ອານຸສອນ ນັກແລ່ນລາວບັນທຶກໃນໜ້າປະຫວັດສາດລົງແຂ່ງຂັນຊີງແຊັມໂລກ, ເປົ້າໝາຍຕໍ່ໄປຄື ຊີເກມ

203

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ກາຍເປັນນັກກີລາຊາວລາວໜຶ່ງດຽວ ທີ່ເຂົ້າຮ່ວມແຂ່ງຂັນ ໃນຮອບຄັດເລືອກ ການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕ້າ ເມື່ອວັນທີ 30 ກັນຍາ 2019 ດ້ວຍການຄວ້າອັນດັບ 7 ປະເພດແລ່ນຂ້າມຮົ້ມ 110 ແມັດ.

ອານຸສອນ ລົງແຂ່ງຂັນຮອບຄັດເລືອກໃນກຸ່ມທີ 4 ກັບນັກກີລາອີກ 7 ຄົນປາກົດວ່າ: ສາມາດຍາດໄດ້ອັນດັບ 7 ດ້ວຍເວລາ 14,54 ວິນາທີ, ສ່ວນອັນດັບ 1 ນັກກີລາຈາກ ສະຫະລັດອາເມຣິກາ ທີ່ຮັກສາເວລາໄດ້ 13,22 ວິນາທີ ແລະ ອັນດັບ 2 ນັກກີລາຈາກຍີ່ປຸ່ນ.

ອານຸສອນ ລາຍງານຈາກປະເທດກາຕ້າໃຫ້ກັບ ທີມຂ່າວ ເສດຖະກິດ-ການຄ້າ ວ່າ: ແນ່ນອນການແຂ່ງຂັນລາຍການນີ້ເປັນການແຂ່ງຂັນລາຍການລະດັບໂລກ ມີນັກກີລາດັງໆເຂົ້າຮ່ວມ, ມີຄວາມແຂງແຮງ ແລະ ຄວາມໄວກັນທັງໝົດ. ຢ່າງໃດກໍຕາມຜົນງານຂອງຕົວເອງ ລາຍການນີ້ກະຮູ້ສືກວ່າ ສະຖິຕິກະບໍ່ຫຼຸດຄາດໝາຍ ເພາະໄລຍະແມ່ນຢູ່ໃນໄລຍະເກັບແຮງກຽມໃສ່ຊີເກມ, ລາຍການນີ້ແມ່ນເປັນການທົດສອບທີ່ສໍາຄັນ ແລະ ຈະກັບມາ ສປປ ລາວ ໃນວັນທີ 5 ຕຸລາ 2019 ແມ່ນຈະເລັ່ງຊ້ອມສຸມໃສ່ ຊີເກມ 2019 ທີ່ປະເທດຟິລິບປິນ