ດ່ານພາສີສາກົນນາເພົ້າ ເກັບລາຍຮັບໄດ້ຫຼຸດປີຜ່ານມາ

0
322

ປີ 2019 ດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ, ຜ່ານການຈັດຕັ້ງປະຕິບັັດຕົວຈິງໃນ 9 ເດືອນ ປີ 2019 ບໍ່ສາມາດບັນລຸຕາມແຜນ ເຊິ່ງສາມາດປະຕິບັດໄດ້ພຽງແຕ່ 77,55 ຕື້ກວ່າກີບ ເທົ່າກັບ 59,65% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 9,84%.

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າ ໃຫ້ສຳພາດກັບທີມຂ່າວການເງິນ ວ່າ: ການເກັບລາຍຮັບໃນປີ 2019 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ, ຄະນະດ່ານໄດ້ແບ່ງແຜນການຈັດເກັບລາຍຮັບເປັນເດືອນ, ງວດ, 6 ເດືອນ, ແຍກເປັນໝວດຕາມສາລະບານງົບປະມານ, ແຍກຕາມໝວດສິນຄ້າແບ່ງເປັນເດືອນໆລະ 10,8 ຕື້ກວ່າກີບ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 9 ເດືອນ ປີ 2019 ( ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 30 ກັນຍາ 2019 ) ປະຕິບັດໄດ້ 77,55 ຕື້ກວ່າກີບ ເທົ່າກັບ 59,65% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນຂອງປີີຜ່ານມາ ( 85,25 ຕື້ກວ່າກີບ ) ເທົ່າກັບ 90,96% ຫຼຸດລົງ 9,04% ຖ້າຄິດເປັນເງິນປະມານ 7,7 ຕື້ ກວ່າກີບ.

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າ ເປີດເຜີຍຕື່ມອີກວ່າ: ປັດໄຈຫຼັກໆເຮັດໃຫ້ການປະຕິບັດລາຍຮັບບໍ່ໄດ້ຕາມແຜນການປີ ຍ້ອນການເພີ່ມຕົວເລກການຈັດເກັບລາຍຮັບຫຼາຍກວ່າປີຜ່ານມາ, ໃນໄລຍະເດືອນກຸມພາຜ່ານມາແມ່ນໄລຍະພັກບຸນປີໃໝ່ຂອງ ສສ ຫວຽດນາມ ຫຼາຍວັນເຮັດໃຫ້ການສົ່ງອອກ – ນຳເຂົ້າສິນຄ້າທຸກໝວດຫຼຸດລົງ, ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ເຮັດໃຫ້ເສັ້ນທາງເລກທີ 12 ລົດບໍ່ສາມາດສັນຈອນ ໄປ – ມາໄດ້ເຮັດໃຫ້ການສົ່ງອອກ – ນຳເຂົ້າສິນຄ້າຖືກຢຸດສະຫງັກ, ການນຳເຂົ້ານໍ້າມັນແອັດຊັງຫຼຸດລົງ 506.900 ລິດ ແລະ ປັດໄຈອື່ນໆອີກ.

ແຕ່ເຖິງຢ່າງໃດຕາມໃນ 3 ເດືອນທ້າຍປີ 2019 ຄະນະດ່ານພາສີສາກົນນາເພົ້າ ໄດ້ວາງຄາດໝາຍສູ້ຊົນ 52,44 ຕື້ກວ່າກີບ ກວມເອົາ 40,34% ຂອງແຜນການປີ ພ້ອມທັງເຂັ້ມງວດການຄຸ້ມຄອງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະນັກງານຢູ່ແຕ່ລະໜ່ວຍງານ, ດ່ານປະເພນີທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ, ຮັບປະກັນການປະຕິບັດວຽກງານໃຫ້ມີຄວາມໂປ່ງໃສ, ການບໍລິການທີ່ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ, ລະບຽບການກຳນົດ, ຕ້ານຫາງສຽງ ແລະ ປາກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນຢູ່ໃນຖັນແຖວພະນັກງານ, ເພີ່ມທະວີການເອົາໃຈໃສ່ຄຸ້ມຄອງການເກັບລາຍຮັບຈາກການນຳເຂົ້າປະເພດສິນຄ້າເຄື່ອງຂອງນຳເຂົ້າ ຮູບແບບສົ່ງເສີມການລົງທຶນໃຫ້ຖືກຕ້ອງຕາມລະບຽບການ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍໂດຍປະສານສົມທົບກັບປາຍທາງແຕ່ລະຄັ້ງເພື່ອຕິດຕາມຄຸ້ມຄອງບໍ່ໃຫ້ເກີດມີການລະເມີດຕໍ່ລະບຽບກົດໝາຍພາສີ, ສືບຕໍ່ວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີທຸກຮູບແບບປະສານສົມທົບກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານໃຫ້ກົມກຽວກັນ.

ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາໄມ້ ແລະ ເຄື່ອງປ່າຂອງດົງອອກຕ່າງປະເທດຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝທີ່ມີເຂົ້າໃນວຽກງານພາສີໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງ.

( ຂ່າວ – ຮູບ: ກະຊວງການເງິນ )

LEAVE A REPLY

Please enter your comment!
Please enter your name here