Monthly Archives: August, 2019

ຜູ້ຕິດເຊື້ອໄຂ້ຍຸງລາຍ ຍັງເພີ່ມຂຶ້ນ

ຂໍ້ມູນໃນວັນທີ 28 ກໍລະກົດຜ່ານມາ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 18 ພັນກວ່າຄົນ ມີຜູ້ເສຍຊີວິດ 40 ຄົນ, ຕົກມາຮອດວັນທີ 26 ສິງຫາ ໄລຍະພຽງ 28 ວັນ ຍອດຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນເປັນ 26 ພັນກວ່າຄົນ ເສຍຊີວິດ 55 ຄົນ. ໃນນີ້, ສະຫວັນນະເຂດ 20...

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈະສຸມໃສ່ 3 ໜ້າວຽກ ຍົກສູງຄຸນນະພາບການສຶກສາ

ໃນສົກຮຽນ 2019 - 2020 ນີ້ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈະສຸມໃສ່ພັດທະນາ 3 ໜ້າວຽກຫຼັກ ໃນຂະແໜງການສຶກສາ ແລະ ກີລາ ເພື່ອຍົກສູງຄຸນນະພາບການຮຽນ - ການສອນ, ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວໃນຂອບເຂດນະຄອນຫຼວງ ພ້ອມທັງສ້າງນັກກີລາຜູ້ທີ່ມີພອນສະຫວັນເຂົ້າແຂ່ງຂັນ ມະຫະກຳກີລາແຫ່ງຊາດ ຄັ້ງທີ...

ທ່ານລັດຖະມົນຕີ ອຄ ລົງແຂວງເຊກອງຢ້ຽມຢາມໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ

ມັນຕົ້ນນັບວ່າເປັນພືດກະສິກໍາທີ່ປະຊາຊົນລາວນິຍົມກັນປູກເປັນສິນຄ້າ ປ້ອນໂຮງງານອຸດສາຫະກຳ ເພື່ອສ້າງລາຍຮັບສູ່ຄອບຄົວ, ເພື່ອເປັນການສົ່ງເສີມການສ້າງລາຍຮັບພາຍໃນ ແລະກະຈາຍໂອກາດໃຫ້ກັບທ້ອງຖິ່ນ, ນັກທຸລະກິດໄດ້ລົງທຶນສ້າງໂຮງງານປຸງແຕ່ງມັນຕົ້ນຢູ່ເມືອງທ່າແຕງ ປະຈຸບັນກຳລັງຈະສຳເລັດແລ້ວ. * * * * * *   ໃນໂອກາດທີ່ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ຊຶ່ງມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກທີ່ກ່ຽວຂ້ອງ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໃນລະຫວ່າງວັນທີ 26-27 ສິງຫາ 2019...

ໂຄລ້າ MR04 ໜຸ່ມກາຍະສິນ ກ້າວຕໍ່ໄປຢາກເປັນນັກສະແດງ

ມາເອົາໃຈສາວໆກັນແນ່ ກັບກອງປະກວດ ມິສເຕີອິນເຕີເນເຊິນນໍລາວ 2019 ຫຼື Mr International Laos 2019 ໂດຍໄດ້ເປີດໂຕ 20 ຄົນສຸດທ້າຍໄປແລ້ວໃນຕົ້ນເດືອນສິງຫາ ຜ່ານມາ ແລະ ບັນດາໜຸ່ມໆກໍໄດ້ຮ່ວມເຄື່ອນໄຫວກິດຈະກໍາຮ່ວມກັນຫຼາຍໆຢ່າງ ເຊິ່ງແຕ່ລະຄົນບອກເລີຍວ່າມີຄວາມສາມາດ ແລະ ປະຫວັດທີ່ໜ້າສົນໃຈຫຼາຍ. * * * * * * * * *   ມື້ນີ້ ແອັດມິນ ຂໍແນະນໍາໜຶ່ງໜຸ່ມທີ່ບອກເລີຍວ່າທຸກສ່ວນຮ່າງກາຍຂອງເພິ່ນມີດີທຸກສັດສ່ວນ ຄືໜຸ່ມໂຄລ້າ ເດດອາລຸນ ລັດຕະນາ ໝາຍເລກ...

ອັດຕະປື ໄດ້ຮັບຫຼຽນ ແລະ ໃບຍ້ອງຍໍ ຜົນງານດີເດັ່ນໃນງານວາງສະເເດງສິນຄ້າ ຈີນ-ອາຊຽນ

ວັນທີ 27 ສິງຫາ 2019 ທີ່ຮ້ານອາຫານ 3 ຊໍ ກະຊວງອຸດສະຫະກຳ ແລະ ການຄ້າ ຮ່ວມກັບຂະແໜງການກ່ຽວຂ້ອງ ໃນ ແຂວງ ອັດຕະປື ໄດ້ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 3 ຂອງປະທານປະເທດ, ຍ້ອງຍໍ ບຸກຄົນ ແລະ ກົມກອງ ຂອງລັດຖະບານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ...

ໜຶ່ງແລວໜຶ່ງເສັ້ນທາງຊຸກດັນໃຫ້ທ່າເຮືອຮໍາບວກ ກາຍເປັນທ່າເຮືອໃຫຍ່ທີ່ສຸດໃນເອີຣົບ

ລັດຖະບານນະຄອນຮໍາບວກ ປະເທດເຢຍລະມັນ ໄດ້ກ່າວຊົມເຊີຍແຜນລິເລີ່ມໜຶ່ງແລວທາງໜຶ່ງ ເສັ້ນທາງຂອງຈີນ (BRI: Belt and Road Initiative) ທີ່ຊ່ວຍຊຸກດັນໃຫ້ທ່າເຮືອຮໍາບວກກາຍເປັນທ່າເຮືອຮ່ວມ ເຮືອ - ລົດໄຟ ທີ່ໃຫຍ່ທີ່ສຸດໃນທະວີບເອີຣົບ. ສໍານັກຂ່າວຊິນຫົວ ລາຍງານເມື່ອວັນພຸດ ທີ 28 ສິງຫາ ວ່າ ທ່ານເພເທີ ເຊນທ໌ເຊີ ນາຍົກເທສະມົນຕີນະຄອນຮໍາບວກ ກ່າວໃນກອງປະຊຸມທຸລະກິດຊຽງໄຮ້ -...

ກະຊວງປ້ອງກັນປະເທດ ວັດຄົມ ຊາວໜຸ່ມແຂວງວຽງຈັນ ນັດຊີງບານເຕະຊີງຂັນຊາວໜຸ່ມ

ຊາວໜຸ່ມກະຊວງປ້ອງກັນປະເທດໄປຕາມນັດທະລຸເຂົ້າຮອບຊີງຊະນະເລີດການແຂ່ງຂັນຊີງຂັນ ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2019 ໄປພົບກັບຄະນະຊາວໜຸ່ມແຂວງວຽງຈັນ. ສ່ວນຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ ໄປຊີງອັນດັບ 3 ກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນທ້າຍອາທິດນີ້. ການແຂ່ງຂັນລາຍການດັ່ງກ່າວມີ 19 ທີມເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 4 ກຸ່ມແຂ່ງພົບກັນໝົດ ເພື່ອຄັດເອົາທີມອັນດັບ 1 ແລະ 2...

ແຈ້ງເຂດພາກກາງ-ເໜືອ ກຽມຮັບມືພາຍຸໂພດູ (PODUL) ເຂົ້າລາວມື້ອື່ນນີ້

ກ້າວສູ່ລະດູຝົນ ປະຊາຊົນໂດຍສະເພາະເຂດພື້ນທີ່ຕໍ່າ ຫຼື ເຂດພື້ນທີ່ທີ່ເຄີຍໄດ້ຮັບຜົນກະທົບນໍ້າອັ່ງ, ນ້ຳຖ້ວມຂັງ ຕ້ອງທຳໃຈ ແລະກຽມພ້ອມຮັບມືກັບສະພາບອາກາດ ລວມເຖິງລະດັບນໍ້າທີ່ຈະເພີ່ມຂຶ້ນຢູ່ແລ້ວ ນອກຈາກນັ້ນຍັງມີພາຍຸຫຼາຍໆຫົວ ທີ່ພັດຜ່ານເຂົ້າມາເປັນໄລຍະໆ ອັນຈະເຮັດໃຫ້ມີຝົນຕົກ, ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ເຊິ່ງມີຄວາມສ່ຽງຕໍ່ການເກີດເຫດຕົ້ນໄມ້, ເສົາໄຟຫັກ, ນ້ຳໄຫຼຊຸດິນເຈື່ອນອັນຈະກະທົບເຖິງຊີວິດ ແລະຊັບສິນໄດ້. * * * *     ມື້ນີ້ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເຕືອນໄພສະບັບຫຼ້າສຸດວ່າຈະມີ ພາຍຸໝຸນເຂດຮ້ອນ ໂພດູ (PODUL) ຫົວທີ 12...

ພາຍຸມາອີກແລ້ວ! ອຸຕຸແຈ້ງເຕືອນໄພພາຍຸ ໂພດູ ຈະຜ່ານເຂົ້າລາວ 29-31 ສິງຫານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ໃນໄລຍະວັນທີ 29 ສິງຫາ ຫາ 1 ກັນຍາ 2019 ສະບັບເລກທີ1198/ກອຕທ ລົງວັນທີ28 ສິງຫາ 2019 ໂດຍລະບຸວ່າ: ພາຍຸໝູນເຂດຮ້ອນ ໂພດູ ຫົວທີ12 ປະຈໍາປີ2019...

ກອງປະຊຸມໄຊເຕສ ມີມະຕິອອກກົດໝາຍເຂັ້ມງວດການຄ້າລູກຊ້າງປ່າອາຟຣິກາ

ກອງປະຊຸມໄຊເຕສ ມີມະຕິສຽງສ່ວນຫຼາຍ ຫ້າມການຊື້-ຂາຍ ລູກຊ້າງປ່າອາຟຣິກາ "ຖ້າບໍ່ໄດ້ຮັບການອະນຸຍາດ" ຈາກປະເທດສະມາຊິກ. ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນພຸດ ທີ 28 ສິງຫາ ວ່າ ໃນທີ່ປະຊຸມວ່າດ້ວຍການຄ້າລະຫວ່າງປະເທດກ່ຽວກັບສັດປ່າ ແລະ ພືດພັນປ່າທີ່ໃກ້ສູນພັນ ຫຼື ໄຊເຕສ (CITES) ທີ່ເມືອງເຈນີວາ ເມື່ອວັນອັງຄານ ມີມະຕິສຽງຂ້າງຫຼາຍ 87 ສຽງ ຄັດຄ້ານ...
- Advertisment -
Slide
Slide

Most Read

error: Content is protected !!