Monthly Archives: August, 2019

ການນຳເຂົ້ານ້ຳມັນຜ່ານດ່ານສາກົນນໍ້າພາວຫຼຸດລົງ ເປັນອີກປັດໄຈເກັບລາຍຮັບບໍ່ບັນລຸເປົ້າ

ໃນປີ 2019 ດ່ານພາສີສາກົນນໍ້າພາວ ໄດ້ຮັບມອບໝາຍຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານ 360 ຕື້ກີບ ຜ່ານການເກັບລາຍຮັບຮອດປັດຈຸບັນປະຕິບັດໄດ້ 211 ຕື້ກວ່າກີບ ເທົ່າກັບ 58,67% ຂອງແຜນການປີ ເຊິ່ງບໍ່ສາມາດປະຕິບັດໄດ້ຕາມແຜນການ, ສາເຫດການນຳເຂົ້ານ້ຳມັນເຊື້ອໄຟຫຼຸດລົງ 15 ລ້ານກວ່າລິດ ຄິດໄລ່ເປັນຄ່າພາສີ - ອາກອນ 36 ຕື້ກວ່າກີບ ແລະ ສິນຄ້າສ່ວນໃຫຍ່ໃນຮູບແບບສົ່ງເສີມການລົງທຶນ. ທ່ານ ແກ້ວວິລາ...

ສະຫວັນນະເຂດ ແຕ່ງຕັ້ງພະນັກງານການນຳຢູ່ 4 ເມືອງ

ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ ແລະ ​ການ​ຄຸ້ມ​ຄອງ ການ​ບໍ​ລິ​ຫານ​ລັດ​ໃຫ້​ເຂັ້ມ​ແຂງ​. ຄະ​ນະ​ນຳ​ຂອງແຂວງສະ​ຫວັນ​ນະ​ເຂດ ໄດ້ລົງເຄື່ອນໄຫວ​ປະກາດປັບປຸງການຈັດ​ຕັ້ງ​ຕຳແໜ່ງເຈົ້າເມືອງ​ໃນ 4 ຕົວ​ເມືອງຄື: ເມືອງ ພີນ, ເມືອງ ນອງ, ເມືອງ ຈຳພອນ ແລະ ເມືອງ ຊົນນະບູລີ ທັງນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ໃຫ້ມີປະສິດທິພາບດີຂຶ້ນ. ​ ດັ່ງນັ້ນ, ໃນວັນທີ 23 ສິງຫາ 2019...

ເປີດບໍລິສັດ ເມລໂກ້ ເອລເລເວເຕີ ລາວ ໂຊລ ຈໍາກັດ ຫຼື ( MLAO ) ຕົວແທນຈໍາໜ່າຍ ລິບ ແລະ ຂັ້ນໄດເລື່ອນ ຍີ່ຫໍ້ມິດຊູບິຊິໃນລາວ

ບໍລິສັດ ມິດຊູບິຊິ ອີເລັກທຣິກ ຄໍປໍເຣຊັນ ປະເທດຍີ່ປຸ່ນ ໄດ້ມອບໝາຍໃຫ້ ມິດຊູບິຊິ ເອລເລເວເຕີ ( ປະເທດໄທ ) ເປັນຕົວແທນໃນການສ້າງຕັ້ງ ບໍລິສັດ ເມລໂກ້ ເອລເລເວເຕີ ລາວ ໂຊລ ຈໍາກັດ ຫຼື ( MLAO ) ເພື່ອບໍລິການຕິດຕັ້ງ ແລະ...

ສ່ອງປະຫວັດ ແດງ ລັດຕະນາ ສາວສາລະວັນ ຮອງອັນດັບສອງ Miss Univers Laos 2019

ອີກໜຶ່ງສາວງາມຈາກເວທີການປະກວດ ມິສຢູນິເວີຣສລາວ 2019 ທີ່ຫາກໍປະກາດຜົນຈົບລົງໄປ ກັບສາວ ສາລະວັນ ຄື ແດງ ລັດຕະນາ ໝັ້ນວິໄລ ອາຍຸ 25 ປີ, ຈົບການສຶກສາຈາກຄະນະສະຖາປັດຕະຍະກຳສາດ ປັດຈຸບັນແມ່ນເຮັດວຽກແລ້ວ... * * * * * *   ແດງ ບອກວ່າ: ເຫດຜົນໃນການເຂົ້າປະກວດກໍເພາະຄວາມມັກທາງດ້ານນີ້, ທີ່ນີ້ເປັນເວທີສາກົນທີ່ນ້ອງເຄີຍເບິ່ງມາຕັ້ງແຕ່ຕອນຍັງນ້ອຍ ແລະ ຄິດໄວ້ວ່າມື້ໜຶ່ງຕ້ອງພາໂຕເອງເຂົ້າໄປເປັນສ່ວນໜຶ່ງໃນເວທີອັນຊົງກຽດນັ້ນ ແລະ ນ້ອງກໍດີໃຈສຸດໆ ທີ່ໄດ້ເປັນຮອງອັນດັບ 2...

ບໍ່ແກ້ວ ຢຶດຢາບ້າໄດ້ 1.000 ກວ່າມັດ ເຂດເມືອງຫ້ວຍຊາຍ, ສ່ວນຜູ້ຄ້າໜີເຂົ້າປ່າ

ໃນວັນທີ 27 ສິງຫາ 2019 ຜ່ານມາ, ໜ່ວຍສະເພາະກິດ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານ ປາກງາວ ຫາ ບ້ານຫ້ວຍຕາບ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ; ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດລົງກວດກາ ແລະ ຕິດຕາມຢູ່ເຂດດັ່ງກ່າວ ເຖິງເວລາປະມານ 1-2 ໂມງກາງຄືນຂອງວັນທີ 28...

ຈະສ້ອມແປງຊົນລະປະທານຍອດຫ້ວຍບັກ ໃຫ້ສຳເລັດທ້າຍປີນີ້

ໂຄງການຊົນລະປະທານຍອດຫ້ວຍບັກ ເມືອງຈຳພອນ ເປັນຊົນລະປະທານທີ່ສະໜອງນໍ້າໃຫ້ແກ່ຊາວກະສິກອນໄດ້ທຳການຜະລິດໃນລະດູແລ້ງໄດ້ຫຼາຍຮ້ອຍເຮັກຕາ. ຊົນລະປະທານຍອດຫ້ວຍບັກ ໄດ້ເລີ່ມກໍ່ສ້າງມາແຕ່ປີ 1993 ແລະ ເປີດນຳໃຊ້ຢ່າງເປັນທາງການໃນປີ 1996 ມີບໍລິມາດນໍ້າປົກກະຕິທັງໝົດ 16 ລ້ານກວ່າແມັດກ້ອນ ແລະ ບໍລິມາດນ້ຳໃຊ້ງານ 14 ລ້ານກວ່າແມັດກ້ອນ ກວມເອົາ 10 ບ້ານໃນເມືອງຈຳພອນ. ປັດຈຸບັນ ຊົນລະປະທານຍອດຫ້ວຍພັກ ໄດ້ມີການສ້ອມແປງຄືນໃໝ່ ທັງນີ້ກໍ່ເພື່ອແນໃສ່ ຮັບໃຊ້ເຂົ້າໃນການຜະລິດກະສິກຳຂອງຊາວກະສິກອນໄດ້ທັນສະພາບການ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.   ໃນວັນທີ...

ຍີ່ປຸ່ນ ຍົກຍ້າຍປະຊາຊົນ ກວ່າລ້ານຄົນ ຫຼັງຝົນຕົກໜັກນໍ້າຖ້ວມກະທັນຫັນໃນເກາະຄິວຊູ

ຝົນຕົກໜັກໃນເກາະຄິວຊູ ພາກໃຕ້ສຸດຂອງປະເທດຍີ່ປຸ່ນ ເຮັດໃຫ້ເກີດນໍ້າຖ້ວມໃນຫຼາຍພື້ນທີ່ ແລະ ດິນເຈື່ອນ ມີຜູ້ເສຍຊີວິດແລ້ວ 3 ຄົນ ເມື່ອວັນພຸດ ຜ່ານມາ ທາງການອອກຄໍາສັ່ງຍົກຍ້າຍປະຊາຊົນ ກວ່າ 9 ແສນຄົນ ອອກຈາກທີ່ຢູ່ອາໄສໃນເຂດສ່ຽງ ແລະ ຫຼາຍກວ່າ 1 ລ້ານຄົນ ໄດ້ຮັບ “ຄຳແນະນຳ” ໃຫ້ຍ້າຍໄປຢູ່ບ່ອນປອດໄພຊົ່ວຄາວ. ສຳນັກຂ່າວຣອຍເຕີ ລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ...

ເອດີບີ ອະນຸມັດງົບກວ່າ 60 ລ້ານໂດລາ ເຂົ້າໃສ່ໂຄງການປ້ອງກັນນ້ຳຖ້ວມ ແລະ ຕ້ານແລ້ງ ຢູ່ນະຄອນຫຼວງວຽງຈັນ

ທະນາຄານອາຊີ ຫຼື ADB ໄດ້ໃຫ້ການສະໜັບສະໜູນທຶນຫຼາຍເຖິງ 63 ລ້ານໂດລາ ເຂົ້າໃນໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກນ້ຳຖ້ວມ ຫຼື ຄຖລ ໄລຍະທີ 2 ແກ່ລັດຖະບານ ເພື່ອສ້າງຄູປ້ອງກັນນ້ຳຖ້ວມ, ຊົນລະປະທານ, ສະຖານີເຕືອນໄພຢູ່ຈຸດທີ່ມີຄວາມສ່ຽງຕາມເຂດແມ່ນ້ຳຂອງ . ກອງປະຊຸມຄະນະຊີ້ນຳໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງຄຖລ ຂັ້ນສູງກາງ ຄັ້ງທີ...

ສູນບໍລິການປະກັນສັງຄົມ ແຂວງໄຊຍະບູລີ ເປີດນໍາໃຊ້ຫ້ອງການຫຼັງໃໝ່

ພິທີມອບ - ຮັບໂຄງການກໍ່ສ້າງສູນບໍລິການປະກັນສັງຄົມ ແຂວງໄຊຍະບູລີ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໃນນາມເຈົ້າຂອງໂຄງການ ແລະ ບໍລິສັດ ລາວພີພີ ອຸດສາຫະກຳຖ່ານຂາວ ແລະ ກໍ່ສ້າງ ຈຳກັດ ຜູ້ຮັບເໝົາກໍ່ສ້າງ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາຜ່ານມາ ໃຫ້ກຽດເຂົ້າຮ່ວມມີ...

ນະຄອນຫຼວງວຽງຈັນ ສະເໜີທາງອອກໜີ້ສິນໄຟເຍືອງທາງ

ໜີ້ສິນໄຟເຍືອງທາງ ໃນນະຄອນຫຼວງວຽງຈັນ ທີ່ແກ່ຍາວມາຫຼາຍປີ ມາຮອດເດືອນເມສາ 2019 ມີຕົວເລກໜີ້ສິນແລ້ວທັງໝົດ 46 ຕື້ກວ່າກີບ, ປັດຈຸບັນຍັງບໍ່ມີພາກສ່ວນໃດທີ່ຈະເຂົ້າມາເປັນເຈົ້າການໃນການແກ້ໄຂບັນຫາໜີ້ສິນທີ່ກຳລັງຈະທະວີຂຶ້ນ. ຫຼ້າສຸດ, ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ເຊິ່ງມີ 6 ຢ່າງ ໃນການບໍລິຫານໜີ້ສິນດັ່ງກ່າວໃຫ້ຫຼຸດຜ່ອນລົງ. ທ່ານ ບຸນແຫງ ບຸນຍະແສງ...
- Advertisment -
Slide
Slide

Most Read

error: Content is protected !!