ຜູ້ຕິດເຊື້ອໄຂ້ຍຸງລາຍ ຍັງເພີ່ມຂຶ້ນ

161

ຂໍ້ມູນໃນວັນທີ 28 ກໍລະກົດຜ່ານມາ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 18 ພັນກວ່າຄົນ ມີຜູ້ເສຍຊີວິດ 40 ຄົນ, ຕົກມາຮອດວັນທີ 26 ສິງຫາ ໄລຍະພຽງ 28 ວັນ ຍອດຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນເປັນ 26 ພັນກວ່າຄົນ ເສຍຊີວິດ 55 ຄົນ. ໃນນີ້, ສະຫວັນນະເຂດ 20 ຄົນ, ສ່ວນນະຄອນຫຼວງ ມີ 14 ຄົນ.

ອີງຕາມການລາຍງານ ປະຈໍາວັນທີ 26 ສິງຫາ 2019 ຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ທົ່ວປະເທດມີຈໍານວນຜູ້ຕິດເຊື້ອທັງໝົດ 26.754 ຄົນ ເສຍຊີວິດ 55 ຄົນ. ໃນນັ້ນ, ນະຄອນຫຼວງວຽງຈັນ ມີຈໍານວນ 6.364 ຄົນ ເສຍຊີວິດ 14 ຄົນ, ແຂວງສະຫວັນນະເຂດ 4.887 ຄົນ ເສຍຊີວິດ 20 ຄົນ, ແຕ່ໃນອາທິດນີ້ແຂວງສາລະວັນ ເພີ່ມຂຶ້ນ 3.194 ຄົນ ເສຍຊີວິດ 4 ຄົນ, ຫຼາຍກວ່າແຂວງຈໍາປາສັກ 3.070 ຄົນ ເສຍຊີວິດ 6 ຄົນ.

ອີງຕາມການລາຍງານຫຼ້າສຸດ ໃນວັນທີ 27 ສິງຫາ 2019 ຂອງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ເມືອງໄຊທານີ ຍັງພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສູງກວ່າທຸກເມືອງ ໃນນະຄອນຫຼວງວຽງຈັນ ມີຈໍານວນ 2.022 ຄົນ ແລະ ເສຍຊີວິດ 4 ຄົນ, ຮອງລົງມາແມ່ນເມືອງໄຊເສດຖາ 1.327 ຄົນ ເສຍຊີວິດ 3 ຄົນ.

ນອກຈາກນີ້, ບັນດາປະເທດອາຊີ ກໍມີການລະບາດໜັກຂອງພະຍາດໄຂ້ຍຸງລາຍເຊັ່ນກັນ ອີງຕາມຂໍ້ມູນໃນວັນທີ 20 ສິງຫາ 2019 ຈາກກະຊວງສາທາລະນະສຸກ ປະເທດຟີລິບປິນ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອສູງເຖິງ 188.562 ຄົນ ເສຍຊີວິດ 807 ຄົນ, ອີງຕາມຂໍ້ມູນໃນວັນທີ 20 ສິງຫາ 2019 ຈາກກະຊວງສາທາລະນະສຸກປະເທດໄທ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອທັງໝົດ 73.324 ຄົນ ເສຍຊີວິດ 77 ຄົນ, ຂໍ້ມູນຫຼ້າສຸດຈາກກະຊວງສາທາລະນະສຸກ ປະເທດມາເລເຊຍ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອເກືອບ 80.000 ຄົນ ເສຍຊີວິດ 113 ຄົນ.
( ຂ່າວ: ທິບອຸສາ )