ເປີດ ຊິເຊໂດ້ ບິວຕີ້ ເຊັນເຕີ ແຫ່ງໃໝ່

0
157

ບໍລິສັດ ຊິເຊໂດ້ລາວ( Shiseido Laos ) ໄດ້ເປີດຮ້ານ Shiseido Beauty Center ແຫ່ງໃໝ່ຂຶ້ນໃນວັນທີ 28 ກັນຍາ 2019 ເຊິ່ງຕັ້ງຢູ່ຖະໜົນສາມແສນໄທ ບ້ານອານຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ມິກິໂອະ ກຸລະຕະ ປະທານ ບິວຕີ້ ໂພດັກ ຂາອອກ – ຂາເຂົ້າ ຈໍາກັດ, ທ່ານ Iwakami Katsuishi ປະທານອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳວຽງຈັນ, ມີຕາງໜ້າຈາກ ບໍລິສັດ ຊິເຊໂດ້ ປະເທດໄທ ພ້ອມດ້ວຍບັນດາສິລະປິນ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ມິກິໂອະ ກຸລະຕະ ໄດ້ກ່າວເປີດງານວ່າ: ນັບວ່າເປັນການເປີດສາຂາແຫ່ງໃໝ່ຂອງ ຊິເຊໂດ້ ເພາະນອກຈາກຜະລິດຕະພັນຄວາມງາມທີ່ຫຼາກຫຼາຍ ຍັງມີບໍລິການທາງດ້ານຄວາມງາມຫຼາຍຢ່າງ ເຊັ່ນ: ການແຕ່ງໜ້າ, ເຮັດຊົງຜົມ, ສະປາ ແລະ ອື່ນໆ ບອກໄດ້ເລີຍວ່າມາບ່ອນນີ້ບ່ອນດຽວຄົບ. ສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໂດຍສູນບໍລິການມີຢູ່ເກືອບທຸກປະເທດໃນໂລກ. ໃນນັ້ນ, ປະເທດລາວກໍເປັນປະເທດໜຶ່ງທີ່ໄດ້ນຳເອົາຜະລິດຕະພັນດັ່ງກ່າວເຂົ້າມາຈຳໜ່າຍ ປັດຈຸບັນເປີດສາຂາໃນປະເທດລາວຫຼາຍແຫ່ງ ເຊັ່ນ: ວິວມໍ, ວຽງຈັນເຊັນເຕີ້ ແລະ Shiseido Beauty Center ແຫ່ງໃໝ່ຖືວ່າເປັນສູນໃຫຍ່ເພື່ອຮອງຮັບລູກຄ້າຜູ້ມັກຮັກໃນຄວາມງາມໄດ້ມາໃຊ້ບໍລິການສະດວກສະບາຍຍິ່ງຂຶ້ນ.

ສໍາລັບໂສມໜ້າໃໝ່ຂອງສາຂານີ້ແມ່ນການຕົກແຕ່ງຮ້ານໃນແບບ Mininal ໂທນສີຂາວແດງໃຫ້ຄວາມຮູ້ສຶກໂລ່ງສະບາຍ ແລະ ລູກຄ້າຍັງສາມາດເລືອກຜະລິດຕະພັນຈາກ ຊິເຊໂດ້ ທີ່ຕອບໂຈດທຸກຄວາມຕ້ອງການໃນແບບຍີ່ປຸ່ນ ໂດຍມີຜູ້ຊ່ຽວຊານໃຫ້ຄໍາແນະນໍາ ແລະ ບໍລິການຢ່າງໃກ້ຊິດ.

( ຂ່າວ: ທິບອຸສາ, ຮູບ: ສອນໄຊ )

LEAVE A REPLY

Please enter your comment!
Please enter your name here