ລາວ – ຫວຽດນາມ ລົງນາມເອກະສານຮ່ວມມື 8 ສະບັບ

217

ສປປ ລາວ ແລະ ສສ ຫວຽດນາມ ໄດ້ບັນລຸການລົງນາມເອກະສານການຮ່ວມມື 8 ສະບັບ ເປັນຕົ້ນແມ່ນການສະໜອງເງິນກູ້ໃຫ້ກັບໂຄງການລົງທຶນກໍ່ສ້າງເສັ້ນທາງ, ສັນຍາວ່າດ້ວຍການຮ່ວມມືຊຸກຍູ້ ຊື້ – ຂາຍໄຟພະລັງງານລົມ.

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມຢ່າງເປັນທາງການທີ່ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນລະຫວ່າງວັນທີ 01 – 03 ຕຸລາ 2019 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ – ຫວຽດນາມ.

ຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ເດີນທາງເຖິງນະຄອນຫຼວງຮາໂນ້ຍ ໃນວັນທີ 1 ຕຸລາ 2019 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍມີ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ສຳນັກງານປະທານປະເທດ.

ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍກັບ    ສະຫາຍນາຍົກລັດຖະມົນຕີ    ທອງລຸນ  ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ຫ້ອງວ່າການລັດຖະບານ.

ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ ເຊິ່ງເປັນການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຄັ້ງທີ 2 ໃນຕຳແໜ່ງນາຍົກລັດຖະມົນຕີ, ອັນມີ ຄວາມໝາຍຄວາມສໍາຄັນທີ່ສຸດ ພ້ອມທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ.

ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດໃນດ້ານຕ່າງໆ ທີ່ປະຊາຊົນຫວຽດນາມ ອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ໃນໄລຍະຜ່ານມາ ເຮັດໃຫ້ທົ່ວປະເທດໄດ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພິເສດໃນປີ 2020 ນີ້ ສສ ຫວຽດນາມ ກໍຈະໄດ້ເປັນປະທານອາຊຽນ ແລະ ເປັນປະທານໄອປາ ອີກດ້ວຍ. ນອກຈາກນີ້, ໃນການພົບປະຄັ້ງນີ້ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ເອກະສານຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນຳຂັ້ນສູງຂອງສອງປະເທດໃນທຸກໆດ້ານ ຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ ແລະ ແຮ່ທາດ, ໂຍທາທິການ ແລະ ຂົນສົ່ງ; ການຮ່ວມມືດ້ານການເງິນ, ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີທັງສອງໄດ້ຮ່ວມລົງນາມ ແລະ ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍ ຈຳນວນ 8 ສະບັບ ຄື:

1 ອະນຸສັນຍາວ່າດ້ວຍການດັດແກ້ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

2 ຂໍ້ຕົກລົງ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ວ່າດ້ວຍການສ້າງຍຸດທະສາດການຮ່ວມມືເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ ເຕັກໂນໂລຊີ ລະ ຫວ່າງ ລາວ – ຫວຽດນາມ ໄລຍະ  2021 – 2030 ແລະ ສັນຍາວ່າດ້ວຍການຮ່ວມມືໄລຍະ 5 ປີ ( 2021 – 2025 ).

3 ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ກ່ຽວກັບການສະໜອງເງິນກູ້ ໃຫ້ໂຄງການລົງທຶນກໍ່ສ້າງເສັ້ນທາງ ແຕ່ພູທິດເຜິ້ງ ແຂວງຫຼວງພະບາງ, ລາວ ຫາ ຊາຍແດນ ນາຊອນ ໃຫ້ເມືອງດ້ຽນບຽນດົງ ແຂວງດ້ຽນບຽນ ຫວຽດນາມ.

4 ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ຫວຽດນາມ ວ່າດ້ວຍການຮ່ວມມືເຄື່ອນໄຫວຈຸດສຸມດ້ານທະນາຄານ ໄລຍະ 2019 – 2024.

5 ແຜນການສ້າງແຜນຮ່ວມມື ລາວ – ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021 – 2030 ລະ ຫວ່າງ ກະຊວງສຶກສາທິການ ແລະ ກີລາ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ.

6 ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ລາວ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ວ່າດ້ວຍການຮ່ວມມືຊຸກຍູ້ຊື້ – ຂາຍໄຟພະລັງງານລົມ.

7 ມອບ – ຮັບໃບຢັ້ງຢືນນຳເຂົ້າໄຟຟ້າຈາກເຂື່ອນນໍ້າກົງ 2, 3, ນໍ້າອີມູນ ແລະ ນໍ້າອາງ ຂອງ ບໍລິສັດ ຈະເລີນເຊກອງ ລາວ ແລະ ບໍລິສັດ ຫຸ້ນສ່ວນໂຊງດາ 5 ຫວຽດນາມ.

8 ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ແລະ ບໍລິສັດ ຫຸ້ນສ່ວນເດີນອາກາດຫວຽດແຈັດ ( Viet Jet ) ວ່າດ້ວຍການຮ່ວມມືພັດທະນາການບິນພົນລະເຮືອນ ແລະ ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.