ບ້ານວຽງຄໍາ ຕົວແບບຜະລິດຫັດຖະກໍາຕິດພັນກັບວັດທະນະທຳເຜົ່າອິວມຽນ

0
439

ເມືອງພຽງ ຂຶ້ນຊື່ວ່າເປັນເມືອງອູ່ເຂົ້າອູ່ປາ ຂອງແຂວງ ໄຊຍະບູລີ, ເຊິ່ງອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດນາໆຊະນິດ, ຫຼາຍໆທ່ານກໍ່ເຄີຍໄດ້ຍິນຊື່ນີ້ ແລະ ໄດ້ໄປສໍາພັດຕົວຈິງວ່າເມືອງດັ່ງກ່າວສົມຄໍາລໍ່າລືແທ້ບໍ່, ສິ່ງທີ່ຜູ້ຂຽນຢາກໃຫ້ບັນດາທ່ານໄດ້ຮັບຮູ້ກໍ່ຄື ບ້ານ ວຽງຄໍາ, ບ້ານດັ່ງກ່າວຕັ້ງຢູ່ແຄມທາງຫຼວງແຫ່ງຊາດເລກ 4 ໃຈກາງຂອງເມືອງ, ເປັນບ້ານປະສົມຂອງຊົນເຜົ່າຄື: ເຜົ່າລາວ, ອີວມຽນ, ເຜົ່າກຶມມຸ, ເຜົ່າມົ້ງ, ໄຕດໍາ ແລະ ໄປຼ່, ອາຊີບຂອງປະຊາຊົນແມ່ນເຮັດນາປູກເຂົ້າເປັນອາຊີຫຼັກ, ລ້ຽງສັດ, ຍີບທັກປັກແຊ່ວ ແລະ ຈັກສານຫັດຖະກໍາເປັນອາຊີບເສີມເພື່ອສ້າງລາຍຮັບໃຫ້ຄອບຄົວ.


ທ່ານ ສານຈ້ອຍ ແຊເຕີນ ນາຍບ້ານ ວຽງຄໍາໄດ້ໃຫ້ຮູ້ກ່ຽວກັບຫັດຖະກໍາຈັກສານວ່າ: ບ້ານວຽງຄໍາສ້າງຕັ້ງຂຶ້ນໃນປີ 1992 ແມ່ນບ້ານໜື່ງໃນຈໍານວນ 51 ບ້ານທີ່ຂື້ນກັບເມືອງພຽງ ແຂວງ ໄຊຍະບູລີ, ມີ 83 ຄອບຄົວ, ມີພົນລະເມືອງ 450 ຄົນ, ຍິງ 222 ຄົນ, ປະກອບມີ 6 ເຜົ່າຄື: ອີວມຽນ, ເຜົ່າກຶມມຸ, ເຜົ່າມົ້ງ, ໄຕດໍາ ແລະ ໄປຼ່, ໃນນີ້ເຜົ່າອີວມຽນກວມເອົາອັດຕາສ່ວນຫຼາຍກວ່າໝູ່, ແຕ່ກ່ອນການເຮັດຫັດຖະກໍາຍີບແສ່ວ, ຈັກສານແມ່ນເຮັດແບບກະແຈກກະຈາຍ, ບໍ່ໄດ້ຈັດຕັ້ງເປັນກຸ່ມ, ຜະລິດຕະພັນທີ່ຜະລິດອອກມາແມ່ນໄດ້ຊອກຕະຫຼາດຈໍາໜ່າຍເອງ, ເຫັນວ່າການຜະລິດຫັດຖະກໍາບໍ່ຂະຫຍາຍຕົວ ແລະ ການຈໍາໜ່າຍຜະລິດຕະພັນຫັດຖະກໍາກໍ່ມີຄວາມຫຍຸ້ງຍາກ, ໂດຍປະຕິບັດຕາມຄໍາຂັວນຂອງເມືອງຄື: ສ້າງເມືອງພຽງເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ.

ສະນັ້ນທາງເມືອງເຫັນວ່າປະຊາຊົນບ້ານວຽງຄໍາມີມູນເຊື້ອໃນການຜະລິດຫັດຖະກໍາ, ມີວັດທະນະທໍາອັນດີງາມ, ມີເອກະລັກຂອງເຜົ່າ, ຈື່ງໄດ້ກໍານົດເອົາບ້ານວຽງຄໍາ ເປັນບ້ານຕົວແບບດ້ານຫັດຖະກໍາ ຕິດພັນກັບການທ່ອງທ່ຽວວັດທະນະທໍາ, ມາຮອດ ປີ 2015 ຈຶ່ງໄດ້ຫັນມາຈັດຕັ້ງເປັນກຸ່ມການຜະລິດຫັດຖະກໍາ ແລະ ສ້າງຕະຫຼາດຮອງຮັບເພື່ອຈໍາໜ່າຍຜະລິດຕະພັນຫັດຖະກໍາຂອງເມືອງ; ໃນເບື້ອງຕົ້ນມີສະມາຊິກພຽງແຕ່ 5 ຄອບຄົວ, ໂດຍແມ່ນນາຍບ້ານເປັນຫົວໜ້າກຸ່ມ, ເປັນຜູ້ບໍລິຫານທັງເປັນຜູ້ຊອກຕະຫຼາດພ້ອມ.

ປະຈຸບັນໄດ້ເປີດເປັນບ້ານຕົວແບບດ້ານຫັດຖະກໍາຕິດພັນກັບການທ່ອງທ່ຽວວັດທະນະທໍາ, ເຊິ່ງມີສະມາຊິກກຸ່ມຜະລິດຫັດຖະກໍາທັງໝົດ 30 ຄອບຄົວ, ຜະລິດຕະພັນຫັດຖະກໍາປະກອບມີ: ສຸ່ມໄກ່, ຫວດ, ແອບເຂົ້າ, ຍູກວາດ, ໄຊ, ບົມວີເຂົ້າ, ຂຽງ ແລະ ອື່ນໆ, ຜະລິດຕະພັນດັ່ງກ່າວແມ່ນສົ່ງໃຫ້ຫ້າງຮ້ານກຸ່ມຈໍາໝ່າຍຜະລິດຕະພັນຫັດຖະກໍາພາຍໃນບ້ານຈໍານວນ 11 ຮ້ານ, ສາມາດດືງດູດນັກທ່ອງທ່ຽວຕ່າງເມືອງ, ຕ່າງແຂວງ, ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ບັນດາແຂກທີ່ເດີນທາງຂື້ນເໜືອ, ລ່ອງໃຕ້ກໍ່ແວ່ຊົມ ແລະ ຊື້ໄປໃຊ້, ຊື້ເປັນຂອງຕ້ອນຂອງຝາກ, ສະເລ່ຍສະມາຊິກກຸ່ມຜະລິດຜູ້ໜື່ງມີລາຍຮັບລະປະມານ 80.000 ຫາ 100.000 ກີບຕໍ່ມື້, ສະມາຊິກກຸ່ມຈໍາໜ່າຍຜູ້ໜື່ງມີລາຍຮັບຈາກການຂາຍ ປະມານ 100.000 ຫາ 200.000 ກີບ ກີບຕໍ່ມື້, ສັງລວມແລ້ວສະມາຊິກກຸ່ມຜະລິດ ແລະ ຈໍາໜ່າຍມີີລາຍຮັບທັງໝົດປະມານ 800 ລ້ານກີບຕໍ່ປີ, ນອກຈາກນີ້ຍັງໄດ້ເຂົ້າຮ່ວມວາງສະແດງສີນຄ້າຫັດຖະກໍາໃນງານເທດສະການຕ່າງໆເຊັ່ນ: ມະຫາກໍາບຸນຊ້າງ, ງານເທດສະການບຸນກອງເຂົ້າໃຫ່ຍ ແລະ ອື່ນໆ.

ໂດຍ: ອຸ່ນເຮືອນ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here