Yearly Archives: 2019

ໂສລະຍາ ຍາດໄດ້ 2 ລາງວັນຈາກເວທີສາກົນ

ຫຼັງຈາກ ນ້ອງໂສລະຍາ ໄປປະກວດໃນເວທີສາກົນ Miss Teen International 2019 ທີ່ປະເທດອິນເດຍ ເຊິ່ງໄດ້ສ້າງຄວາມພາກພູມໃຈໃຫ້ແກ່ຄົນລາວ ແລະ ຄວ້າ 2 ລາງວັນມາຝາກ ຄື: Miss Teen Photogenic ແລະ Miss Teen Fashion 2019. ນາງ ໂສລະຍາ ລີນຄອນດີ...

ສູດເຄື່ອງດື່ມງ່າຍໆດ້ວຍເຂົ້າໜົມ

ມື້ນີ້ເອົາໃຈໄວໜຸ່ມກັບເຄື່ອງທີ່ມີສ່ວນປະສົມຂອງເຂົ້າໜົມ ແລະ ກະແລັມ ສາມາດເຮັດໄດ້ເອງໂດຍບໍ່ຕ້ອງໄປຊື້ ແຖມຍັງສາມາດເລືອກສ່ວນປະສົມເພີ່ມຕື່ມໄດ້ຕາມໃຈອີກດ້ວຍຈາກສູດງ່າຍໆ. ສ່ວນປະສົມ: 1 ກະແລັມວານິລາ ຫຼື ຊ໋ອກໂກແລັດຊິມ 4 ບ່ວງຕັກກະແລັມ. 2 ເຂົ້າໜົມຄຸກກີ້ໂອລິໂອ 6 ກ້ອນ. 3 ນ້ຳເຜິ້ງ 1 ບ່ວງກາເຟ ຫຼື ບໍ່ໃສ່ກໍໄດ້. 4 ໝາກກ້ວຍ 1 ໜ່ວຍ. 5 ນົມສົດ 1 ຈອກ. 6...

ຜັກທີ່ຊ່ວຍແກ້ອາການທ້ອງຜູກແບບໄດ້ຜົນ

ຫຼາຍໆຄົນອາດທໍລະມານກັບອາການທ້ອງຜູກທີ່ແກ້ບໍ່ໄດ້ ແລະ ບໍ່ຮູ້ວ່າຈະຕ້ອງເຮັດແບບໃດດີ ມື້ນີ້ເຮົາຈະມາແນະນຳຢາພື້ນເມືອງທີ່ມີສ່ວນຊ່ວຍແກ້ອາການທ້ອງຜູກໄດ້ ແຖມຍັງເປັນການປິ່ນປົວແບບທຳມະຊາດທີ່ບໍ່ຕ້ອງຢ້ານວ່າຈະມີສານເຄມີໃດໆຕົກຄ້າງໃນຮ່າງກາຍ ແລະ ປອດໄພແນ່ນອນ. ແກ່ນຜັກອີ່ຕູ່: ໃນແກ່ນຜັກອີ່ຕູ່ຈະມີເມືອກຫຼໍ່ລື້ນໃນໂຕມັນເອງ ຈຶ່ງຊ່ວຍໃຫ້ການຂັບຖ່າຍສະດວກຂຶ້ນ ໂດຍວິທີແກ້ແມ່ນເອົາແກ່ນຜັກອີ່ຕູ່ 2 ບ່ວງກາເຟ ແຊ່ໃນນ້ຳດື່ມ 1 ຈອກ ( 250 cc ) ແລະ ຖ້າຈົນແກ່ນຜັກອີ່ຕູ່ໃຄ່ເຕັມທີ່ນຳມາປະສົມກັບນ້ຳຫວານ ຫຼື ຕັກກິນຫຼິ້ນຕາມໃຈມັກ. ແຕ່ຢ່າງໃດກໍຕາມ, ຄວນຖ້າໃຫ້ແກ່ນຜັກອີ່ຕູ່ຟູເຕັມທີ່ເທົ່ານັ້ນ...

ເປີດສູດ! ເຮັດໃຫ້ໝາກເຜັດອອກໝາກດົກພ້ອມກໍາຈັດເພ້ຍ ໃຊ້ເງິນບໍ່ຮອດ 10ພັນກີບ

ສະບາຍດີແຟນເພຈ ຂ່າວເສດຖະກິດການຄ້າ, ມື້ນີ້ແອັດມິນມີເຄັດລັບດີໆ ກ່ຽວກັບການດູແລ ບໍາລຸງຮັກສາຕົ້ນໝາກເຜັດໃຫ້ອອກໝາກດົກໜາ ພ້ອມກໍາຈັດສັດຕູພືດໄດ້ມາຝາກ ໂດຍການນໍາໃຊ້ນົມຈືດເປັນສ່ວນປະສົມຫຼັກ ເຊິ່ງສູດນີ້ໃຊ້ງົບປະມານບໍ່ເຖິງ 10 ພັນກີບ(ຊື້ນົມຈືດ) ແລະ ທີ່ສໍາຄັນ ແອັດກໍ່ໄດ້ຮຽບຮຽງເອົາວິທີການເຮັດສູດເດັດນີ້ມາໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງເຮັດ ພ້ອມທົດລອງໃຊ້ນໍາກັນ. ສ່ວນປະກອບທີ່ຕ້ອງກະກຽມ: ຫົວຜັກທຍມ 1ຖ້ວຍນ້ອຍ, ນົມຈືດ 1ກ່ອງ, ນໍ້າລ້າ 1 ຂວດ, ຈອກ 1ໜ່ວຍ, ຈວຍ...

ສູດມົນຂ້າມປີດີແນວໃດ ຕັດສິນໃຈຕອນນີ້ຍັງທັນ

ເຜີແປັບດຽວກໍໝົດປີ 2019 ແລ້ວ ຫຼາຍໆຄົນຄົງກຽມໂຕ ກຽມຈິດກຽມໃຈ ໄປສະຫຼອງ, ໄປນັບຖອຍຫຼັງ ຕາມສະຖານທີ່ຕ່າງໆຈັດງານ ຫຼື ຢູ່ບ້ານຂອງຕົນເອງ ແຕ່ສໍາລັບສາຍບຸນທັງຫຼາຍແລ້ວ ພໍຮອດມື້ວັນທີ 31 ທັນວາ ຂອງທຸກໆປີກໍມີການກຽມກາຍໃຈໄປນັ່ງສູດມົນຂ້າມປີຢູ່ແລ້ວ ເຊິ່ງຕາມຄວາມເຊື່ອງ ແລະ ສັດທາແລ້ວການສູດມົນຂ້າມປີແມ່ນຈະເຮັດໃຫ້ເຮົາປັດເປົ່າສິ່ງທີ່ບໍ່ດີໃຫ້ໝົດໄປກັບປີເກົ່າ ກຽມຕ້ອນຮັບສິ່ງດີໆເຂົ້າມາ ເພື່ອເປັນສິລິມຸງຄຸນໃຫ້ກັບຕົນເອງ ແລະ ຄອບຄົວພ້ອມ ການສູດມົນ ແມ່ນການໄຫວ້ພະ, ການຮຽນ ການສອນ...

ຄົບຮອບ 50 ປີ, ວິທະຍາໄລຄູ ສະຫວັນນະເຂດສະຫຼອງໃຫຍ່

ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງວິທະຍາໄລຄູສະຫວັນນະເຂດ ຄົບຮອບ 50 ປີ ໄລຍະ 1969-2019 ໃນວັນທີ 26 ທັນວາ 2019 ຜ່ານມາ ທີ່ສະ ໂມສອນ 40 ປີຂອງວິທະຍາໄລດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ...

ສຳມະນາການນຳໃຊ້ເຕັກໂນໂລຊີດິຈິຕອລ ໃນຍຸກ 4.0 ເຂົ້າໃນການພັດທະນາເສດຖະກິດ – ສັງຄົມ

ກົມເຕັກໂນໂລຊີດິຈິຕອລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ ສະພາບການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອລ ໃນຍຸກ 4.0 ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ສປປ ລາວ ແລະ ເຜີຍ ແຜ່ການນຳໃຊ້ບັນດາຊ໊ອຟ ແວຣ໌ຂອງໂຄງການຄົ້ນຄວ້າວິທະຍາສາດ ”. ຈຸດປະສົງກໍເພື່ອເຜີຍແຜ່ ແລະ...

ປີ 2020 ຄູຕ້ອງພັດທະນາຕົນເອງໃນຫຼາຍດ້ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການລະບົບການສຶກສາໃຫ້ມີຄຸນນະພາບ ແລະ ຮັບປະກັນມາດຕະຖານການສຶກສາຂອງນັກຮຽນ ໃຫ້ສາມາດສ້າງນັກຮຽນ - ນັກສຶກສາທີ່ມີຄວາມຮູ້, ຄວາມສາມາດ, ມີທັກສະ ແລະ ຄວາມຮູ້ທາງດ້ານວິທະຍາສາດໃນຍຸກໃໝ່ຫຼາຍຂຶ້ນ, ປີ 2020 ຄູ - ອາຈານ ຈຳເປັນຕ້ອງຍົກລະດັບຄວາມຮູ້ - ຄວາມສາມາດທາງດ້ານວິຊາການຂອງຕົນໃນການສິດສອນ ແລະ ຖ່າຍທອດອົງ ຄວາມຮູ້ແກ່ນັກຮຽນຫຼາຍຂຶ້ນ. ພາບປະກອບຂ່າວ ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກີລາ ປະຈຳສົກ...

ຂ່າວດີ!! ທຶນຮຽນວິຊາຊີບຟຣີ 2 ສາຂາ ສຳລັບຜູ້ຈົບປະຖົມ

ຖືວ່າເປັນຂ່າວດີຕ້ອນຮັບປີໃໝ່ 2020 ສຳລັບຜູ້ທີ່ບໍ່ມີໂອກາດໄດ້ຮຽນຕໍ່ຊັ້ນມັດທະຍົມ ແຕ່ມີໃບປະກາດຈົບຊັ້ນປະຖົມ ທາງວິທະຍາໄລວຽງຈັນພັດທະນາອາຊີບ, ມີທຶນຮຽນໄລຍະສັ້ນ 3 ເດືອນ ໂດຍບໍ່ເສຍຄ່າໃດໆທັງໝົດ ແລະ ຫຼັງຈາກຮຽນຈົບທາງວິທະຍາໄລ ຍັງຊອກວຽກໃຫ້ເຮັດພ້ອມ. ໂຄງການຊ່ວຍເຫຼືອລ້າດັ່ງກ່າວປະກອບມີ 2 ສາຂາອາຊີບ ຄື: ວິຊາ ການໂຮງແຮມ ແລະ ວິຊາ ປຸງແຕ່ງອາຫານ, ໂດຍການສະໜັບສະໜູນທຶນຮຽນໂດຍໂຄງການ ລາວ029. ສຳລັບຄົນທີ່ສົນໃຈ ສາມາດເຂົ້າມາສະໝັກໄດ້ ເລີ່ມຕັ້ງແຕ່ວັນທີ...

ຊັນເປເປີ້ ລົງທຶນ 20 ລ້ານໂດລາ ສຶກສາຄວາມເປັນໄປໄດ້ສ້າງຕົວແບບກະສິກຳ – ອຸດສາຫະກຳ

ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ຈົກທຶນ 20 ລ້ານໂດລາສະຫະລັດ ເພື່ອສຶກສາ - ສຳຫຼວດຄວາມເປັນໄປໄດ້ ແລະ ອອກແບບໃນການພັດທະນາໂຄງການກໍ່ສ້າງສວນອຸດສາຫະກຳ, ກະສິກຳ ແບບເປັນມິດຕໍ່ລະບົບນິເວດທີ່ມີປະສິດທິພາບສູງ ຢູ່ 3 ບ້ານ ເມືອງເຊໂປນ. ພິທີເຊັນບົດບັນທຶກຂໍ້ຕົກລົງໂຄງການດັ່ງກ່າວ ລະຫວ່າງອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ຊັນເປເປີ້ໂຮນດິ້ງລາວ ຈຳກັດ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໃນວັນທີ...
- Advertisment -
Slide
Slide

Most Read

error: Content is protected !!