ຜູ້ຕິດເຊື້ອພະຍາດໄຂ້ຍຸງຍັງເພີ່ມ 1 ພັນກວ່າຄົນຕໍ່ອາທິດ

117

ຈຳນວນຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທົ່ວປະເທດຍັງບໍ່ມີທ່າທີຈະຫຼຸດລົງ ສະເລ່ຍອັດຕາເພີ່ມຂຶ້ນຕໍ່ອາທິດຢູ່ທີ່ 1 ພັນ ກວ່າຄົນ ຫຼ້າສຸດແຕ່ວັນທີ 3 ກັນຍາ ຫາ ວັນທີ 1 ຕຸລາ ຢູ່ທີ່ປະມານ 4.892 ຄົນ ເຮັດໃຫ້ຕົວເລກລວມທັງໝົດແຕ່ຕົ້ນປີເປັນຕົ້ນມາຢູ່ທີ່ 33.560 ລາຍ ເສຍຊີວິດ ທັງໝົດ 66 ຄົນ.

ທ່ານ ດຣ. ຄໍາໃໝ່ ຮອງສະຫວັນ ຫົວໜ້າໜ່ວຍງານສົ່ງເສີມສຸຂະພາບ ແລະ ວຽກງານລະບາດ ເມືອງຫາດຊາຍຟອງ ໃຫ້ສໍາພາດວ່າ: ພະຍາດໄຂ້ຍຸງລາຍເປັນພະຍາດທີ່ກຳເນີດມາຈາກໜອນນ້ຳຍຸງລາຍເພີ່ມຂຶ້ນສະສົມຕາມແຫຼ່ງຕ່າງໆ ເປັນຍຸງໂຕນ້ອຍໆດຳ, ມີກ່ານຂາວ ແລະ ກັດສະເພາະໃນກາງເວັນ ເນື່ອງຈາກສະພາບອາກາດທີ່ເລີ່ມມີການປ່ຽນແປງເຮັດໃຫ້ຍຸງບໍ່ມີແຫຼ່ງເພາະພັນ ຫຼື ບໍ່ມີບ່ອນໄຂ່ ແຕ່ຍັງເຫັນວ່າອັດຕາການຕິດເຊື້ອຍັງເພີ່ມຂຶ້ນຢູ່ ໂດຍປົກກະຕິທຸກໆປີເມື່ອອາກາດເລີ່ມເຢັນພະຍາດໄຂ້ຍຸງລາຍກໍຈະຄ່ອຍໆຫຼຸດລົງ.

ອີງຕາມການລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ປະຈໍາວັນທີ 1 ຕຸລາ 2019 ໃຫ້ຮູ້ວ່າ: ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທັງໝົດ 33.560 ກໍລະນີ ເສຍຊີວິດ 66 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ ແລະ ເສຍຊີວິດສູງເປັນອັນດັບ 1 ຈໍານວນ 8.615 ກໍລະນີ ເສຍຊີວິດ 21 ກໍລະນີ, ຮອງລົງມາແມ່ນແຂວງສະຫວັນນະເຂດ ຈໍານວນ 5.889 ກໍລະນີ ເສຍຊີວິດ 20 ກໍລະນີ, ແຂວງສາລະວັນ, ແຂວງຄໍາມ່ວນ ແລະ ແຂວງອື່ນໆຕາມລໍາດັບ. ສ່ວນແຂວງທີ່ມີຈໍານວນຜູ້ຕິດເຊື້ອໜ້ອຍກວ່າໝູ່ແມ່ນແຂວງຫົວພັນ ມີພຽງ 5 ກໍລະນີ.

ຂະນະທີ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ກໍໄດ້ລາຍງານປະຈໍາວັນທີ 1 ຕຸລາ 2019 ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍເພີ່ມຂຶ້ນ ຈາກອາທິດຜ່ານມາເຖິງ 4 ກໍລະນີ ເປັນຕົວເລກການເພີ່ມຂຶ້ນສູງກວ່າທຸກແຂວງ ທົ່ວປະເທດ.

ອັດຕາການເພີ່ມຂຶ້ນໃນແຕ່ລະອາທິດນັບແຕ່ວັນທີ 3 ກັນຍາ ຫາ 1 ຕຸລາ 2019ເມື່ອຄິດໄລ່ເປັນອາທິດຈະພົບຍັງມີຜູ້ຕິດເພີ່ມຂຶ້ນອາທິດລະ 1 ພັນກວ່າຄົນ ດັ່ງນີ້: ໃນລະຫວ່າງວັນທີ 3 ກັນຍາ ຫາ 9 ກັນຍາ ມີຜູ້ຕິດເຊື້ອເພີ່ມຂຶ້ນຢູ່ທີ່ 867 ລາຍ ແຕ່ວັນທີ 9 ກັນຍາ ຫາ 15 ກັນຍາ ມີຜູ້ຕິດເຊື້ອໃໝ່ 1.035 ຄົນ, ວັນທີ 15 ກັນຍາ ຫາ 22 ກັນຍາ ມີຜູ້ຕິດເຊື້ອໃໝ່ອີກ 1.427 ຄົນ ອາທິດຫຼ້າສຸດວັນທີ 22 ກັນຍາ ຫາ ວັນທີ 1 ຕຸລາ 2019 ຢູ່ທີ່ 1.563 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອທັງໝົດໃນປີນີ້ຢູ່ທີ່ 33.560 ຄົນ ເສຍຊີວິດແລ້ວ 66 ຄົນ.

( ຂ່າວ: ທິບອຸສາ )