ໂຄລ້າ MR04 ໜຸ່ມກາຍະສິນ ກ້າວຕໍ່ໄປຢາກເປັນນັກສະແດງ

85

ມາເອົາໃຈສາວໆກັນແນ່ ກັບກອງປະກວດ ມິສເຕີອິນເຕີເນເຊິນນໍລາວ 2019 ຫຼື Mr International Laos 2019 ໂດຍໄດ້ເປີດໂຕ 20 ຄົນສຸດທ້າຍໄປແລ້ວໃນຕົ້ນເດືອນສິງຫາ ຜ່ານມາ ແລະ ບັນດາໜຸ່ມໆກໍໄດ້ຮ່ວມເຄື່ອນໄຫວກິດຈະກໍາຮ່ວມກັນຫຼາຍໆຢ່າງ ເຊິ່ງແຕ່ລະຄົນບອກເລີຍວ່າມີຄວາມສາມາດ ແລະ ປະຫວັດທີ່ໜ້າສົນໃຈຫຼາຍ.

*

*

*

*

*

*

*

*

*

 

ມື້ນີ້ ແອັດມິນ ຂໍແນະນໍາໜຶ່ງໜຸ່ມທີ່ບອກເລີຍວ່າທຸກສ່ວນຮ່າງກາຍຂອງເພິ່ນມີດີທຸກສັດສ່ວນ ຄືໜຸ່ມໂຄລ້າ ເດດອາລຸນ ລັດຕະນາ ໝາຍເລກ MR04 ໜຶ່ງໃນຜູ້ເຂົ້າປະກວດ Mr International Laos 2019 ອາຍຸ 18 ປີ ທີ່ວ່າໄປທັງໝົດນັ້ນ ໜຸ່ມຄົນນີ້ເປັນນັກກາຍະສິນ ຢູ່ໂຮງກາຍະສິນແຫ່ງຊາດ ຫຼາຍຄົນທີ່ເປັນແຟນກາຍະສິນຄົງເຄີຍເຫັນຜົນງານ ແລະ ຮູ້ຈັກໜຸ່ມຄົນນີ້ແລ້ວ.

*

*

*

*

*

*

*

*

*

*

 

ໂຄລ້າ ບອກວ່າ: ໂຄລ້າ ເປັນນັກກາຍະສິນມາຕັ້ງແຕ່ 12-13 ປີ ຕອນນີ້ອາຍຸ 18 ປີ ປັດຈຸບັນຢູ່ບ້ານ ໜອງທາ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

ເຫດຜົນທີ່ເຂົ້າມາປະກວດກໍເພາະ ຢາກໃຫ້ຊີວິດມີສິ່ງໃໝ່ໆ ແລະມີປະສົບການ, ຄວາມຮູ້ໃໝ່ໆ ແລະ ຢາກຮູ້ຈັກຄົນຫຼາຍຂື້ນ ພ້ອມຢາກເປັນຄົນທີ່ສັງຄົມຮູ້ຈັກຫຼາຍຂຶ້ນນໍາ.

*

*

*

*

*

*

*

*

*

*

*

*

*

ເຄີຍເຂົ້າຮ່ວມຫຼາຍເວທີແລ້ວ ແຕ່ສ່ວນຫຼາຍຈະເປັນການໂຊF ສະແດງກາຍະສິນ ແລະ ຍັງບໍ່ເຄີຍໄດ້ຮັບລາງວັນຫຍັງເທື່ອ .

ການທີ່ໄດ້ເຄື່ອນໄຫວຮ່າງກາຍແບບກາຍະສິນທີ່ ໂຄລ້າຫຼິ້ນ ເປັນການອອກກໍາລັງກາຍທຸກສັດສ່ວນ ເຮັດໃຫ້ໂຄລ້າມີຄວາມແຂງແຮງ ນອກນັ້ນໂຄລ້າ ກໍພັກຜ່ອນໃຫ້ພຽງພໍ ດື່ມນໍ້າຫຼາຍໆ ເປັນເຄັດລັບໃນການເບິ່ງແຍງສຸຂະພາບທີ່ດີຂອງ ໂຄລ້າ.

 

*

*

*

*

*

*

*

*

*

*

*

*

*

*

ສໍາລັບ ໂຄລ້າ ເວລາວ່າງນອກຈາກການຝຶກຊ້ອມກາຍະສິນໃໝ່ໆ, ຈະມັກຄົ້ນຫາແນວເຮັດໃໝ່ໆ, ທີ່ທ້າທາຍເຮັດສະເໝີ, ສ່ວນຜູ້ຍິງທີ່ມັກ ໂຄລ້າ ມັກຄົນນິໄສດີ ໃຫ້ກຳລັງໃຈ ແລະ ພາມ່ວນຕະຫຼອດ…

ໂຄລ້າເປັນລູກຄົນທີ 2, ມີນ້ອງ ແລະ ເອື້ອຍ. ໃນອະນາຄົດກໍຢາກຈະເປັນໜຶ່ງຄົນທີ່ໃຜໆກໍຮູ້ຈັກ, ຢາກເປັນນາຍແບບ ນັກສະແດງ …

*

*

*

*

*

*

*

*

*

*

*

*

*

*

*