ເດືອນ 7 ລາວບັນລຸການຄ້າ 900 ກວ່າລ້ານໂດລາ ແຕ່ຍັງຂາດດຸນ

296

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2019 ບັນລຸໄດ້ປະມານ 905 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 435 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາການສົ່ງອອກໄຟຟ້າ) ແລະ ນໍາເຂົ້າປະມານ 469 ລ້ານໂດລາສະຫະລັດ ເຊິ່ງລາວເຮົາຍັງຂາດດຸນການຄ້າກັບຕ່າງປະເທດປະມານ 34 ລ້ານໂດລາສະຫະລັດ.

ສຳລັບໝວດສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ 50 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 38 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 34 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູກໍາລັງ) 16 ລ້ານໂດລາສະຫະລັດ, ຄໍາປະສົມ ແລະ ຄໍາແທ່ງ 29 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 14 ລ້ານໂດລາສະຫະລັດ, ນໍ້າຕານ 13 ລ້ານໂດລາສະຫະລັດ , ຢາງພາລາ 17 ລ້ານໂດລາສະຫະລັດ ແລະ ງົວ ແລະ ຄວາຍ 14 ລ້ານໂດລາສະຫະລັດ.

ສ່ວນໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 37 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 29 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ 39 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 33 ລ້ານໂດລາສະຫະລັດ , ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ (ເຫຼັກກ້າ) 27 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 17 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ (ແອັດຊັງພິເສດ) 10 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ 10 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 12 ລ້ານໂດລາສະຫະລັດ, ຊີມັງ 11 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ 25 ລ້ານໂດລາສະຫະລັດ.

ໃນສ່ວນຂອງສິນຄ້າສົ່ງອອກ ສປປ ລາວ ໄດ້ສົ່ງໄປຍັງ ສປ ຈີນ 174 ລ້ານໂດລາສະຫະລັດ, ຣາຊະອານາຈັກ ໄທ 117 ລ້ານໂດລາສະຫະລັດ, ສສ ຫວຽນນາມ 78 ລ້ານໂດລາສະຫະລັດ, ສະວິດເຊີແລນ 14 ລ້ານໂດລາສະຫະລັດ, ສ ອາເມລິກາ 2 ລ້ານໂດລາສະຫະລັດ ແລະ ເບວຢຽມ 2 ລ້ານໂດລາສະຫະລັດ.
ສ່ວນສິນຄ້າທີ່ສປປ ລາວ ນໍາເຂົ້າປະກອບມີ ຣາຊະນາອາຈັກໄທ 254 ລ້ານໂດລາສະຫະລັດ, ສປ ຈີນ 103 ລ້ານໂດລາສະຫະລັດ, ສສ ຫວຽດນາມ 68 ລ້ານໂດລາສະຫະລັດ, ຍີ່ປຸ່ນ 10 ລ້ານໂດລາສະຫະລັດ, ແລະ ສ ເກົາຫຼີ 6 ລ້ານໂດລາສະຫະລັດ.

ຂໍ້ມູນ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ