ແຈ້ງດ່ວນໆ!! ອາດຈະຊິ້ນສ່ວນຍານອາວະກາດຕົກມາແຕ່ຟ້າ ພີ່ນ້ອງພາກໃຕ້ລະວັງ

221

ກອງຈະລາຈອນທາງອາກາດລາວ, ກະຊວງໂຍທາທິການ ແລະ ຂົນສົ່ງແຈ້ງການ ສະບັບເລກທີ 2987/ກຈລ ລົງວັນທີ 1 ຕຸລາ 2019 ເຖິງທ່ານຫົວໜ້າກົມການບິນພົນລະເຮືອນ ວ່າຈະມີການປ່ອຍຊິ້ນສ່ວນຍານອະວະກາດມາຕົກໃນ ສປປ ລາວ ແລະ ກໍາປູເຈຍ.

ດັ່ງນັ້ນ, ຫົວໜ້າກອງຈະລາຈອນທາງອາກາດລາວ ຂໍຖືເປັນກຽດລາຍງານໃຫ້ທ່ານຊາບວ່າ: ໃນວັນທີ 28 ກັນຍາ 2019 ໄດ້ມີສາຍເຂົ້າທາງໂທລະສານ (AFTN) ຈາກ ສປປ ຈີນ ແຈ້ງໃຫ້ຊາບວ່າ: ຈະມີຊິ້ນສ່ວນຍານອະວະກາດ ມາຕົກຢູ່ພື້ນທີ່ທາງພາກໃຕ້ຂອງລາວ ໃນວັນທີ 3 ຕຸລາ 2019 ເວລາສາກົນ 18:45-19:12 ຫຼື ເວລາທ້ອງຖິ່ນ 01:45-02:12 ຂອງວັນທີ 4 ຕຸລາ 2019 ໃນເຂດຈຸດພິກັດດັ່ງລຸ່ມນີ້:

ເຊິ່ງກ່ອນໜ້ານີ້, ໃນວັນທີ 23 ພຶດສະພາ 2019 ກໍ່ມີການແຈ້ງເຕືອນວ່າ ຈະຊິ້ນສ່ວນຍານອາວະກາດຕົກລົງມາໃນເຂດນ່ານຟ້າຂອງ ສປປ ລາວ ຢູ່ບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະ ສະຫວັນນະເຂດ ວ່າພົບເຫັນຊິ້ນສ່ວນຄາດວ່າຈະແມ່ນຍານອະວະກາດຕົກລົງມາບໍລິເວນເດີ່ນບ້ານທົ່ງເສັດ, ເມືອງປາກຊ່ອງ ແລະ ບ້ານບຶງງາມ ເມືອງໂຂງ ແຂວງຈຳປາສັກ ແລະ ອີກຈຸດໜຶ່ງແມ່ນຕົກຢູ່ເດີ່ນໂຮງຮຽນບ້ານໜອງຕົມເມືອງເລົ່າງາມ ແຂວງສາລະວັນ.