ທິບພະຈັນ ງຽບໄປ 2 ປີກັບມາປົດລ໋ອກຍິງ 3 ປະຕູ ໄດ້ໃນນັດສົ່ງທ້າຍລະດູການ

119

ເຊື່ອແນ່ວ່າຫຼາຍຄົນຄົງຄິດຮອດ ທິບພະຈັນ ອິນທະວົງ ກອງຫຼັງອະນາຄົດໄກຊາວລາວ ທີ່ຫາຍໜ້າຫາຍຕາຈາກວົງການບານເຕະໄປ 2 ປີ ກ່ອນກັບມາເປັນນັກເຕະອີກຄັ້ງໃນປີ 2019 ເຊັນສັນຍາກັບ ລາວໂຕໂຢຕ້າ ເອັຟຊີ ຫຼ້າສຸດສາມາດຍິງປະຕູປົດລ໋ອກໄດ້ສໍາເລັດດ້ວຍການເປັນກອງຫຼັງທີ່ສາມາດເໝົາຄົນດຽວ 3 ປະຕູຊ່ວຍໃຫ້ທີມຖະຫຼົ່ມ ອີໂວ ຢູໄນເຕັດ 8-0 ໃນນັດຊີງບານເຕະຊີງຂັນ ສຕລ ຄອມມານໂດ 2019 ໃນທ້າຍອາທິດ ທີ່ຜ່ານມາ.

ທິບພະຈັນ ກາຍເປັນນັກເຕະດາວເດັ່ນຄວາມຫວັງອີກຄົນຂອງລາວ ຫຼັງກາຍເປັນນັກເຕະລາວທີ່ໄດ້ໄປເກັບກ່ຽວປະສົບການໃນລີກປະເທດເພື່ອນບ້ານກັບ ໜອງຄາຍ ເອັຟທີ ໃນລີກ 2 ຂອງປະເທດໄທ ລະດູການ 2015-2016 ກ່ອນກັບມາຊ່ວຍ ວີເອັສວີ ຢູໄນເຕັດ ໃນຮອບຂາກັບຂອງ ລາວພຣີເມຍລີກ 2016 ພາທີມຄວ້າອັນດັບ 6 ຈາກ 14 ສະໂມສອນເຂົ້າຮ່ວມທັງໝົດ, ແຕ່ຫຼັງຈາກນັ້ນ ທິບພະຈັນ ພັກການຈາກການເປັນນັກເຕະລະຫວ່າງປີ 2017-2018.

ຈົນມາເຖິງປີ 2019 ທີບພະຈັນ ຄືນວົງການເຊັນສັນຍາກັບ ລາວໂຕໂຢຕ້າ ເອັຟຊີ ລຸຍເປບຊີ ລາວພຣີເມຍລີກ 2019 ແລະ ກໍໄດ້ຮັບໂອກາດລົງສະໜາມເປັນຕົວຈິງຫຼາຍນັດ ໂດຍສ້າງຜົນງານຢ່າງໂດດເດັ່ນ ຈົນມາເຖິງວັນທີ 28 ກັນຍາ 2019 ທິບພະຈັນ ກາຍເປັນກອງຫຼັງທີ່ສາມາດເໝົາຄົນດຽວ 3 ປະຕູຊ່ວຍໃຫ້ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະ ອີໂວ ຢູໄນເຕັດ ໄປຂາດລອຍ 8-0 ຄວ້າແຊັມບານເຕະຊີງຂັນ ສຕລ ຄອມມານໂດ 2019 ໄປຄອງ.

ຫຼັງຍິງປະຕູໄດ້ ທິບພະຈັນ ໃຫ້ສໍາພາດກັບທີມງານ ໜັງສືພິມເສດຖະກິດ-ການຄ້າ ວ່າ: ການທີ່ຫ່າງຫາຍໄປຈາກວົງການບານເຕະລາວ 2 ປີລະຫວ່າງປີ 2017-2018 ເນື່ອງຈາກຕິດພາລະກິດສ່ວນຕົວ ແລະ ໄດ້ປະຕິເສດຫຼາຍທີມຕິດຕໍ່ໃຫ້ມາຮ່ວມແຂ່ງຂັນໃນ 2 ປີດັ່ງກ່າວ, ຈົນກະທັ້ງມາປີ 2019 ຈິ່ງຕັດສິນໃຈມາເປັນນັກເຕະອີກຄັ້ງຮ່ວມກັບ ລາວໂຕໂຢຕ້າ ເອັຟຊີ ແລະ ດີໃຈຫຼາຍທີ່ເປັນສ່ວນໜຶ່ງຂອງທີມຄວ້າແຊັມ ເປບຊີ ລາວພຣີເມຍລີກ ແລະ ບານເຕະຊີງຂັນ ສຕລ ຄອມມານໂດ 2019 ໂດຍສະເພາະນັດຊີງສາມາດຍິງປະຕູທໍາອິດ ແລະ 3 ປະຕູໃນລະດູການນີ້ໄດ້ສໍາເລັດ, ແນ່ນອນອະນາຄົດຈະມີການປັບປຸງ ແລະ ພັດທະນາການຫຼິ້ນຂອງຕົວເອງ ເພື່ອກຽມພ້ອມລະດູການຕໍ່ໜ້າ.

ສໍາລັບ ທິບພະຈັນ ເກີດວັນທີ 19 ສິງຫາ 1996 ທີ່ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເລີ່ມຈາກການເປັນນັກເຕະຂອງ ໂຍທາທິການ 2012-2013, ອິສເຕິນ 2013-2014, ໜອງຄາຍ ລີກ 2 2015-2016, ວີເອັສວີ ຢູໄນເຕັດ 2016 ກ່ອນພັກ 2 ປີ ຈົນມາເຖິງປີ 2019 ມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ແລະ ຈະໝົດສັນຍາໃນເດືອນທັນວານີ້ ຕ້ອງຕິດຕາມເບິ່ງວ່າ ລະດູການໜ້າ ທີບພະຈັນ ຈະຫຼິ້ນໃຫ້ກັບທີມໃດ ເນື່ອງຈາກຜົນງານປີນີ້ຖືວ່າ ເປັນການກັບມາທີ່ດີ.

ສ່ວນຜົນງານໃນທີມຊາດຂອງ ທິບພະຈັນ ແມ່ນເລີ່ມຈາກທີມຊາດຊຸດໃຫຍ່ເລີຍ ລຸຍລາຍການ AFC SOLIDARITY CUP MALAYSIA 2016 ທີ່ປະເທດມາເລເຊຍ ດ້ວຍການຄວ້າອັນດັບ 3 ແລະ ຕໍ່ມາຕິດທີມຊາດລາວ ຊຸດໃຫຍ່ ໃນການບານໂລກ 2018 ຮອບຄັດເລືອກ ແລະ ຊີເກມ 2019 ທີ່ຟິລິບປິນ ກໍ່ມີຊື່ໄປຄັດເລືອກທີມຊາດລາວ ອີກດ້ວຍ.
(ຂ່າວ: ຄໍາສອນ)