ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ

128

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດເວລາ 12: 00 ໂມງຂອງວັນທີ 03 ຕຸລາ 2019ວ່າ: ຄວາມກົດດັນຕ່ຳຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວພາກຂອງປະເທດລາວດ້ວຍກໍາລັງອ່ອນ ແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນຂຶ້ນຢູ່ຕື່ມອີກໃນຕອນບ່າຍ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍເປັນບາງທ້ອງຖິ່ນ ແຂວງ ຜົ້ງສາລີ ແລະ ຫົວພັນ. ອຸນຫະພູມໃນລະຫວ່າງ 19-31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນໃນຕອນເຊົ້າ ໂດຍສະເພາະຢູ່ແຂວງອູດົມໄຊ ແລະ ຫຼວງນໍ້າທາ, ສະເພາະແຂວງ ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ, ອາກາດຮ້ອນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-35 ອົງສາ.

ພາກກາງ (ນະຄອນຫຼວງວຽງຈັນ, ໄຊສົມບູນ, ໂພນໂຮງ, ປາກຊັນ, ຫຼັກ20, ເມືອງ ວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.
ສະເພາະແຂວງໄຊສົມບູນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 17-29 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 27-35 ອົງສາ.

ພາກໃຕ້ (ປາກເຊ, ປາກຊ່ອງ, ນິຄົມ34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ເຊກອງ ແລະ ອັດຈະປື. ອຸນຫະພູມໃນລະຫວ່າງ 23-34 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 13-27 ອົງສາ.