ນະຄອນຫຼວງຍອມຮັບ! ນໍ້າງື່ມແຫ້ງບັນຫາໃຫຍ່ ຈະເລັ່ງແກ້ບໍ່ໃຫ້ກະທົບການຜະລິດ

161

ປີນີ້, ຫຼາຍເຂດທົ່ວປະເທດ ປະສົບກັບໄພແຫ້ງແລ້ງ ເນື່ອງຈາກມີຝົນຕົກໜ້ອຍ ສົ່ງຜົນໃຫ້ລະດັບນໍ້າແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງຫຼຸດລົງຢ່າງຕໍ່ເນື່ອງ. ເວົ້າສະເພາະຊາວກະສິກອນຈາກນະຄອນຫຼວງວຽງຈັນແມ່ນກະທົບທຸກເມືອງທີ່ອີງອາໄສນ້ຳງື່ມຫຼໍ່ລ້ຽງພືດຜົນການຜະລິດ, ໃນຈຸດນີ້ຂະແໜງການກ່ຽວຂ້ອງບໍ່ໄດ້ນິ້ງນອນໃຈ ແລະ ກຳລັງຫາທາງແກ້ໄຂໃຫ້ຖືກຈຸດ ເພື່ອຮັບປະກັນຜົນກະທົບໜ້ອຍທີ່ສຸດຕໍ່ຂະແໜງກະສິກຳ.

ອີງຕາມແຫຼ່ງຂ່າວຈາກສະຖານີວິດທະຍຸ-ໂທລະພາບ ນະຄອນຫຼວງ ຜ່ານການໃຫ້ສຳພາດຂອງ ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ: ທາງຂະແໜງໄດ້ຮັບການແຈ້ງເຕືອນ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ວ່າຈະເກີດມີໄພແຫ້ງແລ້ງ ຕໍ່ກັບບັນຫາດັ່ງກ່າວທາງຂະແໜງຈຶ່ງໄດ້ສົມທົບກັບອົງການປົກຄອງບ້ານ, ຜູ້ນຳໃຊ້ນ້ຳແຕ່ລະສະຖານີ ແລະ ພາກສ່ວນກ່ຽວຂ້ອງລົງສຳຫຼວດກວດກາຕົວຈິງແມ່ນມີສະພາບແຫ້ງແລ້ງ ເຊິ່ງເຫັນໄດ້ວ່າມີຫຼາຍເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງນາຊາຍທອງ ອ່າງເກັບນ້ຳ ນ້ຳຫຸມມີປະລິມານນ້ຳຫຼຸດລົງຜິດປົກະຕິຈາກ 60 ລ້ານແມັດກ້ອນ ເຫຼືອພຽງ 26 ລ້ານແມັດກ້ອນ, ອ່າງໂຕ່ງຂອງບ້ານແສນດິນ ກໍ່ບໍ່ສາມາດສະໜອງນ້ຳສູ່ການຜະລິດໄດ້, ເມືອງໄຊທານີ 13 ສະຖານີແມ່ນໄດ້ຮັບຜົນກະທົບສະໜອງນ້ຳໃຫ້ແກ່ການຜະລິດເຂົ້ານາປີບໍ່ພຽງພໍໄດ້ຕາມຄວາມຕ້ອງການ.

ສຳລັບເມືອງປາກງື່ມ ແມ່ນພົບບັນຫາຢູ່ 3 ສະຖານີເຊັ່ນ: ສະຖານີບ້ານໂດນ, ຫ້ວຍໝາກຮຽວ ແລະ ສະຖານີບ້ານໂນນຊາຍ, ເມືອງຫາດຊາຍຟອງ ມີຜົນກະທົບເລັກນ້ອຍບໍ່ຮ້າຍແຮງ, ສ່ວນເມືອງນາຊາຍທອງ ແລະ ສັງທອງ ກໍ່ພົບຄວາມຫຍຸ້ງຍາກ ແຕ່ກໍ່ຢູ່ໃນຄວາມຮັບຜິດຊອບຂອງເອກະຊົນທີ່ສຳປະທານ ໃນການກໍ່ສ້າງລະບົບຊົນລະປະທານ ໂດຍຄາດວ່າຈະຫາວິທີແກ້ໄຂໃຫ້ລຸລ່ວງໂດຍໄວ.

ເຊິ່ງທາງຂະແໜງຊົນລະປະທານ ຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງແກ້ໄຂເປັນຕົ້ນ ເສີມທໍ່, ຕໍ່ສາຍໄຟ, ນຳກົນຈັກລວງຄອງໃຫ້ນ້ຳໄຫຼສູ່ຈັກສູບໃນແຕ່ລະສະຖານີທີ່ໄດ້ຮັບຜົນກະທົບ ເພື່ອແກ້ໄຂແບບສຸກເສີນ ແຕ່ກໍ່ຍັງມີຄວາມຫຍຸ້ງຍາກ ເນື່ອງຈາກງົບປະມານມີຈຳກັດ ເຮັດໃຫ້ບໍ່ພຽງພໍຕໍ່ການຈັດຕັ້ງປະຕິບັດວຽກງານຕົວຈິງ.

ແຕ່ຢ່າງໃດກໍ່ຕາມທາງຂະແໜງ ກໍ່ຈະໄດ້ສົມທົບກັບທຸກພາກສ່ວນ ຕິດຕາມສະພາບການຢ່າງໃກ້ຊິດ ເພື່ອລາຍງານຕໍ່ຂັ້ນເທິງ ແລະ ຫາວິທີແກ້ໄຂໃຫ້ລຸລ່ວງໂດຍໄວ.
ທ່ານຍັງຝາກຖີ້ມທ້າຍອີກວ່າ ປະຊາຊົນທີ່ອາໄສຢູ່ໃນເຂດທີ່ພົບບັນຫາ ໂດຍສະເພາະແມ່ນຜູ້ທີ່ອາໄສຢູ່ເຂດລຽບນ້ຳງື່ມ ຈົ່ງຊ່ວຍເປັນຫູເປັນຕາໃນການສັງເກດປະລິມານນ້ຳ ຫາກມີການຫຼຸດລົງຢ່າງຜິດປົກກະຕິ ກໍ່ໃຫ້ລາຍງານສະພາບຕໍ່ພາກສ່ວນຮັບຜິດຊອບ ແລະ ອົງການປົກຄອງບ້ານໂດຍໄວ ເພື່ອຫາວິທີທາງປ້ອງກັນ ແລະ ແກ້ໄຂໃຫ້ທັນເວລາ.