Monthly Archives: October, 2019

ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດເວລາ 12: 00 ໂມງຂອງວັນທີ 03 ຕຸລາ 2019ວ່າ: ຄວາມກົດດັນຕ່ຳຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວພາກຂອງປະເທດລາວດ້ວຍກໍາລັງອ່ອນ ແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນຂຶ້ນຢູ່ຕື່ມອີກໃນຕອນບ່າຍ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ...

ເຊັນບົດບັນທຶກ ບໍລິການຕູ້ຕື່ມເງິນ ແລະ ພິມໃບເກັບເງິນ ດ້ວຍເຄື່ອງເອເລັກໂຕຣນິກ

ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣ ນິກ ຮ່ວມມືກັບ ບໍລິສັດ ແອັດວານສ໌ ທ່ອງທ່ຽວ ເຕັກໂນໂລຊີ ຂາເຂົ້າ - ຂາອອກ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຄົ້ນຄວ້າ, ພັດທະນາ ແລະ ໃຫ້ບໍລິການຕູ້ຕື່ມເງິນແບບເອເລັກໂຕຣນິກ ແລະ ຄົ້ນຄວ້າ, ພັດທະນາລະບົບການພິມໃບເກັບເງິນດ້ວຍເຄື່ອງເອເລັກໂຕຣ ນິກ, ດ້ານບໍລິສັດເປີດເຜີຍ,...

ຜູ້ຕິດເຊື້ອພະຍາດໄຂ້ຍຸງຍັງເພີ່ມ 1 ພັນກວ່າຄົນຕໍ່ອາທິດ

ຈຳນວນຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທົ່ວປະເທດຍັງບໍ່ມີທ່າທີຈະຫຼຸດລົງ ສະເລ່ຍອັດຕາເພີ່ມຂຶ້ນຕໍ່ອາທິດຢູ່ທີ່ 1 ພັນ ກວ່າຄົນ ຫຼ້າສຸດແຕ່ວັນທີ 3 ກັນຍາ ຫາ ວັນທີ 1 ຕຸລາ ຢູ່ທີ່ປະມານ 4.892 ຄົນ ເຮັດໃຫ້ຕົວເລກລວມທັງໝົດແຕ່ຕົ້ນປີເປັນຕົ້ນມາຢູ່ທີ່ 33.560 ລາຍ ເສຍຊີວິດ ທັງໝົດ 66 ຄົນ. ທ່ານ ດຣ. ຄໍາໃໝ່...

ລາຄາຄໍາປັບລົງຕໍ່ເນື່ອງ

ໄລຍະ 3 ເດືອນກວ່າທີ່ລາຄາຄໍາຢູ່ໃນຈັງຫວະຂາຂຶ້ນຕໍ່ເນື່ອງ ຢູ່ລະດັບ 6,7 ຫາ 6,8ລ້ານກວ່າກີບຕໍ່ບາດ. ຫຼັງຈາກນັ້ນ, ນັບແຕ່ຕົ້ນເດືອນກັນຍາ ຫາ ຕຸລາເຫັນວ່າລາຄາຄໍາຫຼຸດລົງ 3,2 ແສນກີບຕໍ່ບາດ ( ວັນທີ 2 ຕຸລາ 2019 ) ຂາຍທີ່ 6,4 ລ້ານກວ່າກີບຕໍ່ບາດ. ໃນວັນທີ 2 ກັນຍາ...

ດ່ານພາສີສາກົນນາເພົ້າ ເກັບລາຍຮັບໄດ້ຫຼຸດປີຜ່ານມາ

ປີ 2019 ດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ, ຜ່ານການຈັດຕັ້ງປະຕິບັັດຕົວຈິງໃນ 9 ເດືອນ ປີ 2019 ບໍ່ສາມາດບັນລຸຕາມແຜນ ເຊິ່ງສາມາດປະຕິບັດໄດ້ພຽງແຕ່ 77,55 ຕື້ກວ່າກີບ ເທົ່າກັບ 59,65% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 9,84%. ທ່ານ ສຸພັດ...

ລາວ – ຫວຽດນາມ ລົງນາມເອກະສານຮ່ວມມື 8 ສະບັບ

ສປປ ລາວ ແລະ ສສ ຫວຽດນາມ ໄດ້ບັນລຸການລົງນາມເອກະສານການຮ່ວມມື 8 ສະບັບ ເປັນຕົ້ນແມ່ນການສະໜອງເງິນກູ້ໃຫ້ກັບໂຄງການລົງທຶນກໍ່ສ້າງເສັ້ນທາງ, ສັນຍາວ່າດ້ວຍການຮ່ວມມືຊຸກຍູ້ ຊື້ - ຂາຍໄຟພະລັງງານລົມ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ...

ປັນຈັກສີລັດລາວ ຄວ້າ 2 ຫຼຽນທອງ ໃນລາຍການຊີງແຊັມໂລກຫາດຊາຍ ຄັ້ງທີ 1 ຍັງມີລຸ້ນອີກຫຼາຍຮຸ່ນ

ທັບນັກກີລາມວຍປັນຈັກສີລັດທີມຊາດລາວ ເຂົ້າຮ່ວມແຂ່ງຂັນຊີງແຊັມໂລກມວຍປັນຈັກສີລັດ ຫາດຊາຍ ຄັ້ງທີ 1 ທີ່ແຂວງ ພູເກັດ ປະເທດໄທ ໂດຍໃນວັນທີ 2 ຕຸລາ 2019 ເປັນການແຂ່ງຂັນມື້ທໍາອິດ. ຕາມການລາຍງານໃນເຟສບຸກຂອງ ທ່ານ ທິບພົງພັດ ມະນີວົງ ຄະນະຂອງ ທັບນັກກີລາປັດຈັກສີລັດລາວ ລາຍງານຈາກປະເທດໄທວ່າ: ມື້ທໍາອິດທັບນັກກີລາປັນຈັກສີລັດລາວ ສາມາດຍາດໄດ້ 2 ຫຼຽນທອງຈາກ ທ້າວ...

ບ້ານວຽງຄໍາ ຕົວແບບຜະລິດຫັດຖະກໍາຕິດພັນກັບວັດທະນະທຳເຜົ່າອິວມຽນ

ເມືອງພຽງ ຂຶ້ນຊື່ວ່າເປັນເມືອງອູ່ເຂົ້າອູ່ປາ ຂອງແຂວງ ໄຊຍະບູລີ, ເຊິ່ງອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດນາໆຊະນິດ, ຫຼາຍໆທ່ານກໍ່ເຄີຍໄດ້ຍິນຊື່ນີ້ ແລະ ໄດ້ໄປສໍາພັດຕົວຈິງວ່າເມືອງດັ່ງກ່າວສົມຄໍາລໍ່າລືແທ້ບໍ່, ສິ່ງທີ່ຜູ້ຂຽນຢາກໃຫ້ບັນດາທ່ານໄດ້ຮັບຮູ້ກໍ່ຄື ບ້ານ ວຽງຄໍາ, ບ້ານດັ່ງກ່າວຕັ້ງຢູ່ແຄມທາງຫຼວງແຫ່ງຊາດເລກ 4 ໃຈກາງຂອງເມືອງ, ເປັນບ້ານປະສົມຂອງຊົນເຜົ່າຄື: ເຜົ່າລາວ, ອີວມຽນ, ເຜົ່າກຶມມຸ, ເຜົ່າມົ້ງ, ໄຕດໍາ ແລະ ໄປຼ່, ອາຊີບຂອງປະຊາຊົນແມ່ນເຮັດນາປູກເຂົ້າເປັນອາຊີຫຼັກ, ລ້ຽງສັດ,...

ເປີດ ຊິເຊໂດ້ ບິວຕີ້ ເຊັນເຕີ ແຫ່ງໃໝ່

ບໍລິສັດ ຊິເຊໂດ້ລາວ( Shiseido Laos ) ໄດ້ເປີດຮ້ານ Shiseido Beauty Center ແຫ່ງໃໝ່ຂຶ້ນໃນວັນທີ 28 ກັນຍາ 2019 ເຊິ່ງຕັ້ງຢູ່ຖະໜົນສາມແສນໄທ ບ້ານອານຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ມິກິໂອະ ກຸລະຕະ ປະທານ ບິວຕີ້ ໂພດັກ...

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຟື້ນຟູຫລັງນ້ຳຖ້ວມ ຢູ່ແຂວງຄຳມ່ວນ

ວັນທີ 2 ຕຸລາ 2019 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະ ຟັງການລາຍງານກ່ຽວກັບແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນເສຍຫາຍຈາກໄພນ້ຳຖ້ວມ ແລະ ການແກ້ໄຂຜົນກະທົບຫລັງນ້ຳຖ້ວມ ຈາກທ່ານ...
- Advertisment -
Slide
Slide

Most Read

error: Content is protected !!