ຢູນີເທວ ( UNITEL ) ການບໍລິການທີ່ຫຼາກຫຼາຍ

579

ຕະຫຼອດໄລຍະເວລາ 10 ປີ ແຫ່ງການພັດທະນາເຄືອຂ່າຍ ຢູນີເທວ ເພື່ອຕອບສະໜອງການບໍລິການໄດ້ຢ່າງຫຼາກຫຼາຍ ທັງສະດວກສະບາຍ, ເໝາະສົມໃຫ້ແກ່ລູກຄ້າ ແລະ ໜ້າສົນໃຈ ກັບການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ຮັບປະກັນຄຸນນະພາບ ເຊັ່ນ:

ການບໍລິການທາງດ້ານມືຖື ເປັນລະບົບສົ່ງສັນຍານຜ່ານເຄືອຂ່າຍທີ່ກວ້າງຂວາງທີ່ສຸດ ກວມເຖິງ 95% ຂອງຈໍານວນພົນລະເມືອງລາວ. ໃນນັ້ນ, ລວມມີລະບົບ 2G/3G/4G/4.5G ດ້ວຍຄວາມໄວສູງສຸດໃນການເຊື່ອມຕໍ່ອິນເຕີເນັດຜ່ານມືຖືຢ່າງມີຄຸນນະພາບ ລູກຄ້າສາມາດນໍາໃຊ້ໄດ້ໃນຂອບເຂດ 18 ແຂວງທົ່ວປະເທດ ເຮັດໃຫ້ປະຊາຊົນສື່ສານ, ຮຽນຮູ້ຜ່ານສື່ອອນລາຍ ແລະ ສາມາດຊື້ – ຂາຍແລກປ່ຽນໄດ້ຫຼາຍຂຶ້ນ. ນອກນີ້, ຍັງສາມາດຊ່ວຍເປັນບ່ອນຄົ້ນຄວ້າຊອກຫາຄວາມຮູ້ຕ່າງໆ ເພື່ອມາພັດທະນາສີມືແຮງງານຂອງຕົນຜ່ານການເຊື່ອມຕໍ່ອິນເຕີເນັດ.

ພ້ອມດຽວກັນນີ້, ຢູນີເທວ ຍັງສະໜອງບໍລິການທີ່ຊ່ວຍໃຫ້ລູກຄ້າປະຢັດຄ່າໃຊ້ຈ່າຍ ໂດຍເນັ້ນໃສ່ຫຼຸດຜ່ອນການເສຍຄ່າບໍລິການຕ່າງໆໄດ້ຫຼາຍ ເຊັ່ນ:

ແອັັບມ່ວນຫຼາຍ ( app Muanlai ) ແມ່ນແອັບບໍລິການເບິ່ງໂທລະພາບທາງມືຖື ທີ່ຊ່ວຍໃຫ້ລູກຄ້າສາມາດເບິ່ງໂທລະພາບ, ຟັງວິທະຍຸອອນລາຍ, ເບິ່ງຄລິບໃໝ່ໆທີ່ກຸ້ມຄ່າ ແລະ ສຸດປະຢັດດາຕ້າ ໂດຍການສະໝັກຄ່າບໍລິການ ພຽງແຕ່ 3.000 ກີບ/7 ວັນ.


ແອັບສໍາລັບເບິ່ງໜັງ ( PlayHD ) ໂດຍບໍ່ເສຍຄ່າດາຕ້າສາມາດເລືອກເບິ່ງໜັງໃໝ່ໆໄດ້ຫຼາຍໆປະເພດ ຄ່າບໍລິການມີພຽງ 1.000 ກີບ/2 ວັນ.

ແອັບໂມຈາ ( Mocha ) ໂມບາຍແຊັດ ອອກແບບໃຫ້ລູກຄ້າໃຊ້ສົ່ງຂໍ້ຄວາມ, ຮູບພາບ, ໂທວິດີໂອ… ໂດຍຜ່ານ ໂມຈາ ແມ່ນບໍ່ເສຍຄ່າດາຕ້າໃດໆ ແລະ ຢູນີເທວ ຍັງໄດ້ຮັບການຮ່ວມມືກັບບໍລິສັດເຟສບຸ໊ກທີ່ສະໜອງບໍລິການໃຫ້ແກ່ລູກຄ້າໃຊ້ເຟສບຸ໊ກໄດ້ປົກກະຕິໃນເວລາໝົດດາຕ້າ ໂດຍການເລືອກ ໂໝດຟຣີ ( Free mode ) ແລະ ສາມາດສົ່ງຂໍ້ຄວາມໄດ້ນໍາອີກ ພຽງແຕ່ບໍ່ສາມາດເບິ່ງຮູບພາບ ຫຼື ວິດີໂອ ເທົ່ານັ້ນ. ນອກນີ້, ທ່ານຍັງສາມາດເລືອກໃຊ້ການບໍລິການອື່ນໆອີກທີ່ນິຍົມນໍາໃຊ້ຫຼາຍເຖິງປັດຈຸບັນ.

ບໍລິການໂທຂ້າມແດນລະຫວ່າງປະເທດ ຢູນີເທວ ໄດ້ສ້າງນະໂຍບາຍດ້ານລາຄາທີ່ເນັ້ນໃສ່ບັນດາປະເທດອາຊຽນ ເຊິ່ງອັດຕາການນໍາໃຊ້ຢູ່ຕ່າງປະເທດ ແມ່ນເທົ່າກັບການນໍາໃຊ້ພາຍໃນປະເທດ ເຊັ່ນ: Roaming ໃນ 3 ປະເທດອິນດູຈີນ ລາວ – ຫວຽດນາມ – ກໍາປູເຈຍ ມີ ຄວາມສະດວກໃນການຕິດຕໍ່ສື່ສານຫາກັນ ຄ່າໂທພຽງແຕ່ 1.200 ກີບ/ນາທີ, Roaming ໃຊ້ຢູ່ປະເທດໄທ ແມ່ນສາມາດເລືອກແພັກເກັດດາຕ້ານໍາໃຊ້ເຊື່ອມຕໍ່ອິນເຕີເນັດແບບບໍ່ເສຍຄ່າມີແພັກເກັດແບບ 1 ວັນ ແລະ 3 ວັນ, ລູກຄ້າສາມາດໃຊ້ບໍລິການ Roaming ຫຼາຍກວ່າ 300 ເຄືອຂ່າຍທົ່ວໂລກ.


ຢູນີເທວ ບໍ່ພຽງແຕ່ສະໜອງຫຼາກຫຼາຍບໍລິການດ້ານການສື່ສານເທົ່ານັ້ນ ແຕ່ຍັງໄດ້ສະໜອງບັນດາການບໍລິການດ້ານເຕັກໂນໂລຊີທີ່ກ້າວໜ້າອື່ນໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງການເຕັກໂນໂລຊີຂໍ້ມູນ – ຂ່າວສານໃນລາວ ໂດຍທຽບເທົ່າກັບທ້ອງຕະຫຼາດອື່ນໆໃນເຂດພາກພື້ນ.

ປັດຈຸບັນ ຢູນີເທວ ໄດ້ນຳເອົາຜະລິດຕະພັນດ້ານລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ເຊິ່ງເໝາະສົມກັບການນຳໃຊ້ເຂົ້າໃນວຽກງານຕົວຈິງ ເຊັ່ນ: ຂົງເຂດຜະລິດຕະພັນເອເລັກໂຕຣນິກ ລວມມີ: ລະບົບບໍລິຫານງານແບບເອເລັກໂຕຣນິກ ( Intelligent Control Center ), ດ້ານວຽກງານສາທາລະນະສຸກ, ຂົງເຂດວິສາຫະກິດ: ການປະຕິບັດງານດ້ານການຮັກສາຄວາມປອດໄພ – SOC, ລະບົບຫ້ອງການເອເລັກໂຕຣນິກ – Voffice; ຂົງເຂດຜະລິດຕະພັນສຳລັບບຸກຄົນ: ເຕັກໂນໂລຊີ Chatbot, ລະບົບການຮຽນແບບອອນລາຍ Elearning – Viettel Study ແລະ ອື່ນໆ.

ຢູນີເທວ ແມ່ນເຄືອຂ່າຍທຳອິດໃນລາວທີ່ໄດ້ສະໜອງບໍລິການ u – money ເຊິ່ງເປັນບໍລິການທາງການເງິນຮູບແບບໃໝ່ຂອງ ບໍລິສັດ ສະຕາ ຟິນເທັກ, ທີ່ເປັນບໍລິສັດລູກຂອງ ບໍລິສັດ ສະຕາໂທລະຄົມ ທີ່ຮັບ – ໂອນເງິນຜ່ານມືຖື ແລະ ຊຳລະຄ່າບໍລິການຂອງ Unitel ໂດຍບໍ່ໃຊ້ອິນເຕີເນັດ ແລະ ຍັງສາມາດໃຊ້ໄດ້ກັບໂທລະສັບທຸກລຸ້ນ ຍົກເວັ້ນໂທລະສັບຕັ້ງໂຕະແບບມີສາຍ ເຊິ່ງລູກຄ້າສາມາດຮັບ – ໂອນເງິນໄດ້ທຸກທີ່, ທຸກເວລາທີ່ມີສັນຍານເຄືອຂ່າຍ ຢູນີເທວ ສຸດທີ່ຈະສະດວກ, ປອດໄພ, ໃຊ້ໄດ້ທຸກແຫ່ງໃນທົ່ວປະເທດ.

ອີກ 10 ປີຕໍ່ໜ້ານີ້ ຢູນີເທວ ຈະສືບຕໍ່ຮັກສາເປົ້າໝາຍໃຫ້ກາຍເປັນເຄືອຂ່າຍເຕັກໂນໂລຊີ, ທີ່ນຳໜ້າຂອງການບໍລິການດ້ານໂທລະຄົມມະນາຄົມ. ນອກຈາກບັນດາການບໍລິການຕ່າງໆ ທາງການໂທລະຄົມພື້ນຖານແລ້ວ ຍັງຊຸກຍູ້ການຄົ້ນຄວ້າ ແລະ ໝູນໃຊ້ລະບົບເຕັກໂນໂລຊີ ເພື່ອຍົກສູງຄຸນນະພາບຊີວິດ ໂດຍການນຳເອົາລະບົບເຕັກໂນໂລຊີເຂົ້າໃນຂະແໜງການເອເລັກໂຕຣນິກ, ສາທາລະນະສຸກ, ອຸດສາຫະກຳທັນສະໄໝ, ພັດທະນາການບໍລິການທີ່ທັນສະໄໝ, ປະຢັດ, ສະດວກສະບາຍ, ຮັບໃຊ້ໃຫ້ແກ່ປະຊາຊົນ, ສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະເທດຊາດໃຫ້ນັບມື້ຈະເລີນກ້າວໜ້າ, ນຳເອົາຊີວິດທີ່ສົດໃສມາສູ່ປະຊາຊົນລາວ.