ເປີດໂຕລົດໄຟຟ້າຄັນທໍາອິດໃນລາວ

369

ມາໄວກວ່າທີ່ຄາດສໍາລັບລົດໄຟຟ້າໃນປະເທດເຮົາ, ກ່ອນໜ້ານີ້ ບໍລິສັດ ອີວີລາວ ຕັ້ງເປົ້າໃຫ້ໄດ້ຈໍາໜ່າຍໃນຕົ້ນປີໜ້າ. ຫຼ້າສຸດ, ບໍລິສັດ ວຽງຈັນມໍເຕີມາເກັດ ຈໍາກັດ ໄດ້ເປີດໂຕລົດໄຟຟ້າຂອງຕົນຂຶ້ນຢ່າງເປັນທາງການໃນງານວາງສະແດງລົດວຽງຈັນນາໆຊາດ ຄັ້ງທີ 4 ປີ 2019 ເຊິ່ງເປັນລົດໄຟຟ້າ MG ລຸ້ນ ZS EV ຄັນທໍາອິດຂອງປະເທດ ແລະ ລົດລຸ້ນດັ່ງກ່າວສາມາດປະຢັດຄ່າໃຊ້ຈ່າຍ 10 ເທົ່າ ຖ້າທຽບໃສ່ລົດກິນນໍ້າມັນ.

ທ່ານ ດາວວົງ ແກ້ວມະນີວົງ ອໍານວຍການ ບໍລິສັດ ວຽງຈັນມໍເຕີມາເກັດ ຈໍາກັດ ຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍລົດ MG ໄດ້ກ່າວວ່າ: ເຫດຜົນທີ່ຕົນເອງຕັດສິນໃຈນໍາລົດໄຟຟ້າເຂົ້າມາຈໍາໜ່າຍໃນປະເທດຍ້ອນວ່າທົ່ວໂລກປະເຊີນບັນຫາໂລກຮ້ອນ ແລະ ອາກາດເປັນພິດ ພ້ອມດຽວກັນປະເທດເຮົາກໍເປັນໝໍ້ໄຟອາຊຽນທີ່ຜະລິດໄຟຟ້າສະອາດ ເຊິ່ງຈະເປັນຜົນດີໃນການຊົມໃຊ້ພະລັງງານທີ່ມີພາຍໃນຫຼຸດຜ່ອນການນໍາເຂົ້ານໍ້າມັນ.

ການນໍາລົດໄຟຟ້າເຂົ້າມາເພື່ອໃຫ້ລູກຄ້າໄດ້ຈັບຈອງ ແລະ ນໍາໃຊ້ ເຊິ່ງເປັນຜະລິດຕະພັນໃໝ່ຂອງ MG ລຸ້ນ ZS EV ຈຸດພິເສດເປັນລົດໄຟຟ້າ 100% ບໍ່ມີການປ່ອຍມົນລະພິດອອກສູ່ອາກາດ, ບໍ່ມີເຄື່ອງຈັກ ມີແຕ່ມໍເຕີໄຟຟ້າ, ປະຢັດລາຍຈ່າຍໄດ້ຫຼາຍ ເຊິ່ງອັດຕາກິນໄຟຟ້າຕໍ່ການສາກ 1 ຄັ້ງ ຄິດໄລ່ເປັນເງິນປະມານ 50 ພັນກີບ ສາມາດແລ່ນໄດ້ 360 ກິໂລແມັດ ຖ້າທຽບໃສ່ລົດໃຊ້ນໍ້າມັນເຕັມຖັງໃຊ້ເງິນປະມານ 5 ແສນກີບ ເຊິ່ງໃຊ້ລົດໄຟຟ້າປະຢັດກວ່າ 10 ເທົ່າ.

MG ລຸ້ນ ZS EV ຖ້າສາກຢູ່ໃນເຮືອນໃຊ້ເວລາ 8 ຊົ່ວໂມງ ( ກິນໄຟຟ້າບໍ່ຫຼາຍ ) ແຕ່ຖ້າສາກຢູ່ສະຖານີບໍລິການຕາມຈຸດສາທາລະນະ ໃຊ້ເວລາ 30 ນາທີ ເຊິ່ງປັດຈຸບັນສະຖານີບໍລິການແມ່ນ ບໍລິສັດ ອີວີລາວ ເປັນຜູ້ຕິດຕັ້ງວາງເປົ້າໃຫ້ໄດ້ 100 ຈຸດ ພາຍໃນທ້າຍປີນີ້.

ສໍາລັບຫົວສາກໄຟຟ້າ MG ລຸ້ນ ZS EV ພວກເຮົາຈະແຖມໃຫ້ກັບລົດທີ່ລູກຄ້າທີ່ຊື້ ເຊິ່ງຈະມີທີມງານໄປຕິດຕັ້ງໃຫ້ຢູ່ບ່ອນຈອດລົດໃນເຮືອນທ່ານເລີຍ. ລູກຄ້າທີ່ສົນໃຈສາມາດເຂົ້າມາຢ້ຽມຊົມໄດ້ທີ່ຫ້ອງຂາຍ ເອັມຈີ ໃນງານວາງສະແດງລົດ ວຽງຈັນນາໆຊາດ ຄັ້ງທີ 4 ເຊິ່ງຈະຈັດໄປຈົນຮອດວັນທີ 6 ຕຸລານີ້ ຫຼື ເຂົ້າມາທີ່ຫ້ອງຂາຍລົດ ເອັມຈີ ໄດ້ໃນໂມງລັດຖະການ.

ສຳລັບລົດ MG ລຸ້ນ ZS EV ພາຍຫຼັງເປີດໂຕກໍກາຍເປັນລົດໄຟຟ້າລຸ້ນທໍາອິດຂອງປະເທດທີ່ນໍາເຂົ້າ ແລະ ຈັດຈໍາໜ່າຍໃນ ສປປ ລາວ.

( ຂ່າວ: ພຸດຕີ້ – ຮູບ: ວິລະສັກ )