕອນແລງວັນທີ 27 ກັນຍາ 2019 ນີ້ ທີມຂ່າວພວກເຮົາໄດ້ລົງຕິດຕາມ ແລະ ສຳພາດ ຈຸດຈຳໜ່າຍເຂົ້າຄັງແຮ ທີ່ຕະຫຼາດສະອາດຊາວບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ໂດຍ ທ່ານ ບຸນລຽບ ຜູ້ຂາຍເຂົ້າປະຈໍາຢູ່ຈຸດດັ່ງກ່າວໃຫ້ຮູ້ວ່າ: ພວກເຮົາຂາຍເຂົ້າຢູ່ຈຸດນີ້ ໂດຍສະເລ່ຍແລ້ວຂາຍໄດ້ປະມານ 5 – 6 ໂຕນຕໍ່ວັນ ເຊິ່ງໃນ 4 ວັນທີ່ຜ່ານມາ ນັບແຕ່ວັນທີ 23 ຫາ 26 ກັນຍາ ຂາຍອອກແລ້ວ 24 ໂຕນ ແລະ ລູກຄ້າສ່ວນຫຼາຍທີ່ມາຊື້ແມ່ນເປັນນັກສຶກສາ ແລະ ພະນັກງານເປັນສ່ວນຫຼາຍ ເຊິ່ງຈະໄດ້ຂາຍດີໃນເວລາ 16:00 – 18:00 ໂມງ. ໃນແຕ່ລະວັນ ນັບແຕ່ວັນເປີດຂາຍເປັນຕົ້ນມາ ກໍມີສຽງຕອບຮັບດີຫຼາຍ ເນື່ອງຈາກວ່າເຂົ້າມີລາຄາຖືກກວ່າທ້ອງຕະຫຼາດທົ່ວໄປ.

ຢ່າງໃດກໍຕາມ, ການນຳເຂົ້າຄັງແຮອອກມາແຊກແຊງລາຄາ ແລະ ດັດສົມຕະຫຼາດນີ້ ເນື່ອງຈາກລາຄາເຂົ້າໄດ້ເໜັງຕີງເພີ່ມຂຶ້ນເກີນ 20%; ເລີ່ມແຕ່ທ້າຍເດືອນມິຖຸນາ ມາເຖິງ ຕົ້ນເດືອນກັນຍາ 2019 ເຫັນວ່າສະພາບເຂົ້າມີການເໜັງຕີງເພີ່ມຂຶ້ນລາຄາຢ່າງຕໍ່ເນື່ອງ ມາເຖິງອາທິດທີ 2 ຂອງເດືອນກັນຍາ ດັ່ງນີ້: ລາຄາເຂົ້າເປືອກໜຽວເທົ່າກັບ 4.350 ກີບຕໍ່ກິໂລ; ຖ້າສົມທຽບໃສ່ທ້າຍເດືອນມິຖຸນາລາຄາເຂົ້າເປືອກເທົ່າກັບ 3.500 ກີບຕໍ່ກິໂລ; ເຫັນວ່າມີລາຄາເພີ່ມຂຶ້ນ 1.500 ກີບຕໍ່ກິໂລ ຫຼື ເທົ່າກັບ 24,28%. ລາຄາເຂົ້າສານໜຽວປະເພດ 2 ເທົ່າກັບ 8.500 ກີບຕໍ່ກິໂລ ຖ້າສົມທຽບໃສ່ທ້າຍເດືອນມິຖຸນາ ລາຄາເຂົ້າສານໜຽວປະເພດ 2 ເທົ່າກັບ 7 ພັນກີບຕໍ່ກິໂລ ເຫັນວ່າມີລາຄາເພີ່ມຂຶ້ນ 1,5 ພັນກີບຕໍ່ກິໂລ ຫຼື ເທົ່າກັບ 21,48%.

ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄັງແຮເຂົ້າ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີ ຄວາມໝັ້ນຄົງທາງດ້ານການສະໜອງ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ມອບໝາຍໃຫ້ ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ທີ່ມີສັນຍາກັບລັດຖະບານ ເຮັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດ ຮັບມືກັບບັນຫາເຂົ້າກິນເໜັງຕີງຂຶ້ນລາຄາເກີນ 20% ຂອງລາຄາທ້ອງຕະຫຼາດ ໃນນະຄອນຫຼວງວຽງຈັນ ແລະ ທາງບໍລິສັດກໍມີຄວາມພ້ອມ ແລະ ມີຄວາມຮັບປະກັນເຂົ້າແຮໄວ້ຢູ່ໃນສາງຂອງຕົນຄົບຕາມຈຳນວນ 40% ຕາມວົງເງິນທີ່ຍັງເຫຼືອ; ນຳເອົາເຂົ້າຄັງແຮມາຈຳໜ່າຍ 2 ພັນໂຕນ ໂດຍສະເພາະແມ່ນເຂົ້າສານໜຽວປະເພດ 2 ໃນລາຄາ 6.500 ກີບຕໍ່ກິໂລ; ຖ້າສົມທຽບໃສ່ລາຄາໃນທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ໃນປັດຈຸບັນແມ່ນລາຄາ 8.500 ພັນກີບຕໍ່ກິໂລ ເຫັນວ່າມີລາຄາຫຼຸດລົງ 2 ພັນກີບ ຫຼື ເທົ່າກັບ 23,53%. ນອກຈາກນີ້, ທາງບໍລິສັດຍັງມີຜະລິດຕະພັນເຂົ້າສານຈ້າວມາວາງຈຳໜ່າຍ ດັ່ງນີ້: ເຂົ້າຈ້າວຫອມມະລິ ປະເພດ 1 ລາຄາ 8 ພັນກີບຕໍ່ກິໂລ; ເຂົ້າຈ້າວຫອມມະລິ ປະເພດ 2 ລາຄາ 7 ພັນກີບຕໍ່ກິໂລ; ເຂົ້າຈ້າວຂາວ ລາຄາ 7 ກີບຕໍ່ກິໂລ.

ສໍາລັບການຈຳໜ່າຍມີຢູ່ 5 ຈຸດ ຄື: 1). ຕະຫຼາດສະອາດຊາວບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ຈຳໜ່າຍວັນຈັນ ຫາ ວັນເສົາ; 2). ຈຸດບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ບ້ານສີຫອມ ເມືອງຈັນທະບູລີ ຈຳໜ່າຍວັນຈັນ ຫາ ວັນສຸກ; 3). ສູນການຄ້າລາວ – ໄອເຕັກ ຈຳໜ່າຍວັນພຸດ ແລະ ວັນເສົາ; 4). ຕະຫຼາດລາວອົດຊີບ້ານໜອງແຕ່ງ ເມືອງສີໂຄດຕະບອງ ຈຳໜ່າຍວັນຈັນ ຫາ ວັນເສົາ ແລະ 5). ໂຮງສີເຂົ້າ ນາງ ຈັນເພັງ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

( ຂ່າວ: ສັນຕິ + ເອຢິບ, ຮູບ: ສຸກສະຫວັນ )